ຣາຍໄດ້ຂອງໄທຄົມ ຫລຸດລົງ
ຫວາດ ສີມູນ
2012.05.17
2012.05.17
ກຸ່ມບໍຣິສັທ ໄທຄົມ ໄດ້ອອກຣາຍງານ ດ້ານຣາຍຮັບ ຈາກກາຣເຮັດ ທຸຣະກິຈ ຢູ່ກັມພູຊາ ແລະສປປລາວ ໃນໄຕຣມາສ ທຳອິດຂອງປີ 2012 ນີ້ ໄດ້ຫລຸດລົງ 7.5% ຫລືປະມານ 9.4 ລ້ານດອລລາຣ໌ ສະຫະຣັຖ ທຽບໃສ່ ໃນຣະຍະດຽວກັນ ຂອງປີ ທີ່ຜ່ານມາ ຍ້ອນຈຳນວນ ຂອງຜູ້ເປັນ ສະມາຊິກ ຍັງຫລຸດລົງ ຢູ່ເລື້ອຍໆ.
ຕາມຣາຍງານ ທີ່ທາງບໍຣິສັທ ໄດ້ນໍາອອກເຜີຽແຜ່ ໃນມື້ວັນທີ່ 16 ພຶສພານີ້ ແສດງໃຫ້ເຫັນ ວ່ານັບແຕ່ຕົ້ນ ປີ 2012 ນີ້ ມາຮອດທ້າຍ ເດືອນມີນາ ບໍຣິສັທ ເທເລຄົມລາວ ມີສະມາຊິກ ທັງໝົດ ໃນທົ່ວປະເທສ 1.322 ລ້ານຄົນ ຊຶ່ງສ່ວນຫລາຍ ກໍແມ່ນ ໂທຣະສັພ ມືຖື ທຽບໃສ່ 12 ເດືອນ ຂອງປີຜ່ານມາ ທີ່ມີຢູ່ໃນ ບັນຊີ ເຖີງ 1.651 ຄົນ.
ໃນຂນະດຽວກັນ ຢູ່ກັມພູຊາ ກໍມີ ຜູ້ລົງທະບຽນ ເປັນສະມາຊິກ ທັງໝົດ ໃນຣະຍະ ດຽວກັນ 414,000 ຄົນ ທຽບໃສ່ ໃນເມື່ອກ່ອນ ທີ່ມີ 701,000 ຄົນ ຊຶ່ງອາຈເກີດ ຈາກສາເຫຕ ທີ່ມີຫລາຍ ບໍຣິສັທ ເຂົ້າໄປແຂ່ງ ໃນກາຣໃຫ້ ບໍຣິກາຣ ທີ່ມີຫລາຍ ເພີ່ມຂຶ້ນນັ້ນ ກໍເປັນໄດ້.