5 ແຂວງພາກອີສານຕຣຽມ ໃສ່ເສຖກິຈອາຊ໊ຽນ

5 ແຂວງ ພາກອີສານ ຂອງໄທ ຈະຈັດງານ ສະແດງສິນຄ້າ ແລະ ສິລປະ ທີ່ເມືອງ ອຸດອນທານີ ເພື່ອຕຽມພ້ອມ ເຂົ້າຮ່ວມ ປະຊາຄົມ ເສຖກິດ ອາຊ໊ຽນ.
ອະວາຣີ
2012.08.24
F-Miss-Udorn-perfume ນໍ້າຫອມທີ່ເປັນ ຜລິຕພັນ ຂອງປະເທດໄທ Udorn-Sunshine-Orchid-Perfume
Udorn-sunshine

ໃນຈໍານວນ 5 ແຂວງ ທີ່ຈະເຂົ້າຮ່ວມ ງານສະແດງ ເທື່ອນີ້ ນອກຈາກ ແຂວງ ອຸດອນທານີ ແລ້ວ ກໍມີແຂວງເລີຍ ຂ.ໜອງຄາຍ ຂ.ບຶງການ ແລະ ຂ.ໜອງບົວລຳພູ. ງານສະແດງ ສິນຄ້າ ແລະ ສິລປະ ຈະເລິ້ມແຕ່ ວັນທີ່ 30 ເດືອນນີ້ ຈົນເຖິງວັນທີ່ 5 ເດືອນໜ້າ ສິນຄ້າທີ່ ຈະວາງສະແດງ ສ່ວນນຶ່ງແມ່ນ ສິນຄ້າໂອທ໊ອປ ຫລື ສິນຄ້າທ້ອງຖິ່ນ ຕ່າງໆຂອງໄທ ອີກສ່ວນນຶ່ງ ຈະແມ່ນສິນຄ້າ ຈາກສປປລາວ ວຽດນາມ ແລະ ມາເລເຊັຍ.

ເວັບໄຊຕ໌ໜັງສືພິມ ຜູ້ຈັດການ ຂອງໄທ ຣາຍງານວ່າ ຈຸດປະສົງ ຂອງການຈັດງານ ສະແດງຄັ້ງນີ້ ແມ່ນເພື່ອສົ່ງເສີມ ການຜລິດສິນຄ້າ ຂອງ ປະຊາຊົນ ໃນພາກອີສານ ແລະ ເພື່ອຂຍາຍ ການສົ່ງສິນຄ້າ ເຫລົ່ານີ້ອອກໄປສູ່ ປະເທດອື່ນໆ ໃນອາຊ່ຽນ. ສິນຄ້າທີ່ຈະຖືກ ວາງສະແດງມີ ຫລາຍປະເພດ ເຊັ່ນປະເພດ ອາຫານ ສຸດຍອດອີສານ ເສື້ອຜ້າ ແລະ ແຜ່ນແພ ທີ່ຜລິດໂດຍ ຊາວທ້ອງຖິ່ນ ແລະ ສິນຄ້າແປຮູບອື່ນໆ.

ເຈົ້າໜ້າທີ່ຂັ້ນສູງ ຂອງຫ້າແຂວງ ປະຊຸມ ປຶກສາຫາລຶກັນ ກ່ຽວກັບການ ຈັດງານ ດັ່ງກ່າວມື້ວານນີ້ ທີ່ໂຮງແຮມ ເຊັນທາຣາ ໃນກາງເມືອງ ອຸດອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.