ເສື້ອແດງຢາກໃຫ້ ທັກສິນກັບບ້ານ

ຊາວໄທ ເສື້ອແດງ ຈະຈັດ ງານໃຫຍ່ ເພື່ອໂຮມ ຊຸມນຸມ ຮຽກຮ້ອງ ໃຫ້ທ່ານ ທັກສິນ ຊິນນະວັດ ກັບຄືນ ປະເທດໄທ.
ອະວາຣີ
2012.04.09
F-Taksin ທ່ານ ທັກສິນ ຊິນນະວັດ ອະດີດນາຍົກ ຣັຖມົນຕຣີໄທ
cmprice

ກົດຟັງສຽງ

ທ່ານ ຂວັນໄຊ ຜູ້ນຳ ຊົມຣົມ ຄົນຮັກອຸດອນ ກ່າວວ່າ ຊາວເສື້ອແດງ ຈາກ 20 ແຂວງ ໃນພາກອີສານ ຈະມາໂຮມ ຊຸມນຸມ ໃນຄ່ຳຄືນນີ້ ເພື່ອຕ້ານ ຢາເສພຕິດ ແລະ ສິ່ງທີ່ສຳຄັນ ກໍເພື່ອ ຮຽກຮ້ອງ ໃຫ້ອະດີດ ນາຍົກ ຣັຖມົນຕຣີ ທັກສິນ ຊິນນະວັດ ໃຫ້ກັບຄືນ ປະເທດໄທ ເພື່ອສ້າງຄວາມ ຖືກຕ້ອງ ປອງດອງຊາດ.

ທ່ານ ຂວັນໄຊ ຮັບ ປະກັນວ່າ ພວກເສື້ອແດງ ຈະຮັກສາ ຄວາມປອດໄພ ຂອງທ່ານ ທັກສິນ ຢ່າງເຕັມທີ່ ທ່ານ ທັກສິນ ຊິນນະວັດ ຈະເດີນທາງໄປ ນະຄອນຫລວງ ວຽງຈັນ ວັນທີ່ 11 ເດືອນ ເມສາ ນີ້ ເພື່ອສລອງ ບຸນປີໃໝ່ລາວ ແລະ ພົບປະກັບ ພວກເສື້ອແດງ ກຸ່ມສນັບສນູນ ທ່ານ ໃນວັນທີ່ 12 ພວກເສື້ອແດງ ຫລາຍພັນຄົນ ຈະເດີນທາງໄປ ນະຄອນຫລວງ ວຽງຈັນ. ໜັງສືພິມ The Nation ຂອງໄທ ຣາຍງານ ອີກວ່າ ພວກເສື້ອແດງ ຜູ້ນຶ່ງ ຕ້ອງໃຊ້ເງິນ ເຖິງ 7,000 ບາດ ຈຶ່ງຈະສາມາດ ເຂົ້າໃກ້ ທ່ານທັກສິນ ຊິນນະວັດ ຢູ່່ລາວໄດ້.

ເຖິງຢ່າງໃດ ກໍຕາມ ທ່ານ ທັກສິນ ອາດຈະມີຂໍ້ ຈຳກັດ ຫລາຍຢ່າງ ໃນການພົບປະ ກັບພວກ ເສື້ອແດງ ຢູ່ວຽງຈັນ ເຊັ່ນທ່ານ ອາດຈະບໍ່ໄດ້ ກ່າວຄຳປາໃສ ຕໍ່ພວກເສື້ອແດງ ແຕ່ໃນ ກຳພູຊາ ທ່ານ ທັກສິນ ອາຈຈະມີ ອິສຣະ ຫລາຍກວ່າ ໃນການພົບປະ ແລະ ສັງສັນ.

The Nation ຂຽນອີກວ່າ ທາງການໄທ ແລະ ຊາວໄທ ຫລາຍຄົນ ຈະໃຫ້ຄວາມ ສົນໃຈ ໃນການ ຢ້ຽມຢາມລາວ ແລະ ກຳພູຊາ ຂອງທ່ານ ທັກສິນ ຊິນນະວັດ ໃນຍາມ ສົງການ ປີນີ້ ເປັນພິເສດ ຫຼາຍຄົນ ຄິດວ່າ ມັນເປັນ ບາດກ້າວ ສໍາຄັນ ຂອງ ທ່ານ ທັກສິນ ເພື່ອສ້າງຄວາມ ຖືກຕ້ອງ ປອງດອງຊາດ ແຕ່ອີກຝ່າຍນຶ່ງ ຄິດຢ້ານວ່າ ທ່ານ ທັກສິນ ຍິ່ງຈະສ້າງ ຄວາມແຕກແຍກ ແຮງຂື້ນ ໃນສັງຄົມໄທ ເພາະວ່າ ທ່ານ ທັກສິນ ຍັງມີຄະດີ ຕິດໂຕ ແລະ ຫລົບໜີໂທດ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 11, 2012 05:20 AM

