ພຣະເທພສິ້ນສຸດ ການຢ້ຽມຢາມລາວ
2012.03.15

ກົດຟັງສຽງ
ສົມເດັຈ ພຣະເທພ ພຣະຣັຕຣາຊສຸດາ ສຍາມ ບໍຣົມ ຣາຊກຸມຣີ ໄດ້ສເດັຈ ຢ້ຽມຢາມ ສປປລາວ ເປັນເວລາ 2 ມື້ ທີ່ສິ້ນສຸດລົງ ໃນມື້ ວັນພຸທ ນີ້ ເພື່ອເສີມສ້າງ ສາຍສັມພັນ ມິຕພາບ ອັນສນິດສນົມ ຣະຫວ່າງ ລາວ ແລະ ໄທຽ ໃຫ້ແໜ້ນແຟ້ນ ຍືນຍາວ ຕໍ່ໆໄປ.
ໃນຣະຫວ່າງທີ່ ສເດັຈຢ້ຽມຢາມ ລາວ ເປັນເວລາ ສັ້ນໆ ດັ່ງກ່າວ ເຈົ້າພຣະເທພ ກໍໄດ້ສເດັສ ຢ້ຽມຢາມ ປະທານ ປະເທສ ສປປລາວ ທ່ານ ຈູມມາລີ ໄຊຍະສອນ ຊື່ງທາງ ຜູ້ນຳລາວ ກໍໄດ້ແສດງ ຄວາມຂອບໃຈ ຕໍ່ສົມເດັຈ ພຣະເທພ ທີ່ໄດ້ໃຫ້ ຄວາມຊ່ວຍເຫລືອ ອັນມີຄຸນຄ່າ ໃນໂຄງກາຣ ພັທນາ ເພື່ອເຮັດໃຫ້ ຊີວີຕກາຣ ເປັນຢູ່ ຂອງ ປະຊາຊົນ ດີຂຶ້ນກວ່າເກົ່າ.
ພ້ອມດຽວກັນນີ້ ສົມເດັຈ ພຣະເທພ ກໍໄດ້ຢ້ຽມຢາມ ໂຄງກາຣ ຊ່ວຍເຫລືອຕ່າງໆ ເຊັ່ນໂຄງ ກາຣລ້ຽງງົວ ໜອງຫີນ ເມືອງປາກຊ່ອງ ແຂວງຈຳປາສັກ ພ້ອມກັບສເດັຈ ເຂົ້າຮ່ວມພິທີ ວາງ ສີລາຣືກ ສຳຫລັບ ໂຄງກາຣ ພັທນາ ກາຣກະສິກັມ ແລະ ໂຄງກາຣ ກໍ່ສ້າງກົງສູນ ໃໝ່ຂອງໄທຽ ໃນສວັນນະເຂຕ ໃນມູລຄ່າກວ່າ 100 ລ້ານບາທ ທີ່ຄາດວ່າ ຈະໃຫ້ສ້າງ ແລ້ວສຳເຣັຈ ພາຍໃນຕົ້ນປີ 2014 ເປັນຢ່າງຊ້າ ຕລອດຮອດ ໂຄງກາຣ ພັທນາເສຖກິຈ ໃນເຂຕເມືອງ ນາຊາຍທອງ ນະຄອນຫລວງ ວຽງຈັນ ນຳດ້ວຍ.