ທັກສິນອາຈລົງໃຕ້ໄປ ພົບກຸ່ມເສື້ອແດງ
2012.04.02

ກົດຟັງສຽງ
ໜັງສືພິມ ພາສາ ອັງກິດ ບາງກອກ ໂພສຕ໌ ຢູ່ໄທ ຣາຍງານ ເມື່ອສັປດາ ທີ່ຜ່ານມາ ໂດຍອີງຕາມ ຄຳເວົ້າ ຂອງທ່ານ ນົພດົນ ປັດຕະມະ ທີ່ປຶກສາ ດ້ານກົດໝາຍ ຂອງ ທ່ານ ທັກສິນ ຊິນນະວັດ ວ່າ ທ່ານ ທັກສິນ ຊິນນະວັດ ຈະໄປທ່ຽວບຸນ ປີໃໝ່ ຢູ່ວຽງຈັນ ໃນວັນທີ່ 11 ເດືອນນີ້ ແລະ ຈະຄ້າງຢູ່ 2 ຄືນ ແລ້ວ ຈະໄປຕໍ່ຍັງ ເມືອງປາກເຊ ແຂວງ ຈຳປາສັກ ໃນວັນທີ່ 13 ເພື່ອ ພົບກັບ ກຸ່ມເສື້ອແດງ ຈາກແຂວງ ອຸບົນ ຣາຊທານີ ແລະ ແຂວງອື່ນໆ ໃນພາກ ອີສານ ຕອນໃຕ້ ຂອງໄທ. ຫລັງຈາກນັ້ນ ທ່ານ ທັກສິນ ຊິນນະວັດ ຈະໄປ ກຳພູຊາ ໃນວັນທີ່ 14 ຈົນເຖິງ ວັນທີ່ 16 ເດືອນ ເມສາ ນີ້.
ທ່ານ ຈະຕຸພອນ ພຣົມປານ ຜູ້ນຳພວກ ເສື້ອແດງ ໄດ້ປະກາດ ໃນຕົ້ນສັປດາ ທີ່ຜ່ານມາວ່າ ຊາວໄທ ເສື້ອແດງ ຫລາຍໝື່ນຄົນ ຈະເດີນທາງ ຈາກເມືອງອຸດອນ ໄປນະຄອນຫລວງ ວຽງຈັນ ເພື່ອ ໄປອວຍພອນ ປີໃໝ່ ໃຫ້ແກ່ ທ່ານທັກສິນ ຊິນນະວັດ. ມາເຖິງເວລານີ້ ທາງການລາວ ຍັງບໍ່ສະແດງ ທ່າທີ່ແນວໃດ ຕໍ່ຂ່າວທີ່ ຊາວໄທ ເສື້ອແດງ ຈະພົບພໍ້ກັບ ທ່ານ ທັກສິນ ຊິນນະວັດ ຢູ່ລາວ. ໃນວັນ ທີ 19-20 ຂອງເດືອນ ມົກກະຣາ 2012 ນີ້ ທ່ານ ທັກສິນ ຊິນນະວັດ ກໍໄດ້ໄປ ຢ້ຽມຢາມ ຫຼວງພຣະບາງ.
ໃນປີກາຍ ພວກເສື້ອແດງ ຫລາຍຄົນ ນຸ່ງເສື້ອແດງ ເດີນທາງ ຂ້າມຂົວ ມິຕພາບ ລາວ-ໄທ ແຫ່ງທີ່ນຶ່ງ ເພື່ອໄປ ນະຄອນຫລວງ ວຽງຈັນ ແຕ່ເມື່ອໄປເຖິງ ດ່ານຝັ່ງລາວ ທາງການລາວ ໃຫ້ປ່ຽນ ເຄື່ອງນຸ່ງ ຈຶ່ງໃຫ້ຜ່ານ ເຂົ້າລາວ.