0:00 / 0:00
ກົດຟັງສຽງ
ຄົນເປັນໂຣກ ປອດແຫ້ງ ມີຄວາມສ່ຽງ ເປັນໂຣກມະເຮັງ ໃນປອດເຖິງ 11 ເທົ້າ ຫລາຍກ່ວາ ຄົນທົ່ວໄປ, ຕາມການຄົ້ນຄວ້າ ຂອງນັກວິທຍາສາດ ໃຕ້ຫວັນ.
ນັກຄົ້ນຄວ້າ ໄດ້ຕິດຕາມ ເບິ່ງຄົນຈໍານວນ 700,000 ຄົນ ແບບບໍ່ໄດ້ເລືອກ ພາຍໃນ 6 ປີ ຮ່ວມທັງຄົນ ທີ່ກວດເຫັນວ່າ ເປັນໂຣກປອດແຫ້ງ ຈໍານວນ 4,480 ຄົນ.
ທ່ານ Chen Chih-yi ນັກຄົ້ນຄວ້າ ຈາກມະຫາວິທຍາໄລ ແພດສາດ ໃນເມືອງ ໃຕຈຸງ ພາກກາງຂອງເກາະ ໃຕ້ຫວັນ ກ່າວວ່າ ຜູ້ທີ່ກວດເຫັນວ່າ ເປັນໂຣກມະເຣັງ ໃນປອດ ນັ້ນສ່ວນຫລາຍ ແມ່ນຄົນທີ່ເປັນ ໂຣກປອດແຫ້ງ ຊື່ງມີເຖິງ 11 ເທົ້າ ຂອງຄົນທີ່ ບໍ່ເປັນ ໂຣກປອດແຫ້ງ. ທ່ານ ເຈັນວ່າ ຜົນຂອງການ ຄົ້ນຄວ້ານີ້ ເຖິງແມ່ນວ່າ ບໍ່ໄດ້ພິສູດ ຢ່າງເດັດຂາດ ແຕ່ມັນ ກໍບອກວ່າ ມັນມີສ່ວນ. ໂຣກປອດແຫ້ງ ເປັນໂຣກຊໍາເຮື້ອ ໃນທົ່ວໂລກ. ຄົນທີ່ຢູ່ ໃນປະເທດ ທີ່ກໍາລັງພັທນາ ແລະ ດ້ອຍພັທນາ ສ່ວນຫລາຍເປັນ ໂຣກປອດແຫ້ງ.