ນ້ຳເສັຽຈາກເມືອງໃໝ່ ຈະໄຫຼລົງໃສ່ນໍ້າຂອງ

ຣະບົບ ຣະບາຍນ້ຳເສັຽ ໃນໂຄງການ ພັທນາ ບຶງທາດຫລວງ ຈະໃຫ້ໄຫລ ລົງສູ່ ແມ່ນ້ຳຂອງ.

ໃນຂົງເຂດ ບຶງທາຕຫລວງ ເລາະຕາມ ສົ້ນໝູ່ບ້ານ ຈະມີໄຮ່ນາ ຂອງຊາວບ້ານ ພົ້ນເຂດໄຮ່ນາ ກໍແມ່ນບຶງກວ້າງ ເປັນອ່າງເກັບນໍ້າ ຍາມນໍ້ານອງ ແລະ ເປັນໜອງປາ ຍາມນໍ້າບົກລົງ. (ສາຣະພັດປະໂຫຍດ) AFP

ການກໍ່ສ້າງ ຣະບົນ ຣະບາຍນ້ຳເສັຽ ໃນໂຄງການ ພັທນາເຂດ ບຶງທາຕຫລວງ ໃຫ້ລົງສູ່ ແມ່ນ້ຳຂອງນັ້ນ ມີຊາວບ້ານ ບາງກຸ່ມ ບໍ່ຫມັ້ນໃຈ ເນື່ອງຈາກວ່າ ທີ່ຜ່ານມາ ບຶງທາຕຫລວງ ເຄີຍໃຊ້ເປັນບ່ອນ ຮອງຮັບນ້ຳເສັຽ ໃນຊຸມຊົນ ກຳແພງນະຄອນຫລວງ ຈື່ງມີຄວາມກັງວົນ ຢ້ານວ່າ ຈະເກີດບັນຫາ ຂາດພື້ນທີ່ ໜອງບຶງເກັບນຍໍ້າ ຫລື Swam ເພື່ອຮອງຮັບ ນ້ຳເສັຽ ໃນອານາຄົດ. ເຈົ້າຫນ້າທີ່ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ທ່ານນື່ງເວົ້າວ່າ:

"ເອີ ອາດມີໂຕນີ້ ບາງກຸ່ມອາດມີ ຢູ່ດອກ ອະທິບາຍ ຍາກຢູ່ ແຕ່ວ່າ ຕ້ອງເຮັດໃຫ້ດີຂຶ້ນ ກວ່າເກົ່າ ຖ້ານ້ຳມາຫລາຍ ເຂົ້າຈະ ເອົານ້ຳໂຕນີ້ ລົງສູ່ແມ່ນ້ຳຂອງ ເລີຍ".

ທ່ານເວົ້າຕໍ່ໄປວ່າ ຫນ່ວຍງານທີ່ຮັບ ຜິດຊອບ ໄດ້ປຶກສາກັບ ນັກຊ່ຽວຊານ ຕ່າງປະເທດ ເຣື້ອງຣະບົບວາງຜັງ ຣະບາຍນ້ຳ ໃນບຶງທາດຫລວງ ໂດຍຈະປ່ອຍນ້ຳ ລົງໃສ່ ແມ່ນ້ຳຂອງ ເປັນຫລັກ ອາດຈະບໍ່ສົ່ງ ຜົລກະທົບ ໃນການຣະບາຍນ້ຳ ເພາະວ່າຣະດັບນ້ຳ ໃນບຶງທາດຫລວງ ສູງກວ່າ ຣະດັບແມ່ນ້ຳຂອງ. ນອກຈາກນີ້ ການຂຍາຍຮ່ອງ ນ້ຳໄຫລ ໃນບຶງທາດຫລວງນັ້ນ ກໍຈະເຮັດ ໃຫ້ເລິກກວ່າເກົ່າ ເພື່ອຮອງຮັບ ການໄຫລ ຂອງນ້ຳ ຈາກພື້ນທີ່ອື່ນໆ ໄດ້ພຽງພໍ ເພື່ອບໍ່ໃຫ້ນ້ຳຖ້ວມ.

ຊາວນະຄອນຫລວງ ວຽງຈັນ ບາງກຸ່ມ ຍັງເປັນຫວ່ງຢູ່ ເພາະບ້ານເຮືອນ ປະຊາຊົນ ສ່ວນໃຫຍ່ ປຸກຢູ່ພື້ນທີ່ ຕ່ຳກວ່າ ຣະດັບນ້ຳ ໃນບຶງທາດຫລວງ ຖ້າຫາກມີນ້ຳ ອັ່ງອໍ ຍ້ອນ ຣະບົບຣະບາຍນ້ຳ ອາດຈະພາໃຫ້ ເກີດ ນ້ຳຖ້ວມໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org