ກົດຟັງສຽງ
ນັກລົງທືນ ຂນາດນ້ອຍ ຈໍານວນນື່ງ ຈາກໄທ ໄດ້ເລີ້ມເຂົ້າໄປ ລົງທືນ ໃນລາວ ແດ່ແລ້ວ ຫລັງຈາກ ປະເທດໄທ ໄດ້ປັບຄ່າ ແຮງງານ ຂັ້ນຕໍ່າສຸດ ຈາກເດີມ 159-215 ບາດ ຂື້ນເປັນ 300 ບາດ ຕໍ່ມື້ ເຖິງແມ່ນວ່າ ຢູ່ລາວ ກໍມີການ ຂື້ນຄ່າ ແຮງງານ ເຊັ່ນກັນ ແຕ່ເມື່ອທຽບ ກັນແລ້ວ ຄ່າແຮງງານ ຢູ່ລາວ ຍັງຕໍ່າຢູ່ ຈື່ງເປັນທີ່ ສົນໃຈ ຂອງ ນັກລົງທຶນ. ຕາມການ ເປີດເຜີຽ ຂອງ ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທືນ ແຂວງ ຄໍາມ່ວນ:
"ມີໆ… ມັນຈະມີ ຟາມໝູ ມັນຈະມີ ພວກຢາງພາຣາ ກໍຣາຄາຄ່າ ແຮງງານຕໍ່າສຸດ ຂອງລາວ ທີ່ຄ້າວໆ ສີ່ບໍ່ຫລາຍ ປານໃດດອກ ມັນກໍ ປົກກະຕິ ລະດັບ ຕາມກົດໝາຍ ແຮງງານ ຂອງລາວ ຕໍ່າສຸດ".
ປັດຈຸບັນ ຄ່າແຮງງານ ຂັ້ນຕໍ່າສຸດ ຢູ່ລາວ ຕົກຢູ່ ປະມານ $81 ໂດລາ ສະຫະຣັຖ ຕໍ່ເດືອນ ສ່ວນຢູ່ ປະເທດໄທ $290 ໂດລາ ຕໍ່ເດືອນ ຊື່ງລື່ນກັນ ເກືອບເຖີງ 4 ເທົ້າ. ການທີ່ ນັກລົງທືນໄທ ເຂົ້າໄປ ລົງທືນ ໃນລາວ ເພີ້ມຂື້ນນັ້ນ ມັນກໍເປັນ ການດີສໍາລັບ ສປປລາວ ແຕ່ຂື້ນກັບວ່າ ນັກລົງທືນ ຈະຮັບເອົາ ຄົນງານລາວ ຫລາຍປານໃດ ແລະ ພ້ອມດຽວ ກັນນັ້ນ ຄົນງານລາວ ກໍເຂົ້າໄປ ປະເທດໄທ ຫຼາຍຂື້ນນໍາ ທຸກມື້ຍ້ອນ ຄ່າແຮງດີ.