ໄທ ອາດຊື້ໄຟຟ້າ ຈາກລາວເພີ້ມຂື້ນ

ການໄຟຟ້າ ຝ່າຍຜລິດ ແຫ່ງ ປະເທດໄທ ຫລື ອີກັດ ອາດຈະຊື້ ໄຟຟ້າ ຈາກ ເຂື່ອນນໍ້າງື່ມ ແລະ ນໍ້າເທີນສອງ ຕື່ມ ເພື່ອປະຫຍັດ ຣາຍຈ່າຍ ຊື້ນໍ້າມັນ ແລະ ແກ໊ສ ທັມມະຊາດ ເຂົ້າມາ ເພື່ອຜລິດ ໄຟຟ້າ.
ອະວາຣີ
2011.07.21
F-NT2 ເຂື່ອນນໍ້າເທີນສອງ: ນໍ້າທີ່ເປັ່ງອອກ ຫລັງຈາກ ທີ່ໃຊ້ປັ່ນ ໝໍ້ໄຟ ຜລິດໄຟຟ້າ ແລ້ວ ຈະໄຫລລົງ ສູ່ນໍ້າເຊບັ້ງໄຟ ແລະລົງສູ່ ແມ່ນໍ້າຂອງ
Tyler Chapman

ກົດຟັງສຽງ

ທ່ານ ສຸຕັດ ປັດທະມະ ສີຣິວັດ ຜູ້ປົກຄອງ ອີກັດ ກ່າວວ່າ ໃນຣະຍະ ນີ້ ຣັຖບານໄທ ຈຳເປັນ ຕ້ອງຈ່າຍ ເງິນເຖິງ 2 ຕື້ ບາດ ໃນທ້າຍເດືອນນີ້ ເພື່ອຊື້ ນ້ຳມັນ ແລະ ແກ໊ສ ທັມມະຊາດ ເຂົ້າມາຕື່ມ ເພາະທໍ່ ນ້ຳມັນ ແລະ ແກ໊ສ ຢູ່ໃຕ້ດິນ ໃນອ່າວໄທ ຮົ່ວນັບແຕ່ ວັນທີ່ 25 ເດືອນ ທີ່ແລ້ວ ເປັນຕົ້ນມາ, ສະນັ້ນ ເພື່ອຫລຸດຜ່ອນ ຣາຍຈ່າຍ ອີກັດ ຈຶ່ງຢາກ ຊື້ໄຟຟ້າ ຈາກ ລາວ ຕື່ມ.

ຕາມແຜນ ທີ່ວາງໄວ້ ອີກັດ ຢາກຊື້ ໄຟຟ້າ ຈາກເຂື່ອນ ນ້ຳເທີນສອງ ເພິ້ມຂື້ນ ຈາກ 300 ລ້ານ ກິໂລວັດ ຊົ່ວໂມງ ໃນປັດຈຸບັນ ຂື້ນເປັນ 500 ລ້ານ ແລະ ຈະຊື້ໄຟຟ້າ ຕື່ມຈາກ ເຂື່ອນນ້ຳງື່ມ ສອງ ຈາກ 220 ລ້ານ ກິໂລວັດ ຊົ່ວໂມງ ຂື້ນເປັນ 370 ລ້ານ. ທ່ານ ສຸຕັດ ອະທິບາຍວ່າ ການຮັບຊື້ ໄຟຟ້າຕື່ມ ຈາກລາວ ເທື່ອນີ້ ເປັນເວລາ ທີ່ເໝາະສົມ ທີ່ສຸດ ເພາະ ປັດຈຸບັນ ຝົນກຳລັງຕົກ ແລະ ເຂື່ອນໄຟຟ້າ ຢູ່ລາວ ກຳລັງ ມີນ້ຳຫລາຍ ສາມາດ ຜລິດໄຟຟ້າ ໄດ້ຢ່າງ ຫລວງຫລາຍ.

ໄທໃຊ້ ໄຟຟ້າ ເຖິງ 72 ສ່ວນຮ້ອຍ ທີ່ຜລິດຈາກ ນ້ຳມັນ ແລະ ແກ໊ສທັມມະຊາດ, 20 ສ່ວນຮ້ອຍ ຈາກຖ່ານຫິນ, 5 ສ່ວນຮ້ອຍ ຈາກເຂື່ອນ ໄຟຟ້າ ພາຍໃນ ປະເທດເອງ ແລະ 2 ສ່ວນຮ້ອຍ ຊື້ມາ ຈາກ ສປປລາວ.

ເມື່ອທ້າຍ ເດືອນ ທີ່ຜ່ານມາ ທໍ່ນ້ຳມັນ ແລະ ແກ໊ສ ທັມມະຊາດ ຂອງໄທ ຮົ່ວ ແລະ ຮົ່ວມື້ລະ ຫລາຍຮ້ອຍ ລ້ານ ເມັດກ້ອນ. ສະນັ້ນ ຣັຖບານໄທ ຈຳເປັນ ຕ້ອງຊື້ ນ້ຳມັນ ແລະ ແກ໊ສທັມມະຊາດ ຈາກ ປະເທດອື່ນ ໃນຣາຄາ ສູງກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.