ທ່ານ ພົລເອກ ຮົ່ມເກົ້າ ເອີຽ!ຂໍຄວາມກະລຸນາໄປ ລັບເອົາພໍ່ຜົມ ກັບບ້ານດ້ວຍ,ພວກຜົມຄິດເຖິງມາກໆ..ນອນມາກໍໄດ້ ຈະຂໍໄຫ້ ພວກເສື້ອເຫລືອງແຫ່ແຫນ ຕາມໄຈຊອບ,ສາທຸ!!

Anonymous
Apr 11, 2012 09:56 AM

ບັນດາພີ່ນ້ອງເສື້ອແດງ,ຖ້າຣັກແລະເປັນຫ່ວງ ທ່ານ ທັກສິນ ຈົ່ງຮັກສາຄວາມປອດໄພໃຫ້ເພິ່ນ ດ້ວຽກຸ່ມເຮົາເອງເດີ,ຖ້າປ່ອຍ ໃຫ້ທາງການລາວຮັກສາ ຄວາມປອດໄພແທນ ຈັກຫນ້ອຽຈະເປັນແບບ ພຣະເຈົ້າ ມະຫາຊີວິດ ລາວໄປຢູ່ ຂຸກດິນທໍລະມານ ຈົນຊິ້ນລົມຫັນໃຈ ກ່ເປັນໄດ້ເດີ!ຄິດເຫັນສິດທິຂອງມະນຸຕສ໌ ຈຶ່ງເຕືອນໃຫ້ຊາບກ່ອນ.

Anonymous
Apr 09, 2012 10:41 AM

ມະນຸຕສ໌ທຸກຄົນມີມົງຄຸນແຫ່ງຊີວິດເປັນຕົ້ນທຶນ ຄື:ບຸນແລະບາບ,ຖ້າເຮົາສ້າງກັມດີໄວ້ຫລາຍ,ເຮົາກໍ່ຈະຜ່ອນຄາຍໃນກັມຊົ່ວ.ຖ້າບໍກິນຢູ່ເທິງເຮືອນ ຖ່າຍໃສ່ບົນຫລັງຄາ,ການກັບປະເທສໄທຈະໄປ ຢ້ານອັນໄດເປັນພິເສດ,ເປັນເຖິງອາດີດ ນາຍົກຣັຖມົນຕຣີ,ຊ້ຳບໍ່ພໍປັດຈຸບັນນ້ອງສາວຂອງ ທ່ານຍັງເປັນ ນາຍົກຣັຖມົນຕີຣ ອີກດ້ວຍ,ສົງໄສຢ້ານເງົາຕົວເອງລະຕີ້!ບໍ່ມີໄຜ ຈະປ້ອງກັນເຮົາໄດ້ເຫນືອຕົວເອງເຮົາໄດ້ໂດຍເດັດຂາດ ເປັນເຖິງນາຍຕຳຣວດ,ມີໝູ່ຄູ່ເຕັມບ້ານໄຫ່ຍຂັບເມືອງໄທ ແລະບໍ່ກ້າ ກັບບ້ານຕົວເອງ ດ້ວຍຄວາມເຊື່ອໝັ້ນຂອງຕົວເອງ ມັນກໍ່ບໍ່ແມ່ນຜູ້ກ້າເສັຍສຣະຊີບເພື່ອຊາຕ ແລະ ປະຊາຊົນໄດ້ແລ້ວ.

Anonymous
Apr 09, 2012 06:56 PM

ຕ້ອງກັບ ດູບາຍ ຫລື ມົງເຕເນໂກຣສະດວກກ່ວາ ມັນຈະເທ້ສຸດຂີດ ແລະ ບໍ່ຕ້ອງໃສ່ຫນ້າກາກອີກດ້ວຍ.

Anonymous
Apr 09, 2012 06:10 PM

ເວົ້າຕາມຄວາມເປັນຈິງແລ້ວ,ຊາຕນີ້ຄົງຈະບໍ່ມີທາງ,ບຸນມີແຕ່ກັມບັງໝົດທຸກຢ່າງ,ດ້ວຍແລ່ນນຳກິເລດ ຂອງຄວາມທະເຍີທະຍານ.

