ຊາວບ້ານທ່າແຕງຢືນຢັນ ເຣື່ອງຄົນຖືກຈັບ

ຊາວບ້ານທ່າແຕງ ທ່ານນື່ງໃຫ້ການຢືນຢັນວ່າ ຊາວບ້ານ 7 ຄົນຖືກຈັບແທ້.
ສິດນີ
2012.06.26

ຊາວບ້ານ ທ່າແຕງ ແຂວງເຊກອງ ຜູ້ທີ່ ຂໍສງວນຊື່ ທ່ານນື່ງ ເວົ້າວ່າ ກໍຣະນີ ເຈົ້າຫນ້າທີ່ ຈັບກຸມ ຊາວບ້ານ 7 ຄົນທີ່ອອກມາ ຮຽກຮ້ອງ ສິດທິ ເຣື່ອງທີ່ດີນ ຂອງພວກ ຂະເຈົ້ານັ້ນມີ ຄວາມຈີງ ແຕ່ເຈົ້າຫນ້າທີ່ ທ້ອງຖີ່ນ ປະຕິເສດ ຊື່ງໃນ ປັດຈຸບັນ ຊາວບ້ານ ກຸ່ມດ່ັງກ່າວ ຍັງຖືກ ກັກຂັງຢູ່ ແລະ ບັນຫານີ້ ຖືກສົ່ງໄປຍັງ ກົມຄົ້ນຄວ້າ ຄໍາຮ້ອງຂໍ ຄວາມເປັນທັມ ຂອງ ສະພາ ແຫ່ງຊາດແລ້ວ ຊື່ງເຈົ້າຫນ້າທີ່ ປະຈຳຫນ່ວຍງານ ດັ່ງກ່າວ ເວົ້າວ່າ ເຣື້ອງການ ຮຽກຮ້ອງ ສິດທິ ທີ່ດີນ ຂອງ ຊາວບ້ານນັ້ນ ໃນປັດຈຸບັນ ສະພາ ແຫ່ງຊາດ ໄດ້ມອບໃຫ້ ຫ້ອງການ ປົກຄອງທ້ອງຖີ່ນ ເປັນຜູ້ດູແລ ແກ້ໄຂ ດ່ັງເຈົ້າຫນ້າທີ່ ສະພາແຫ່ງຊາດ ທ່ານນັ້ນ ເວົ້າວ່າ:

"ຄຳຮ້ອງ ກໍມີມາ ຄຳຮ້ອງ ກໍມາຮອດ ສະພາແຫ່ງຊາດ ຄຳຮ້ອງ ກໍມີ ແຕ່ວ່າຕອນນີ້ ທາງຂັ້ນເທີງ ເພີ່ນກໍໃຫ້ ອົງການ ປົກຄອງ ທ້ອງຖີ່ນ ພິຈາຣະນາ ແກ້ໄຂ".

ທ່ານກ່າວ ຕໍ່ໄປວ່າ ມາຮອດ ປັດຈຸບັນ ມີການຮ້ອງຮຽນ ກ່ຽວກັບ ສິດທິທີ່ດີນ ເຂົ້າມາຫລາຍ ແຕ່ລະ ກໍຣະນີ ກໍໄດ້ ດຳເນີນງານ ໄປຕາມຂັ້ນຕອນ ໂດຍໃຫ້ ອົງການ ປົກຄອງທ້ອງຖີ່ນ ເປັນຜູ້ແກ້ໄຂ.

ເຖິງຢ່າງໃດ ກໍຕາມ ຊາວບ້ານ ທີ່ບ້ານທ່າແຕງ ບອກວ່າ ຄວາມກັງວົນ ຂອງ ພວກຂະເຈົ້າ ໃນເວລານີ້ ນອກຈາກ ຢາກໃຫ້ທາງການ ປ່ອຍໂຕ ຊາວບ້ານ ຜູ້ທີ່ຖືກຈັບ ນັ້ນແລ້ວ ພວກຂະເຈົ້າ ຍັງເປັນຫ່ວງວ່າ ຣັຖບານຈະໃຫ້ ຄ່າຊົດເຊີຍ ຊາວບ້ານ ຜູ້ທີ່ຖືກ ໂຍກຍ້າຍ ຢ່າງໃດ ຣັຖບານ ຈະຫາທີ່ດີນ ບ່ອນໃຫມ່ ແທນດີນ ທີ່ພວກຂະເຈົ້າ ເສັຽໄປໃຫ້ ບໍຣິສັດ ເອກຊົນ ນັ້ນຫລືບໍ?

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.