ເມືອງໃຫມ່ບຶງທາດຫລວງ

ການສ້າງສາ ພັທນາ ເມືອງໃຫມ່ ທີ່ບຶງທາດຫລວງ ອາຈໃຊ້ໄຟຟ້າ ຈາກເຂື່ອນ ຫລືຈາກ ສະຖານີສົ່ງ ໂດຍຕຣົງ.
ສິດນີ
2012.08.27

ການພັທນາ ເມືອງໃຫມ່ ບຶງທາດຫລວງ ຈະໃຊ້ກະແສ ໄຟຟ້າ ໂດຍຕຣົງຈາກເຂື່ອນ ເຂົ້າໃນພຶ້ນທີ່ ການກໍ່ສ້າງ ຫລືເອົາຈາກ ສະຖານີ ສົ່ງໄຟຟ້າ ເພື່ອໃຫ້ ສະດວກສະບາຍ ໃນການຄວບຄຸມ ແລະ ການນຳໃຊ້ ໄຟຟ້າ ໃນເມືອງໃຫມ່ ຢ່າງພຽງພໍ ໂດຍຈະບໍ່ ກ່ຽວຂ້ອງ ກັບການໄຟຟ້າ ນະຄອນຫລວງ ແຕ່ຢ່າງໃດ. ເຈົ້າຫນ້າທີ່ ເວົ້າວ່າ:

"ບຶງທາດຫລວງ ບຶງໃຫຍ່ໆ ເຂົາຈະພັທນາ ເປັນຕົວເມືອງ ໃຫມ່ ເຂົາຈະທຳການ ເດີນໄຟແຮງສູງເຂົ້າ ຈະບໍ່ກ່ຽວກັບ ໄຟຟ້າ ຢູ່ນະຄອນຫລວງ ເລີຍ ຈະຕໍ່ໄຟຟ້າ ອອກຈາກ ໂຕເຂື່ອນ ຫລືວ່າ ຕົວສົ່ງອອກເລີຍ".

ທ່ານກ່າວ ຕໍ່ໄປວ່າ ກະແສໄຟຟ້າ ຫລືຄ່າໄຟຟ້າ ທີ່ຈະໃຊ້ ໃນເມືອງໃຫມ່ ບຶງທາດຫລວງ ນັ້ນຍັງບໍ່ທັນ ຄິດເປັນສັດສ່ວນ ເທື່ອວ່າ ຈະຈ່າຍກັນ ແບບໃດ ຊຶ່ງດຽວນີ້ ບໍຣິສັດ ກໍສ້າງ ກໍກຳລັງ ຈະຕິດຕັ້ງໄຟຟ້າ ເຂົ້າສູ່ພື້ນທີ່ ເພື່ອໃຊ້ໃນການ ກໍ່ສ້າງພັທນາ ບຶງທາດຫລວງ ໂດຍຄາດວ່າ ຈະຕໍ່ຈາກ ເຂື່ອນ ຫລືສະຖານີ ສົ່ງໄຟ ທີ່ບ້ານ ທ່ານາແລ້ງ ເມືອງ ຫາດຊາຍຟອງ ນະຄອນຫລວງ ວຽງຈັນ ໂດຍຕຣົງ.

ເຖິງຢ່າງໃດ ກໍດີ ທ່ານວ່າ ການພັທນາບຶງທາດຫລວງ ໃນພື້ນທີ່ ປະມານ 365 ເຮັກຕານັ້ນ ຂັ້ນຕົ້ນ ຈະພັທນາ ເຄີ່ງນື່ງກອ່ນ ແຕ່ການຈະຂຍາຍ ພື້ນທີ່ອອກໄປ ອີກນັ້ນຍັງ ບໍ່ແນ່ເທຶ່ອ. ທ່ານກ່າວ ເພີ້ມອີກວ່າ:

"ຫລາຍກວ່າ ນັ້ນ ດີນນັ້ນມີ ແຕ່ເອົາດີນເຄີ່ງດຽວ ເຂົາລອງພັທນາ ເຄີ່ງນື່ງກອ່ນ".

ພື້ນທີ່ບຶງທາດຫລວງ ໃນນະຄອນຫລວງ ວຽງຈັນ ຖືກສຳປະທານ ໃຫ້ສ້າງເປັນ ເມືອງໃຫມ່ ເປັນເຂດ ເສຖກິດ ພິເສດ ທີ່ ຈະປະກອບດ້ວຍ ສູນການຄ້າ ທີ່ພັກອາສັຍ ໂຮງແຮມ ບ້ານພັກ ສວນສນຸກ ແລະ ສະຖານທີ່ ຣາຊການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.