ເຂື່ອນໄຊຍະບຸຣີ ຍັງຖືກສອດຊ່ອງ
2012.05.30

ເຄື່ອຂ່າຍກຸ່ມ ອະນຸຮັກ ລຸ່ມ ແມ່ນໍ້ຂອງ ລ້ານນາ ສືບຕໍ່ເຝົ້າເບິ່ງ ການເຄື່ອນໄຫວ ກ່ຽວກັບການ ສ້າງເຂື່ອນ ໄຊຍະບຸຣີ ຫລັງຈາກ MRC ໄດ້ມີມະຕິ ຂຍາຍເວລາ ໃນການສຶກສາ ຜົນກະທົບ ອອກໄປ ອີກ ຊຶ່ງຢືນຢັນວ່າ ບໍ່ໄວ້ວາງໃຈ ແລະ ຢ້ານວ່າ ຜູ້ຮັບເໝົາກໍ່ສ້າງ ແລະ ບໍຣິສັດ ຜລິດໄຟຟ້າ ຈະບໍ່ຫົວຊາ ກັບມະຕິ ຂອງ MRC.
ເຄື່ອຂ່າຍ ກຸ່ມອະນຸຮັກ ລຸ່ມ ແມ່ນໍ້ຂອງ ລ້ານນາ ແລະ ກຸ່ມອະນຸຮັກ ຊຽງຂອງ ໄດ້ເປີດເຜີຍວ່າ ຫລັງຈາກທີ່ ອົງກອນ ເອກກະຊົນ ແລະ ເຄືອຂ່າຍ ປະຊາຊົນ ໃນ 8 ແຂວງພາກເໜືອ ແລະ ຕາເວັນ ອອກສ່ຽງເໜືອ ປະເທດໄທ ໄດ້ຍື່ນໜັງສື ໄປຫາຣັຖບານໄທ ໃຫ້ເປັນນຶ່ງ ໃນກຸ່ມ ສະມາຊິກ MRC ຄັດຄ້ານ ການສ້າງເຂື່ອນ ໄຊຍະບຸຣີ ໃສ່ແມ່ນໍ້າຂອງ ທີ່ຫ່າງຈາກ ແຂວງຊຽງຄານ ແລະ ແຂວງ ເລີຍ ປະມານ 200 ກິໂລແມັດນັ້ນ ເຫັນວ່າຈະສົ່ງ ຜົນກະທົນ ຮຸນແຮງ ຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ ຂອງ ປະຊາຊົນ ຊຶ່ງເປັນໂຄງການ ຂອງ ທາງຣັຖບານ ລາວ ແຕ່ໃຊ້ເງິນ ກູ້ຢືມຈາກ ຣັຖບານໄທ ເພື່ອແລກປ່ຽນ ກັບການ ຊື້ກະແສ ໄຟຟ້າ ຂອງໄທນັ້ນ ຫລ້າສຸດ MRC ຊຶ່ງປະກອບດ້ວຍ ລາວ ກໍາພູຊາ ໄທແລະວຽດນາມ ໄດ້ມີ ມະຕິຮ່ວມກັນ ໃຫ້ຍືດ ການສຶກສາ ກ່ອນການກໍ່ສ້າງ ອອກໄປແລ້ວ ຊຶ່ງຄາດວ່າ ຈະບໍ່ມີການ ກໍ່ສ້າງເລີ້ມຂຶ້ນ ອີກໃນໄວໆນີ້ ແລະ ບາງປະເທດໃນ MRC ຍັງສເນີໃຫ້ ໂຈະການກໍ່ສ້າງ ອອກໄປຮອດ 10 ປີ.
ເຖິງຢ່າງໃດ ກໍຕາມ ການໂຈະ ການກໍ່ສ້າງ ອອກໄປ ຕາມຂໍ້ສເນີ ກໍຂຶ້ນຢູ່ກັບ ທາງການລາວ ວ່າຈະເຮັດຈັ່ງໃດ ເພາະການກໍ່ສ້າງ ເປັນໄປຕາມ ຂໍ້ຕົກລົງ ຂອງບໍຣິສັດ ກໍ່ສ້າງ ກັບບໍຣິສັດ ຜລິດໄຟຟ້າ ຊຶ່ງຕ້ອງມີ ການຫາລື ໂດຍຣະອຽດ ກັນໃໝ່. ດັ່ງນັ້ນ ທາງເຄືອຂ່າຍ ຈຶ່ງຍັງຕ້ອງໄດ້ ເຝົ້າເບິ່ງ ການເຄື່ອນໄຫວ ໃນເຂື່ອນ ໄຊຍະບຸຣີ ນີ້ຢູ່ຢ່າງ ໃກ້ຊິດ ອີກຕໍ່ໄປ.