ໄທຍັງບໍ່ໄດ້ຄໍາຢືນຢັນ ຈາກລາວເຣື່ອງຈັບທ້າວຈາຍ

ເຈົ້າໜ້າທີ່ໄທ ຍັງບໍ່ໄດ້ຮັບ ການຢືນຢັນ ຈາກທາງການລາວ ເຣື່ອງການ ຈັບກຸມ ຫົວໜ້າ ຄ້າຢາເສພຕິດ ທ້າວຈາຍ ໜໍ່ຄໍາ.
ໂພໄຊສວັດ
2012.05.07
F-Nawkham-drug-lord ໂສມໜ້າຂອງ ທ້າວຈາຍໜໍ່ຄໍາ ຫົວໜ້າ ຄ້າຢາເສພຕິດ ຣະດັບຂ້າມຊາຕ ທີ່ມີຂ່າວວ່າຖືກ ທາງການລາວ ຈັບໄດ້ແລ້ວ
Chiangmai

ກົດຟັງສຽງ

ເຈົ້າໜ້າທີ່ ຕໍາຣວດ ເມືອງຊຽງຂອງ ແຂວງຊຽງຮາຍ ປະເທດໄທ ເປີດເຜີຍວ່າ ກໍຣະນີ ສື່ມວລຊົນ ໄທ ໄດ້ສເນີຂ່າວ ວ່າທາງການລາວ ສາມາດຈັບ ທ້າວຈາຍໜໍ່ຄໍາ ນັກຄ້າ ຢາເສພຕິດ ລາຍໃຫຍ່ ຢູ່ ແຂວງບໍ່ແກ້ວ ໃນວັນທີ 26 ເມສາ 2012 ໄດ້ແລ້ວນັ້ນ ທາງເຈົ້າໜ້າທີ່ ຕໍາຣວດ ເມືອງຊຽງຂອງ ກໍໄດ້ ພຍາຍາມຕິດຕໍ່ ສອບຖາມໄປຍັງ ທາງການລາວ ແຕ່ຮອດ ປັດຈຸບັນ ຍັງບໍ່ທັນໄດ້ ຮັບການຢືນຢັນ ຈາກ ທາງການລາວ ແຕ່ຢ່າງໃດ ເລີຍ ຮູ້ພຽງແຕ່ວ່າ ຕໍ່ໄປນີ້ ທາງການລາວ ແລະ ຈີນ ຈະຕິດຕໍ່ພົວພັນ ກັນເອງ. ດັ່ງເຈົ້າໜ້າທີ່ ຕໍາຣວດ ເມືອງຊຽງຂອງ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ຮູ້ສຶກວ່າ ທາງຂັ້ນເທິງ ຣັຖບານເຂົາ ປະສານງານ ກັນເອງແລ້ວ ກໍຫາຂ່າວບໍ່ໄດ້ ເພາະວ່າໂຕມັນ ໄປຮອດໃສແລ້ວ ກະບໍ່ຈັກ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ກ່ຽວກັບເຣື່ອງ ທີ່ເກີດຂຶ້ນ ຍັງບໍ່ຮູ້ເລີຍວ່າ ທາງການລາວ ຈະເປີດເຜີຍ ຊີ້ແຈງຫລືບໍ່ ຊຶ່ງທາງໄທ ກໍຕ້ອງໄດ້ເພິ່ງ ທາງຝ່າຍລາວ ເທົ່ານັ້ນ ເພາະທາງລາວ ສາມາດຕິດຕໍ່ ພົວພັນ ປະສານງານ ກັບທາງການຈີນ ໄດ້ໂດຍກົງ. ນອກຈາກນັ້ນ ທາງການໄທ ຍັງບໍ່ຮູ້ວ່າ ທາງການຈີນ ຈະສົ່ງໂຕ ທ້າວຈາຍໜໍ່ຄໍາ ໃຫ້ທາງການໄທ ສືບສວນ ຫລັງຈາກຈີນ ຫລືບໍ່.

ເຈົ້າໜ້າທີ່ໄທ ເວົ້າຕໍ່ໄປວ່າ ກໍຣະນີ ການຈັບ ທ້າວຈາຍໜໍ່ຄໍາ ເປັນເຣື່ອງທີ່ ສລັບຊັບຊ້ອນ ແລະ ມີເງື່ອນງໍາຫລາຍ ໂດຍທີ່ທາງໄທ ສົງໄສວ່າ ທ້າວຈາຍໜໍ່ຄໍາ ເປັນນັກຄ້າ ຢາເສພຕິດ ລະດັບໂລກ ເປັນຫຍັງຈຶ່ງ ຖືກຈັບໄດ້ງ່າຍ ໂດຍບໍ່ມີການ ຕໍ່ສູ້ ຈຶ່ງເປັນເຣື່ອງ ຜິດສັງເກດ ຊຶ່ງຕ້ອງລໍຖ້າ ການພິສູດ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
May 07, 2012 10:10 AM

ນາມສະກຸນ ຜູ້ຖືກຈັບກູມນີ້ຄິດວ່າເປັນເຊື້ອສາຍໃຫ່ຍທີ່ສຸດ ທາງຊຽງຂວາງມາແຕ່ດຶກດຳບັນ,ດ້ວຍເຫດໄດຈຶ່ງມີການພົວພັນແບບແປກປະລາດຄາດບໍ່ເຖິງໄດ້,ຈະເປັນລະຄອນເດັດຫລືເພັດ ປະດັບສີກໍ່ຄົງຈະບໍ່ປິດງຽບ,ດ້ວຍເຫດວ່າມັນເປັນບັນຫາສຳຄັນ,ລະຫ່ວາງປະເທສອີກດ້ວຍ.

Anonymous
May 08, 2012 07:43 AM

ຖ້າທາງການລາວເອົາໃຈໃສ່ຈັບພວກສໍ້ບ້ານໂກງເມືອງ ໃຫ້ໄດ້ແບບທ້າວ ຈາຍ ຫນໍ່ຄຳ ປະຊາຊົນລາວຄົງຈະ ພົ້ນຈາກຄວາມທຸກໄດ້ໃນພິບຕາດຽວ,ດິນລາວກໍ່ຈະສູງ ຂຶ້ນກ່ວານ້ຳທະເລ ຄາວດຽວໄດ້ໂລດ 100 ແມຕ.