ທັກສິນອາຈມີເຂດເສຖກິດ ສະເພາະຢູ່ລາວ

ກາຣຢ້ຽມຢາມ ເມືອງລາວ ຂອງ ທ່ານ ທັກສິນ ບໍ່ແມ່ນ ສະເພາະ ສລອງ ບຸນປີໃໝ່ ແຕ່ອາຈເພື່ອ ທຸຣະກິຈ ຄ້າຂາຍນໍາ.
ຫວາດ ສີມູນ
2012.04.16
F-Taksin-baci ທ່ານທັກສິນ ຊິນນະວັດ ກໍາລັງ ຜູກຂໍ່ຕໍ່ແຂນ ຮັບພອນປີໃໝ່ ກັບພີ່ນ້ອງ ຊາວລາວ
BK-post

ກົດຟັງສຽງ

ກາຣທ່ອງທ່ຽວ ນະຄອນຫລວງ ວຽງຈັນ ຂອງທ່ານ ທັກສິນ ຊີນວັຕ ເປັນເວລາ 2 ມື້ ແຕ່ວັນທີ່ 12-13 ເມສາ ນີ້ນັ້ນ ຊຶ່ງນອກຈາກ ກາຣຮ່ວມເຮັດ ບຸນກິນທານ ໃນຣະຫວ່າງ ເທສກາລ ປີໃໝ່ ແລ້ວນັ້ນ ອາຈມີກາຣ ສົນທະນາ ທາງດ້ານ ທຸຣະກິຈ ກັບທາງກາຣລາວ ນຳກໍເປັນໄດ້.

ກາຣຮ່ວມພິທີ ທາງສາສນາ ຊຶ່ງນອກຈາກ ພິທີກາຣ ຕັກບາດຢາດ ນໍ້າຢູ່ວັດ ພຣະທາຕຫລວງ ແລ້ວນັ້ນ ທ່ານຍັງໄດ້ ໄປຮ່ວມ ໃນພິທີໄຫວ້ ເຈົ້າແມ່ສີເມືອງ ນໍາອີກ ຊຶ່ງເປັນວັດ ທີ່ສຳຄັນຕາມ ກາຣເຊື່ອຖື ຂອງຊາວ ລາວ ໃນນະຄອນຫລວງ ວຽງຈັນ ແລະ ນອກຈາກນັ້ນ ກໍອາຈເພື່ອ ຜົລປະໂຫຍຊນ໌ ດ້ານທຸຣະກິຈ ອື່ນໆນຳ ທາງກາຣ ສປປລາວ ກໍເປັນໄດ້ ແລະເ ຖີງແມ່ນວ່າ ບໍ່ມີ ກາຣປະກາສ ຢ່າງເປັນ ທາງກາຣ ກໍຕາມແຕ່ ທ່ານ ທັກສິນ ກໍຖືກຕ້ອນຮັບ ຈາກທາງກາຣລາວ ເປັນຢ່າງດີ ຕລອດມາ.

ຄາວທີ່ໄປທ່ຽວ ເມືອງ ມໍຣະດົກໂລກ ຫລວງພຣະບາງ ໃນເດືອນ ມົກຣາ ຜ່ານມາ ທ່ານ ທັກສິນ ກໍຖືກຕ້ອນຮັບ ຢ່າງອົບອຸ່ນ ຈາກຜູ້ນຳ ຣະດັບສູງ ຂອງ ທາງກາຣລາວ ເປັນຢ່າງດີ ເຊັ່ນດຽວກັບ ຄາວທີ່ທ່ານ ໄປທ່ຽວ ເມືອງປາກເຊ ແຂວງ ຈຳປາສັກ ໃນມື້ວັນທີ່ 13 ເມສາ ນີ້ ແລະ ກໍອາຈມີ ກາຣຫາຣືກັນ ເຣື່ອງເຂຕ ເສຖກິຈ ພິເສດ ໃນເຂຕ ເມືອງໂຂງເອງ ຕລອດຮອດ ໂຄງກາຣສ້າງ ຣະບົບ ທາງຣົຖໄຟ ຄວາສໄວສູງ ກໍເປັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Apr 17, 2012 03:58 AM

ບໍ່ຄວນຢຶດຖືແນວໄດເປັນລ້ຳເປັນສັນເທື່ອ,ເພາະຈະເປັນ ການສ້າງຄວາມເຂົ້າໃຈພິດລະຫວ່າງປະເທສ.

Anonymous
Apr 17, 2012 04:04 AM

THAKSIN I TELL YOU MANY TIMES
INDEPENDANT ISANE IS OVER,DON'T PLAY GAME NO MORE

Anonymous
Apr 17, 2012 04:49 AM

ການເມືອງກໍ່ຄືການຄ້າ,ຊື້ຫ້າກໍ່ຕ້ອງຂາຍສິບ ສະພາກໍ່ຕ້ອງໄຊ້ຄ້ອນປອມ ແລ້ວ ກໍ່ພ້ອມ ເຂາະ ປ໊ອກໆ..ວ່າເປັນເອຄກະພາບແລ້ວ!

Anonymous
Apr 17, 2012 05:07 AM

ຖ້າຂ່າວຫາກເປັນຈິງ,ຄວາມໂຊກດີເປັນຂອງ ທ່ານ ທັກສິນ,ຄວາມຝັນຄ້າງຈະເປັນຂອງລາວ ຄື: ການ ເມືອງ,ສັງຄົມ,ຄວາມໝັ້ນຄົງ,ເສຖະກິດ,ທາງອາກາດ,ທາງບົກ,ພື້ນດິນ,ທາງນ້ຳ ຕລອດເຖິງ ຊັພຍາກອນຕ່າງໆ,ທ່ານນີ້,ແນບນຽມຊັ້ນເທບ ແລະ ຈະຂະເມືອບໃຫ້ກ້ຽງ ທຸກຢ່າງບໍ່ມີເຫລືອ,ເຊື່ອບໍ່ເຊື່ອ ກໍ່ສຸດແລ້ວແຕ່ຈະຄິດຕາມ.

Anonymous
Apr 18, 2012 03:57 AM

The way you posted sound like siamese idea, jalous, don't want nobody better than siamese like their king family

Anonymous
Apr 18, 2012 09:23 PM

ຜູ້ນຳລາວຈະຍົກດິນແດນມະຫານາທີສີພັນດອນໃຫ້ ອະດີດນາຍົກທັກສິນ ຄອບຄອງໃນນາມນັກທຸລະກິດ ທີ່ ບໍລິສັດຊິນນະວັດ ເຄີຍເຮັດສຳລັດໃນລາວມາແລ້ວ ທ່ານ ທັກສິນ ເປັນຜູ້ທີ່ມີເລ້ລ່ຽມ ແລະ ບໍ່ມີຄຳວ່າແພ້

Anonymous
Apr 22, 2012 07:08 AM

ບໍ່ຈຳເປັນໃຫ້ຄວາມສຳຄັນແກ່ຄົນ ຜູ້ໄດຜູ້ນຶ່ງເປັນພິເສດ ເພາະແຕ່ລະຄົນກໍ່ຢູ່ໄດ້ຕາມກົດເກນທັມມະຊາຕດ້ວຍກັນ ຕາມລັກຂອງໄຕຣລັກ ຄື ເກີດຂຶ້ນ ຕັ້ງຢູ່ ແລ້ວກໍ່ ດັບໄປ.