ໄທວ່າຄວນລົງທຶນ ໃນຕລາດຫຸ້ນລາວ

ນັກລົງທືນໄທ ຖືກຮຽກຮ້ອງ ໃຫ້ໄປລົງທືນ ຢູ່ໃນ ຕລາດຫຸ້ນ ແຫ່ງທໍາອິດ ຂອງລາວ.
ສົມເນ
2011.01.13

ກົດຟັງສຽງ

ກະຊວງການຄ້າໄທ ສົ່ງເສີມ ໃຫ້ນັກລົງທືນໄທ ເຂົ້າໄປສວຍຫາ ໂອກາດ ການລົງທືນ ຢູ່ໃນຕລາດຫຸ້ນ ແຫ່ງທໍາອິດ ຂອງລາວ ທີ່ຫາກໍເປີດ ການແລກປ່ຽນ ຊື້ຂາຍຫຸ້ນ ຫລັກຊັບ ເມື່ອສອງວັນ ກ່ອນນີ້. ໃນຂນະທີ່ລາວ ກໍາລັງເປັນທີ່ ດືງດູດ ຈາກນັກລົງທືນ ຕ່າງປະເທດ. ທ່ານ ອາລົງກອນ ພົລບຸດ ຮອງຣັຖມົນຕຣີ ການຄ້າໄທ ກ່າວມື້ວານນີ້ວ່າ: ບໍຣິສັດ ທຸຣະກິດໄທ ຄວນເຂົ້າໄປ ສແວງຫາໂອກາດ ໃນຕລາດຫຸ້ນ ຂອງລາວ. ທ່ານວ່າ ມັນບໍ່ໄດ້ຍາກ ໄດ້ຊາຫຍັງ ນະຄອນຫວງ ວຽງຈັນ ກໍຢູ່ໄກ້ໆນີ້ເອງ ຕລາດຫຸ້ນ ຍັງໃໝ່ໆສົດໆ ໂອກາດທີ່ຈະໄດ້ ຜົນກໍາໄລ ໃນລະຍະຍາວ ມີສູງ.

ໃນວັນເປີດ ການແລກປ່ຽນຫຸ້ນ ວັນທໍາອິດ ນັ້ນ ມີນັກລົງທືນ ຈາກ 17 ປະເທດເຂົ້າໄປ ລົງທືນຊື້ຫຸ້ນ ໃນຕລາດຫຸ້ນ ຂອງລາວ. ທ່ານວ່າ ການທີ່ ລາວ ເປີດຕລາດ ຫຸ້ນຫລັກຊັບ ນີ້ ມັນເປັນສັນຍານ ບອກເຕືອນວ່າ ລາວກໍາລັງ ສຸມໃສ່ ການພັທນາ ປະເທດ. ມີຫລາຍບໍຣິສັດ ຈາກປະເທດໄທ ເປັນຕົ້ນ ບໍຣິສັດ ມິດຜົນ, ບໍຣິສັດ ຊໍການຊ່າງ, ບໍຣິສັດ ຈະເຣີນພອກພັນ ມີສັກກະຍາພາບ ສູງ ທີ່ຈະເຂົ້າໄປ ຈົດທະບຽນ ຢູ່ໃນຕລາດ ຫລັກຊັບຂອງລາວ ເພາະວ່າບໍຣິສັດ ເຫລົ່ານີ້ໄດ້ເປີດ ທຸຣະກິດຂອງຕົນ ໃນປະເທດ ເພື່ອນບ້ານແລ້ວ. ນອກຈາກການ ສົ່ງເສີມການຄ້າ ແລະ ການລົງທືນ ກັບລາວແລ້ວ ຝ່າຍໄທ ຈະຈັດຕັ້ງການ ຮ່ວມມືທາງດ້ານ ທຸຣະກິດ ລາວ-ໄທ ຢູ່ໃນເວທີ ການຮ່ວມມື ເສຖກິດອາຊຽນ ທີ່ນະຄອນຫລວງ ວຽງຈັນ ນັບແຕ່ວັນທີ 26-30 ມົກກະຣາ ນີ້ໄປ.

ໃນເວທີ ການຮ່ວມມືນັ້ນ ຈະມີກິຈກັມ 4 ຢ່າງຄື 1-ມີການພົບປະ ກັນລະຫ່ວາງ ພາກສ່ວນ ເອກກະຊົນ ຂອງສອງປະເທດ ເພື່ອຈັດຕັ້ງ ການຮ່ວມມືໃນ 5 ຂອບເຂດ ການຄ້າ ການລົງທືນ ການທ່ອງທ່ຽວ ກະສິກັມ ແລະ ໂລຈິສຕິກ ທີ່ກ່ຽວກັບການ ຂົນສົ່ງ ການຖ່າຍເທ ແລະ ເກັບມ້ຽນສິນຄ້າ. 2-ການສົມທຽບ ທຸຣະກິດ ກັບທຸຣະກິດ ທີ່ສຸມໃສ່ ການລົງທືນ ດ້ານແຮ່ທາດ ທອງແດງ, ເຫລົ້າເອຕາໂນນ ທີ່ເຮັດ ຈາກ ອ້ອຍ, ແປ້ງມັນຕົ້ນ, ແລະຜລິຕພັນ ກ່ຽວກັບໄມ້. ທ່ານ ອາລົງກອນ ວ່າ ໃນຂນະນີ້ ຝ່າຍລາວ ກໍາລັງມີແຜນ ຕັ້ງເຂດ ເສຖກິດພິເສດ 12 ແຫ່ງ ຊື່ງນັກລົງທືນໄທ ມີສັກກະຍາພາບ ສູງໃນການເຂົ້າໄປ ເປີດກິຈການໄດ້. 3- ໄທຈະຈັດຕັ້ງ ການສະແດງສິນຄ້າ ຢູ່ໃນສູນ ສະແດງສິນຄ້າ ທີ່ນະຄອນຫລວງ ວຽງຈັນ. ແລະ 4 ສອງປະເທດ ຈະເປີດເວັບໄຊທ ຮ່ວມກັນ ເພື່ອອໍານວຍ ຄວາມສະດວກໃນການ ຕິດຕໍ່ລະຫ່ວາງ ບໍຣິສັດຕ່າງໆ ຂອງສອງປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.