ໄທຽທົວຣ໌ ບໍ່ປະຕິບັຕຕາມກົດ

ຜູ້ປະກອບກາຣ ໄທຽທົວຣ໌ ສ່ວນຫຼາຍ ບໍ່ ປະຕິບັຕ ຕາມຣະບຽບ ຂອງ ທາງກາຣລາວ
ຫວາດ ສີມູນ
2011.11.30
F-Laos-tour ຜູ້ນຳທ່ຽວ ກຳລັງພາ ນັກທ່ອງທ່ຽວ ຊາວໄທ ຂ້າມ ແມ່ນຳ້ຂອງ ມາຝັ່ງລາວ ທາງພາຄເໜືອ
Thai Lao Tour

ກົດຟັງສຽງ

ກົດຣະບຽບ ຕ່າງໆ ຂອງກາຣ ປະກອບ ທຸຣະກິຈ ກາຣທ່່ອງທ່ຽວ ຢູ່ ສປປລາວ ກໍ ເຊັ່ນດຽວກັນ ກັບຢູ່ ໃນປະເທສ ອື່ນໆ ທີ່ທາງກາຣ ກ່ຽວຂ້ອງ ມີກາຣ ຮັບຮອງ ແລະ ນຳເອົາໄປ ປະຕິບັຕ, ແຕ່ວ່າ ຜູ້ປະກອບກາຣ ທົວຣ໌ (Tour) ໂດຽສະເພາະ ໃນເຂຕ ຊາຍແດນ ລາວ-ໄທຽ ຈຳນວນ ຫລວງຫລາຍ ບໍ່ປະຕິບັຕ ຕາມກົດ ທີ່ທາງ ຝ່າຍລາວ ໄດ້ວາງອອກ.

ດັ່ງຈະເຫັນ ໄດ້ຈາກ ກາຣເອົາຣັດ ເອົາປຽບ ໂດຽທາງ ຝ່າຍໄທຽ ບໍ່ຍອມແບ່ງ ຜົລປໂຍຊນ໌ ທີ່ເໝາະສົມ ໃຫ້ແກ່ ທາງຝ່າຍລາວ ດັ່ງ ເຈົ້າໜ້າທີ່ ກົມຄຸ້ມຄອງ ທຸຣະກິຈ ກາຣທ່ອງທ່ຽວ ແລະ ໂຮງແຮມ. ອົງກາຣ ທ່ອງທ່ຽວ ແຫ່ງຊາຕ ໄດ້ກ່າວວ່າ:

"ສະມາຄົມ ທຸຣະກິຈ ນຳທ່ຽວ ກໍເວົ້າ ຕລອດວ່າ ຕ້ອງມີ ຜົລປໂຍຊນ໌ ຮ່ວມກັນ ຣະຫວ່າງ ສອງຝ່າຍ ສ່ວນຫລາຍ ທົວຣ໌ໄທຽ ຈະບໍ່ຍອມ ຄັນຖ້າວ່າ ເຮັດສັນຍາ ກັບບໍຣິສັທນີ້ ບໍ່ຕົກລົງ ກໍໄປເຮັດ ສັນຍາ ກັບບໍຣິສັທ ອື່ນ ມີຂໍ້ ຣະບຽບ ແຕ່ທາງໄທຽ ບໍ່ຄ່ອຍປະຕິບັຕ ອັນນີ້ ຍອມຮັບວ່າ ທົວຣ໌ໄທຽ ບໍ່ຄ່່ອຍ ປະຕິບັຕ ຣະບຽບກາຣ ຂອງລາວ ທີ່ວາງໄວ້".

ທ່ານເວົ້າເພີ່ມ ອີກວ່າ ໃນຣະຍະ ຜ່ານມາ ທາງຝ່າຍ ທົວຣ໌ໄທຽ ທີ່ເຂົ້າ ເມືອງລາວ ແມ່ນເຂົ້າມາ ຈັດກາຣ ເອງໝົດ ໂດຽທີ່ ບໍ່ໃຫ້ ທາງຝ່າຍລາວ ມີຜົລປໂຍຊນ໌ ແຕ່ຢ່າງໃດ ຊຶ່ງ ກົງກັນຂ້າມ ກັບທາງ ບໍຣິສັທ ກາຣທ່ອງທ່ຽວ ຂອງລາວ ທີ່ນຳພາ ນັກທ່ອງທ່ຽວ ຈາກລາວ ໄປໄທຽ ນັ້ນ ຄົນລາວ ຈະບໍ່ມີສິທ ຈອງໂຮງແຮມ ຫລືຮ້ານອາຫາຣ ໂດຽຕົນເອງ ໄດ້ແຕ່ຢ່າງໃດ ເພາະຕ້ອງ ໃຫ້ທາງ ຕົວແທນ ບໍຣິສັທ ທ່ອງທ່ຽວ ໃນໄທຽ ເປັນ ຜູ້ຈັດກາຣໃຫ້ ຊຶ່ງກໍເປັນ ກາຣເຮັດໃຫ້ ຝ່າຍລາວ ເສັຽຜົລປໂຍຊນ໌ ດັ່ງ ເຈົ້າໜ້າທີ່ ພນັກງານ ບໍຣິສັທ ທົວຣ໌ລາວ ໄດ້ກ່າວວ່າ:

"ມີບັນຫາກັນ ແບບຕົກລົງ ວ່າ ຈະໃຊ້ ບໍຣິກາຣ ໃຫ້ທາງ ຝ່າຍລາວ ທຳເຣື່ອງ ຮ້ານອາຫາຣ ເຣື່ອງທີ່ພັກ ບາງຄັ້ງ ເວລາມາ ທົ໋ວໄທຽ ກໍຢາກ ຈະທຳເອງ ທັງໝົດ ບາງຄັ້ງ ກໍເອົາ ຣົຖເຂົ້າ ມາເອງ ກໍມີ ຂໍ້ເສັຽ ເພາະວ່າ ຣາຍຮັບ ເຂົາກໍ ຕົກລົງ ແລະ ບາງເທື່ອ ກໍມີ ໜີ້ສິນ ທີ່ແຣກມາ ກໍຈ່າຍ ທີ່ຫລັງມາ ກໍຕິດໄວ້ ຕິດໜີ້ ຫລາຍໆ ຢ່າງ".

ເຈົ້າໜ້າທີ່ ດັ່ງກ່າວ ໄດ້ແຈ້ງ ເພີ່ມວ່າ ໃນຣະຍະ ຜ່ານມາ ກໍມີ ທົວຣ໌ສາກົລ ເຂົ້າມາ ໃນລາວ ເຊັ່ນກັນ ແຕ່ກໍ ບໍ່ມີ ກາຣເອົາປຽບ ໃນດ້ານ ຜົລປໂຍຊນ໌ ເຊັ່ນດຽວກັບ ຜູ້ປະກອບກາຣ ທົ໋ວຣ໌ໄທຽ ຕາມ ຊາຍແດນລາວ - ໄທ ຽດັ່ງກ່າວນີ້ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Dec 02, 2011 10:15 AM

ຄົນລາວເກ່ງຂົ້ມເຫັງແລະທຳລາຍຄົນຊາດເຜົ້າພັນດຽວກັນ
ແຕ່ກັບຊາດອື່ນແລ້ວເປັນເກີບແຕະໃຫ້ເຂົາຢຽບ ລາວ ໂງ່ ເອີຍ..