ເອກອະທິບໍດີ ກົມແຮງງານ ໄທ ທ່ານ ປຣາວິດ ກຽງພົນ ກ່າວວ່າ ໃນກອງປະຊຸມ ຄັ້ງທີ 11 ກ່ຽວກັບ ການຮ່ວມມື ໄທ-ພະມ່າ ທັງສອງຝ່າຍ ໄດ້ ສົນທະນາ ກ່ຽວກັບ ການພິສູດ ສັນຊາດ ຂອງຄົນງານ ຕ່າງດ້າວ ໃນໄທ. ຍ້ອນວ່າ ໄທ ມີຄົນງານ ຕ່າງດ້າວ ປະມານ 2 ລ້ານຄົນ ຈາກປະເທດ ພະມ່າ ໃນຈໍານວນນັ້ນ ປະມານ 8 ແສນຄົນ ເປັນຄົນງານ ຜິດກົດໝາຍ ທີ່ບໍ່ໄດ້ ຈົດທະບຽນ ທີ່ຈະຕ້ອງ ໄດ້ພິສູດ ສັນຊາດ ທີ່ໝົດກໍານົດ ພາຍໃນ ວັນທີ 14 ເດືອນ ມິຖຸນາ 2012 ນີ້.
ເຈົ້າໜ້າທີ່ ພະມ່າ ເປີດເຜີຍວ່າ ປັດຈຸບັນ ສູນຈົດທະບຽນ ພິສູດສັນຊາດ 7 ແຫ່ງ ໃນໄທ ສາມາດ ພິສູດສັນຊາດ ໃຫ້ຄົນງານ ໂຍກຍ້າຍ ສະຖານທີ່ ໄປໄດ້ 4 ແສນຄົນ ແລ້ວ ແລະຍັງອີກ ຫລາຍແສນ ທີ່ລໍຖ້າ ການພິສູດ ສັນຊາດ ຈຶ່ງຕ້ອງໄດ້ ເລື່ອນເວລາ ອອກໄປອີກ.
ທ່ານ ປຣາວິດ ກ່າວຕໍ່ໄປວ່າ ຍ້ອນການ ຊັກຊ້າ ໃນການ ຈົດທະບຽນ ແລະ ພິສູດ ສັນຊາດ ທາງກົມ ແຮງງານໄທ ຈຶ່ງຕ້ອງໄດ້ ຂໍໃຫ້ຣັຖບານ ເລື່ອນເວລາ ຂອງຫ້ອງການ ພິສູດ ສັນຊາດ ອອກໄປ ອີກ 3 ເດືອນ ແລະ ອີກ 3 ເດືອນ ສໍາລັບ ການຈົດທະບຽນ. ນອກຈາກນີ້ ຍັງຈະຂໍໃຫ້ ກະຊວງພາຍໃນ ອະນຸຍາດ ໃຫ້ຄົນງານ ຊາວພະມ່າ ໂຍກຍ້າຍ ຖິ່ນຖານ ທີ່ລໍຖ້າການ ຈົດທະບຽນ ແລະ ພິສູດ ສັນຊາດ ຢູ່ໃນປະເທດໄທ ຕໍ່ໄປ ຈົນຮອດ ເດືອນ ທັນວາ 2012.
ທ່ານ ປຣາວິດ ໄດ້ກ່າວ ຕື່ມອີກວ່າ ຄນະກັມມະການ ດ້ານແຮງງານ ຕ່າງດ້າວ ຊຶ່ງມີ ຣັຖມົນຕຣີ ກະຊວງ ແຮງງານ ທ່ານ ປະເດີມໄຊ ສະສົມຊັພ ເປັນປະທານ ໄດ້ສເນີເຍື້ອນ ເວລາ ໝົດເຂດ ກໍານົດ ໃນການພິສູດ ສັນຊາດ ໄປຮອດ ວັນທີ 14 ທັນວາ 2012 ໃຫ້ຄົນງານ ຕ່າງດ້າວອື່ນໆ ປະມານ 9 ແສນ ຄົນ ຊຶ່ງຮວມທັງ ຊາວພະມ່າ ລາວ ແລະ ກໍາພູຊາ.