ຣັຖບານໄທເຫັນດີ ລາວເລີ້ມສ້າງເຂື່ອນ

ຣັຖບານໄທ ສນັບສນູນ ການສ້າງ ເຂື່ອນ ໄຊຍະບູຣີ ຂອງລາວ.
ສິດນີ
2012.11.07

ໃນວັນທີ 5 ພຶສຈິກາ 2012 ຣັຖບານໄທ ໄດ້ໃຫ້ການ ສນັບສນູນ ໃນການຕັດສີນໃຈ ຂອງຣັຖບານລາວ ໃຫ້ເລີ້ມການສ້າງ ເຂື່ອນ ໄຊຍະບູຣິີ ຢ່າງເປັນທາງການ ທັ້ງໆທີ່ ປະເທດລຸ່ມ ແມ່ນ້ຳຂອງ ແລະຊຸມຊົນ ເຂດລຸ່ມ ແມ່ນ້ຳຂອງ ຍັງມີການ ຄັດຄ້ານຢູ່.

ທ່ານ ສຸຣະພົງ ໂຕວິດຈະໄຊກຸນ ຣັຖມົນຕຣີ ຕ່າງປະເທດໄທ ໄດ້ກ່າວຕໍ່ ກຸ່ມນັກຂ່າວ ນອກກອງປະຊຸມ ສຸດຍອດ ອາເຊັມ ທີ່ນະຄອນຫລວງ ວຽງຈັນວ່າ ຣັຖບານໄທ ບໍ່ຄັດຄ້ານ ໂຄງການເຂື່ອນ ໄຊຍະບູຣີ ເພາະຣັຖບານລາວ ໄດ້ສຶກສາສຳຣວດ ເປັນທີ່ ຮຽບຮ້ອຍແລ້ວວ່າ ຈະບໍ່ສົ່ງຜົລ ກະທົບ ຕໍ່ສີ່ງແວດລ້່ອມ ແລະ ການຂື້ນລົງ ຂອງ ຝຸງປ່າ ແຕ່ຢ່າງໃດ.

ທ່ານວ່າ ໃນທີ່ສຸດ ການຕັດສີນໃຈ ຈະສ້າງ ກໍເປັນກັມມະສິດ ຂອງຣັຖບານລາວ ເພາະເຂື່ອນ ຈະສ້າງໃສ່ດິນລາວ ຣັຖບານລາວ ຕ້ອງການ ສ້າງເຂື່ອນໄຊຍະບູຣີ ເພື່ອເພີ້ມ ປະຣີມານ ການຂາຍໄຟຟ້າ ໃຫ້ແກ່ໄທ ນັ້ນເປັນສີ່ງທີ່ລາວ ຕ້ອງການ ແລະ ເຂື່ອນດັ່ງກ່າວ ກໍຢູ່ໃນດິນລາວ.

ປັດຈຸບັນ ສປປລາວ ມີເຂື່ອນທີ່ສ້າງແລ້ວ 13 ເຂື່ືອນ ສາມາດຜລິດ ກະແສໄຟຟ້າ ໄດ້ປະມານ 3 ພັນ ເມກາວັດ ແລະ ເຂື່ອນໄຊຍະບູຣີ ຖ້າສ້າງແລ້ວ ໃນປີ 2019 ຈະເປັນ ເຂື່ອນຂນາດໃຫຍ່ ອີກເຂື່ອນນື່ງ ໃນລາວ ທີ່ຈະເພີ້ມ ກະແສໄຟຟ້າ ເພື່ອຂາຍໃຫ້ໄທ ແລະ 90% ຂອງໄຟຟ້າ ທີ່ຜລິດຈາກ ເຂື່ອນໄຊຍະບູຣີ ກໍຈະຂາຍ ໃຫ້ໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.