ທາງການລາວຄວນຟັງສຽງ ປະຊາກໍາລັງຮຽກຮ້ອງ
2012.04.25

ກົດຟັງສຽງ
ຕົວແທນ ອົງກາຣ ແມ່ນໍ້າສາກົລ ທີ່ຕິດຕາມ ກາຣໂຮມຊຸມ ຂອງ ປະຊາຊົນ ຊາວໄທຽ ໃນເຂຕ ລຸ່ມແມ່ນໍ້າຂອງ ຢູ່ຕໍ່ໜ້າ ບໍຣິສັທ ຊ.ກາຣຊ່າງ ແລະ ທະນາຄາຣ ພານິຊ ຢູ່ບາງກອກ ໃນມື້ວັນ ທີ່ 24 ເມສານີ້ ຢາກໃຫ້ ຣັຖບາລລາວ ນຳເອົາ ຂໍ້ຮຽກຮ້ອງ ຂອງຊາວບ້ານ ໄປ ພິຈາຣະນາ ກ່ອນທີ່ຈະ ຕັດສິນໃຈວ່າ ຄວນດຳເນີນ ກາຣກໍ່ສ້າງ ເຂື່ອນ ໄຊຍະບູຣີ ຕໍ່ໄປຫລືບໍ? ດັ່ງຍານາງ ພຽນພອນ ດີເທດ ຜູ້ປະສານງານ ອົງກາຣ ແມ່ນໍ້າ ສາກົລ ໃນໄທຽ ໄດ້ກ່າວວ່າ:
ຍານາງວ່າ "ຣັຖບາລລາວ ບໍ່ຄວນຈະ ຫລີງເຫັນແຕ່ ຜົລປະໂຍຊນ໌ ທີ່ຈະໄດ້ເງິນ ໃນຈໍານວນ ໜຶ່ງ ໃນຣະຍະສັ້ນໆ ເທົ່ານັ້ນ ຊຶ່ງກໍບໍ່ ທຽບເທົ່າກັບ ຜົລກະທົບ ອັນໃຫຍ່ຫລວງ ທີ່ຈະເກີດຂຶ້ນ ກັບ ແມ່ນໍ້າຂອງ ແລະ ຄວາມຂັດແຍ່ງ ຕ່າງໆ ທີ່ອາຈຈະເກີດ ຂຶ້ນໄດ້ໃນ ພູມີພາຄ ພ້ອມທັງຢາກ ໃຫ້ ທາງກາຣລາວ ຄຳນຶງເຖີງ ປະຊາຊົນ ຜູ້ເປັນ ລູກຫລານ ທີ່ຈະຕ້ອງຖືກ ໂຍກຍ້າຍ ເປັນອົພຍົພ ໄປຢູ່ບ່ອນທີ່ ປອດພັຍ ແຫ່ງໃໝ່ ໂດຽທີ່ ບໍ່ມີ ແມ່ນໍ້າຂອງ ເປັນບ່ອນ ທຳມາຫາກິນ ໃນຂັ້ນຕໍ່ໄປ ໄດ້ແຕ່ຢ່າງໃດ".
ສໍາຫລັບ ຂໍ້ຮຽກຮ້ອງ ຂອງ ປະຊາຊົນ ນັ້ນ ຍານາງກໍວ່າ ມີຫົວຂໍ້ໃຫຍ່ ຕ່າງໆເຊັ່ນ: ໂຈະກາຣ ສ້າງເຂື່ອນ ແລ້ວສຶກສາ ຜົລກະກທົບ ຕໍ່ ສິ່ງແວດລ້ອມ ແລະ ຊີວີຕກາຣ ເປັນຢູ່ ຂອງ ປະຊາຊົນ ທີ່ ອາສັຍ ຢູ່ໃຕ້ເຂື່ອນ ໃຫ້ກາຣໄຟຟ້າ ຝ່າຍຜລິຕ ແຫ່ງ ປະເທສໄທຽ ຍົກເລີກ ຂໍ້ຕົກລົງ ກາຣຊື້ ໄຟຟ້າ ຈາກບໍຣິສັທ ໄຟຟ້ ໄຊຍະບູຣີ ໃຫ້ທາງ ທະນາຄາຣ ຂອງໄທຽທັງ 4 ແຫ່ງ ຢຸດປ່ອຍ ເງິນກູ້ແກ່ ບໍຣິສັທ ທີ່ມີສ່ວນ ກ່ຽວຂ້ອງ ກັບກາຣ ສ້າງເຂື່ອນ ໄຊຍະບູຣີ ແລະ ຮຽກທວງໃຫ້ ບໍຣິສັທ ຕລາດຫລັກຊັພ ໄທຽ ກວດກາ ກາຣລົງທຶນ ຢູ່ໃນໂຄງກາຣ ສ້າງເຂື່ອນ ໄຊຍະບູຣີ ຂອງ ບໍຣິສັທຕ່າງໆ ທີ່ຈົດທະບຽນ ຢູ່ຕລາດ ຫຸ້ນຫລັກຊັພ ໃນປະເທສໄທຽ.
ພ້ອມດຽວກັນນີ້ ຍານາງ ໄດ້ກ່າວເນັ້ນວ່າ: ຖ້າຫາກທາງ ຣັຖບາລລາວ ນຳຂໍ້ຮຽກຮ້ອງ ຜົລກາຣສຶກສາ ແລະຂໍ້ມູລ ຜົລກະທົບ ຕ່າງໆ ທີ່ເກີດຂຶ້ນ ຈາກເຂື່ອນ ຢູ່ແມ່ນໍ້າຂອງ ໃນປະເທສ ຈີນ ໄປໃຊ້ໃນກາຣ ພິຈາຣະນາ ຢ່າງຖີ່ຖ້ວນ ກໍໜ້າສິຮູ້ວ່າ ຄວນຈະສ້າງ ເຂື່ອນ ໄຊຍະບູຣີ ຕໍ່ໄປຫລື ບໍ?