Anonymous
Apr 09, 2012 07:20 PM

ເວົ້າຄວາມຈິງເພື່ອເອົາບຸນ ໄປຂເມນດີກ່ວາຢູ່ລາວ ເພາະວ່າທາງຂເມນ ໄດ້ຈັດສະຖານທີ່ຮັບຕ້ອນເປັນທາງການໄວ້ແລ້ວ ຢູ່ລາວຍັງບໍ່ມີ ແນວໄດເທື່ອ ເວົ້າແບບລົມໆແລ້ງໆແບບເອົາໃຈແຂກຊື່ໆ.ກ່ອນອື່ນໝົດ ເປັນຫ່ວງຄວາມປອດໄພ ເພາະຢູ່ລາວແກ້ງຄ້າຄົນຂາຍຄົນ ເລີ່ມມີລິດມີເດດເປັນພິເສດຮອບດ້ານແລ້ວເດີ!ບໍ່ຕ້ອງສົງໄສ ເພາະຄົນມັນເຮັດໄດ້ທຸກຢ່າງ ຍ້ອນຄວາມຈົນ.

Anonymous
Apr 10, 2012 11:39 AM

ທີໃຜທີມັນ ບໍ່ມີແຕ່ທີ່ເຂົ້ມຕົ້ມ ທີກ້ວຍກໍຊິມີ ເຊີນຕາມສະບາຍ
ໂລດທ່ານທັກສິນ ເພາະ20ແຂວງຍັງແມ່ນດິນລາວ1000%
ປະຊາຊົນເຂົາກໍວ່າເຂົາແມ່ນເລືອດເນື້ອເຊື້ອໄຂລາວ.

Anonymous
Apr 11, 2012 03:41 AM

ຕິດຕໍ່ເອົາພວກ ພູໂລ ຈາກມາເລັຍເອົາລົດກະບະໃສ່ລະເບີດ ມາຖະລົ່ມຫໍຄຳ ຢູ່ວຽງຈັນ ຄືຢູ່ພາກໄຕ້ຂອງໄທ ແລ້ວຂຶ້ນເປັນຜູ້ນຳລາວແທນຈູມມະລີ ແລະກໍ່ປົດປ່ອຍພາກອິສານລວມເປັນລາວເລີຍແຫ່ງດີ. ເອົາເລີຍ!ປ່ຽນຕຳແຫ່ນງ ຂອງ ບິນລາແດນ ຢ່າງ ສະບາຍ!

Anonymous
Apr 09, 2012 06:49 PM

ກັບໄປເຮັດຫັຍງຢູ່ຣາຊອານາຈັກໄທ,ມັນແດງໄດ້ແຕ່ເສື້ອເທົ່ານັ້ນ ຢູ່ລາວນີ້ແລ້ວດີ ເພາະມັນແດງທັງແຜ່ນດິນຢູ່ແລ້ວ ພີ່ນ້ອງເອີຍ!

Anonymous
Apr 09, 2012 09:06 PM

ຢ່າໂອຫັງຍິ່ງນັກກັບບ້ານໄປຮັບກັມເກົ່າເສັຍຈະດີກ່ວາ, ເມື່ອບິກບັງໄດ້ຕຳແຫນ່ງ ເຂົາຈະແກ້ໄຂໃຫ້ ມັນກໍ່ຍັງບໍ່ຊ້າເກີນແກ້ດອກນ້າ ຫລືຈະດື້ເຖິງນາທີສຸດທ້າຽມັນກໍ່ຈະເທ້ເກີນຄວນ.

Anonymous
Apr 10, 2012 09:52 AM

ເສ້ືອແດງຕ້ອງການເອົາກັບບ້ານ ກໍເອົາໄປໂລດຕີ້ຮູ້ກັນຢູ່ແລະເຫັນກັນຢູ່ ຈະມົວເມົາເຫົ່າຫອນ ອ້ອມດິນລາວຢູ່ເຮັດຫຽັງ ບໍ່ຢາກໄດ້ງິນ,ບໍຢາກເຫັນ ເພາະບໍ່ຕ້ອງການ ສະຫນຽດຈັງໄຮມາຕິດດິນລາວອີກຕໍ່ໄປ,ເຂົ້າໃຈແລ້ວບໍ? !!

Anonymous
Apr 09, 2012 11:49 AM

ກັບບ້ານຍາກແລ້ວເພາະ ບິກບັງ ອັດກຸສົນຜົລບຸນບໍ່ມີແສງລາສີ ພາໃຫ້ບາລະມີເສົ້າໂສໂລກາ ທົ່ວທຸກແຫ່ງ.ພາກໄຕ້ກໍ່ລຸກເປັນໄພ ໃຈກຸງກໍ່ເຕັມໄປດ້ວຍ ທຸດົງກຸຫລາບແດງ ແນວພິດສິລພິດທັມທຸກຢ່າງ ສາທຸ!!!