ກົດຟັງສຽງ
ໜັງສືພິມ ຜູ້ຈັດການ ຂອງໄທ ຣາຍງານ ເມື່ອ ວັນອາທິດ ນີ້ວ່າ ຊາວໄທ ພາກັນ ຂີ່ຣົດ ທົວຣ໌ ຂ້າມ ແມ່ນ້ຳຂອງ ໄປທ່ຽວ ສປປລາວ ຢ່າງຄຶກຄັກ. ຊາວໄທ ຈາກ ເກືອບທຸກ ສາຣະທິດ ເດີນທາງ ໄປ ນະຄອນ ພະນົມ ຫລາຍຂື້ນ ໂດຍສະເພາະ ໃນທ້າຍ ສັປດາ ວັນເສົາ ແລະ ວັນອາທິດ ຈະມີເຖິງ 600 ຄົນ. ພວກເຂົາ ມັກ ຂີ່ຣົດໂດຍສານ ຫລື ຣົດທົວຣ໌ ຈາກ ຫົວຂົວ ໃນເມືອງ ນະຄອນພະນົມ ຂ້າມຂົວ ມິຕພາບ ລາວ-ໄທ ແຫ່ງ ທີ່ສາມ ໄປຫລິ້ນ ໄປທ່ຽວ ທີ່ ແຂວງຄຳມ່ວນ ຊຶ່ງ ກໍມີ ສະຖານ ທ່ອງທ່ຽວ ທີ່ ໜ້າສົນ ຫລາຍແຫ່ງ ເປັນຕົ້ນ ຖ້ຳກອງລໍ ຖ້ຳປາ ຜາ ຖ້ຳແອ່ນ ແລະ ວັດທາດ ສີໂຄດຕະບອງ.
ໃນວັນ ອາທິດ ທີ່ ຜ່ານມາ ບັນຍາກາດ ທີ່ ຄິວຣົດ ທີ່ເມືອງ ນະຄອນພະນົມ ຄຶກຄັກ ເປັນພິເສດ ເພາະເປັນ ຣະຍະ ພັກຍາວ. ຊາວໄທ ເດີນທາງ ທ່ຽວເບິ່ງ ແມ່ນ້ຳຂອງ ແລ້ວກໍຂ້າມ ໄປຫລິ້ນ ທີ່ ແຂວງ ຄຳມ່ວນ ສປປລາວ.
ເຈົ້າໜ້າທີ່ ຣົດໂດຍສານ ແຂວງ ນະຄອນພະນົມ ກ່າວວ່າ ໃນຣະຍະ ທ້າຍ ສັປດາ ນີ້ ຊຶ່ງ ເປັນຣະຍະ ພັກຍາວ ຢູ່ໄທ ຈະມີນັກ ທ່ອງທ່ຽວ ຂ້າມໄປ ຫລິ້ນ ໄປທ່ຽວ ທີ່ ແຂວງ ຄຳມ່ວນ ປະມານ 500-600 ຄົນ ຕໍ່ມື້ ຫລາຍກວ່າ ວັນ ທັມມະດາ ຫລາຍເທົ່າ. ນັກທ່ອງທ່ຽວ ສ່ວນຫລາຍ ເຖິງວ່າຈະ ໃຊ້ຣົດ ສ່ວນຕົວມາ ແຕ່ພວກເຂົາ ມັກຂີ່ຣົດ ໂດຍສາຍ ຂ້າມໄປ ຝັ່ງລາວ ເພາະ ຄ່າຣົດຖືກ ເມື່ອທຽບໃສ່ ຣົົດສ່ວນຕົວ.
ເຈົ້າໜ້າທີ່ ຣົດໂດຍສານ ເວົ້າອີກວ່າ ທາງ ບໍຣິສັດ ໄດ້ຈັດ ຖ້ຽວຣົດ ເພິ້ມຂື້ນ ເປັນ ມື້ລະ 8 ຖ້ຽວ ແລະ ເກັບຄ່າ ໂດຍສານ ຜູ້ນຶ່ງ 70 ບາດ ຫລື 18,000 ກີບ ຈາກ ນະຄອນ ພະນົມ ເຖິງເມືອງ ທ່າແຂກ ແຂວງ ຄຳມ່ວນ.