ຊໍ ການຊ່າງບໍ່ໂຈະ ການກໍ່ສ້າງ

ບໍຣິສັດ ຊ.ການຊ່າງ ຂອງໄທ ບໍ່ສົນໃຈ ນໍາການ ປະກາດ ໂຈະ ໂຄງການ ເຂື່ອນ ໄຊຍະບູຣີ ຊຶ່ງ ຣັຖມົນຕຣີ ການຕ່າງ ປະເທດ ລາວ ໄດ້ ຖແລງອອກ.
ຈໍາປາທອງ
2012.07.19
F-resettlement-villagers ໝູ່ບ້ານໃໝ່ ທີ່ບ້ານຫ້ວຍສູ້ຍ ທີ່ຊາວບ້ານ ໂຍກຍ້າຍ ມາຢູ່ໃນປີ 2012 ຈາກເຂດ ໂຄງການ ສ້າງເຂື່ອນ ໄຊຍະບູຣີ.
internatioanl-river

ບໍຣິສັດ ຊ.ການຊ່າງ ຂອງໄທ ຍັງມີ ຄວາມຫວັງວ່າ ການກໍ່ສ້າງ ເຂື່ອນໄຟຟ້າ ໄຊຍະບູຣີ້ ຈະສໍາເຣັດ ຕາມແຜນການ ເຖິງແມ່ນວ່າ ຣັຖບານ ລາວ ໄດ້ປະກາດ ໂຈະ ໂຄງການນັ້ນ ໄວ້ກ່ອນ ໃນອາທິດ ຜ່ານມາ ກໍຕາມ.
ທ່ານ Aswin Kongsiri ປະທານ ບໍຣິສັດ ຊ.ການຊ່າງ ບໍ່ສົນໃຈ ຕໍ່ຣາຍງານ ຕ່າງໆ ຂອງ ສື່ມວລຊົນ ກ່ຽວກັບ ຄໍາປະກາດ ໂຈະໂຄງການ ກໍ່ສ້າງເຂື່ອນ ໄຊຍະບູຣີ ຂອງ ຣັຖບານລາວ ຊຶ່ງທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ການຕ່າງ ປະເທດ ຖແລງວ່າ ໂຄງການນັ້ນ ຈະຖືກໂຈະ ໄປກ່ອນ ເພື່ອສຶກສາ ເຖິງ ຜົນກະທົບ ຕໍ່ ສິ່ງແວດລ້ອມ.

ປະທານ ບໍຣິສັດ ຊ.ການຊ່າງ ວ່າ: “ ພວກທ່ານ ເຮັດວຽກ ຢ່າງໃກ້ຊິດ ກັບ ຣັຖບານລາວ ແລະ ທ່ານຄິດວ່າ ພວກທ່ານ ຕ້ອງລໍຖ້າ ຄໍາເວົ້າ ຢ່າງເປັນ ທາງການ ວ່າໂຄງການ ເຂື່ອນ ໄຊຍະບູຣີ ຈະຖືກໂຈະ “. ທ່ານ Aswin ວ່າ ບໍຣິສັດ ຊ.ການຊ່າງ ໄດ້ກໍານົດ ເວລາ ສໍາລັບ ການຊັກຊ້າ ທີ່ອາດ ເປັນໄປໄດ້ນັ້ນ ໄວ້ແລ້ວ. ຖ້າຫາກວ່າ ໂຄງການ ກໍ່ສ້າງເຂື່ອນ ນັ້ນຖືກໂຈະ ອອກໄປ ບໍ່ເກີນ 2 – 3 ເດືອນ ທ່ານຄິດວ່າ  ການກໍ່ສ້າງ ເຂື່ອນ ໄຊຍະບູຣີ ແນ່ນອນ ມັນຍັງຈະ ສໍາເຣັດ ຕາມແຜນການ ໃນປີ 2020 ນັ້ນຢູ່.

ທ່ານຢໍ້າອີກວ່າ ບໍຣິສັດ ຊ.ການຊ່າງ ຍັງບໍ່ທັນ ໄດ້ເລີ່ມການ ກໍ່ສ້າງ ເຂື່ອນ ທີ່ມີມູນຄ່າ 3,800 ລ້ານໂດລາ ສະຫະຣັດ ມີພຽງແຕ່ ໄດ້ສ້າງເສັ້ນທາງ ເຂົ້າໄປ ຫາພື້ນທີ່ ທີ່ຈະສ້າງ ເຂື່ອນ ເທົ່ານັ້ນ ແລະ ວ່າ ການພັທນາ ເສັ້ນທາງ ນັ້ນ ຈະດໍາເນີນ ຢູ່ຕໍ່ໄປ ເພາະມັນ ຈະມີຜົນດີ ສໍາລັບລາວ ທີ່ຍັງຕ້ອງການ ເສັ້ນທາງ ຄົມມະນາຄົມ ສາທາຣະນະ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.