ຊາວໄທລຸ່ມນໍ້າຂອງຍັງ ຕ້ານເຂື່ອນໄຊຍະບູຣີ

ເຄື່ອຂ່າຍ ຊຸມຊົນ ລຸ່ມ ແມ່ນ້ຳຂອງ ຂອງໄທ ປະຊຸມກັນ ຕ້ານການ ສ້າງເຂື່ອນ ໃສ່ ແມ່ນ້ຳຂອງ.

ປະທ້ວງຕໍ່ຕ້ານ ໂຄງການ ສ້າງເຂື່ອນ ໄຊຍະບູຣີ
ປະທ້ວງຕໍ່ຕ້ານ ໂຄງການ ສ້າງເຂື່ອນ ໄຊຍະບູຣີ (international-river)

0:00 / 0:00

ກົດຟັງສຽງ

ໃນວັນທີ 14 ມີນາ 2012 ເຄືອຂ່າຍ ອົງການ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ຢູ່ໄທ ຈາກ 7 ແຂວງ ພາກອີ່ສານ ໄດ້ຈັດເວທີ ປະຊຸມແລກປ່ຽນ ຄວາມຄິດ ຄວາມເຫັນ ໃນຫົວຂໍ້ “ຜົລກະທົບ ຈາກການສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ” ທີ່ແຂວງ ນະຄອນພນົມ. ກຸ່ມດັ່ງກ່າວ ຍັງໄດ້ຍື່ນ ຫນັງສືຕ້ານ ການສ້າງເຂື່ອນ ໄຊຍະບຸຣີ ໃຫ້ແກ່ 4 ທະນາຄານໄທ ທີ່ໃຫ້ເງີນກູ້ ໃນໂຄງການ ດັ່ງກ່າວ. ແກນນຳ ຂອງເຄືອຂ່າຍ ທ່ານນື່ງ ເວົ້າວ່າ:

"ມື້ວານນີ້ ໄທ ພີ່ນ້ອງເຄືອຂ່າຍ ລຸ່ມ ແມ່ນ້ຳຂອງ 4 ແຂວງ ໄດ້ຈັດເວທີ ເສວະນາ ຢູ່ ນະຄອນພນົມ ເພື່ອເອົາຜົລງານ ວິຈັຍທີ່ພີ່ນ້ອງ ໄດ້ເຮັດ ມາເວົ້າກັນວ່າ ຜົລກະທົບ ທ່ີ່ຈະເກີດ ຂື້ນນັ້ນ ມັນມີການ ເຊື່ອມໂຍງກັບ ການສ້າງເຂື່ອນ ຫຍັງແດ່ ໂດຍສະເພາະ ໂຄງການ ເຂື່ອນ ໄຊຍະບຸຣິ ແລະ ຄວາມ ຮັບຜິດຊອບ ຂອງຣັຖບານໄທ ທີ່ໄປລົງທືນ ສ້າງເຂື່ອນ ຢູ່ລາວ ສີ່ວ່າຈັງໃດ ກັນໃນ ເລື້ອງນີ້".

ນາງກ່າວ ຕໍ່ໄປວ່າ ໃນເວທີການ ໂອ້ລົມກັນ ມີປະຊາຊົນ ເຂົ້າຮ່ວມກວ່າ ນື່ງຮ້ອຍຄົນ. ກອງປະຊຸມ ໄດ້ສົນທະນາ ເຖິງຜົລກະທົບ ທີ່ຈະເກີດຂື້ນ ຈາກການ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນພາກສ່ວນ ຂອງລາວ ແລະ ຂອງຈີນ ແລະ ໄດ້ຄາດການເຖິງ ບັນຫາ ທີ່ຈະເກີດຂື້ນ ຖ້າຫາກມີ ການສ້າງເຂື່ອນ ໄຊຍະບູຣີ ຢ່າງແທ້ຈີງ.

ຈາກການ ໂອ້ລົມກັນ ກຸ່ມດັ່ງກ່າວ ສລຸບວ່າ ຜົລກະທົບ ທີ່ຈະເກີດຂື້ນ ກັບ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ມີຢູ່ຢ່າງ ມະຫາສານ ເຊັ່ນ ໃນປັດຈຸບັນ ລາຍໄດ້ທີ່ ປະຊາຊົນ ລຸ່ມ ແມ່ນ້ຳຂອງ ໄດ້ຮັບຈາກ ການປະໂມງ ໃນແຕ່ລະປີ ຈະຕົກຢູ່ ປະມານ 3 ພັນ 6 ຮ້ອຍລ້ານບາດ ສີ່ງເຫລົ່ານີ້ ກໍຈະຫາຍໄປ ຖ້າມີການ ສ້າງເຂື່ອນ.