ພຣະເທພສເດັຈຮ່ວມ ພຣະຣາຊພິທີເປີດຂົວ
2011.11.09

ກົດຟັງສຽງ
ຂົວ ມິຕພາບ ລາວ-ໄທຽ ຂ້າມ ແມ່ນ້ຳຂອງ ແຫ່ງທີ່ 3 ຣະຫວ່າງ ແຂວງ ຄຳມ່ວນ ແລະ ນະຄອນ ພະນົມ ມີກຳໜົດ ທໍາພິທີ ເປີດໃຊ້ ບໍຣິກາຣ ຢ່າງເປັນ ທາງກາຣ ໂດຽກາຣ ຊົງເປັນ ປະທານ ຂອງ ເຈົ້າຍີງ ພຣະເທພ ພ້ອມຜູ້ນຳ ຈາກ ທັງສອງ ປະເທສ ໃນເວລາ 11:11 ໂມງ (11 ໂມງ 11 ນາທີ ) ຂອງ ມື້ວັນທີ່ 11 ພຶສຈິກາ 2011 (11/11/11) ນີ້ ພ້ອມກັບ ເຈົ້າໜ້າທີ່ ທັ້ງ ພາຄຣັຖ ແລະ ເອກກະຊົນ ຈາກ ທັງສອງຝັ່ງ ແມ່ນ້ຳຂອງ ເຂົ້າຮ່ວມ ກວ່າ 400 ທ່ານ.
ຂົວມິຕພາບ ແຫ່ງທີ່ 3 ຖືກເຣີ່ມ ສ້າງຂຶ້ນ ແຕ່ ກາງປີ 2009 ຊື່ງມີ ຄວາມກວ້າງ 13 ແມ໊ຕ ແລະ ຍາວ 1,430 ແມ໊ຕ ໂດຍທາງ ຣັຖບາລໄທຽ ເປັນຜູ້ ອອກຄ່າ ກາຣກໍ່ສ້າງ ຮວມທັງໝົດ ປະມານ 1 ຕື້ 700 ລ້ານ ບາທ ແລະ ຖືວ່າເປັນ ຂົວມິຕພາບ ທີ່ສຳຄັນ ແຫ່ງນື່ງ ເພື່ອ ເຊື່ອມໂຍງ ສອງຝັ່ງ ແມ່ນ້ຳຂອງ ລາວ-ໄທຽ ທີ່ຈະເຮັດ ໃຫ້ເຂຕ ດັ່ງກ່າວ ກາຍເປັນເຂຕ ເສຖກິຈ ພິເສດໃນຂັ້ນ ຕໍ່ໄປ.
ໃນຂນະດຽວກັນ ໂຄງກາຣ ສ້າງຂົວ ດັ່ງກ່າວ ເປັນສ່ວນໜຶ່ງ ຂອງ ຍຸທສາຕ ກາຣ ພັທນາ ເຂຕ ເສຖກິຈ ທີ່ເຊື່ອມຕໍ່ ກັບ ເສັ້ນທາງ ເລຂ 12 ຈາກ ເມືອງທ່າແຂກ ໄປເຖິງ ເມືອງວິນ ຊຶ່ງຢູ່ທາງ ພາຄກາງ ຂອງ ວຽຕນາມ ພ້ອມກັບ ເປັນກາຣ ປະຕິບັຕ ຕາມ ໂຄງກາຣ ຮ່ວມມື ຂອງ ກຸ່ມ ອະນຸ ພູມີພາຄ ລຸ່ມ ແມ່ນ້ຳຂອງ GMS ທີ່່ຍິ່ງຈະ ເຮັດໃຫ້ເຂຕ ດັ່ງກ່າວ ມີຄວາມ ແຂງແຮງ ທາງດ້ານ ເສຖກິຈ ເພີ່ມ ຫລາຍຂຶ້ນ ພ້ອມກັບ ຈະເປັນ ກາຣສ້າງ ຄວາມສະດວກ ເພື່ອຮອງຮັບ ກາຣຄ້າ ເສຣີ ອາຊ໊ຽນ ໃຫ້ໄດ້ ພາຍໃນ ປີ 2015 ນີ້.