ຄາຊີໂນແຂວງບໍ່ແກ້ວ ອາຈເປັນບ່ອນຟອກເງິນ

ນັກສ່ຽວຊານ ສົງສັຍວ່າ ສະຖານທີ່ ຄາຊີໂນ ແຂວງບໍ່ແກ້ວ ເປັນບ່ອນ ຟອກເງິນ.
ສົມເນ
2011.02.01

ກົດຟັງສຽງ

ການທີ່ບໍຣິສັດ ຈີນ ໄດ້ສ້າງ ແຫລ່ງທ່ອງທ່ຽວ ທີ່ທັນສມັຍ ອັນປະກອບ ດ້ວຍບ່ອນ ຫລີ້ນການພະນັນ ຄາຊີໂນ ຢູ່ໃນເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຊື່ງໃນອະດີດ ເຄີຍເປັນເຂດຜລິດ ແລະ ຄ້າຝິ່ນ ສາມຫລ່ຽມທອງຄໍາ ເຮັດໃຫ້ນັກສ່ຽວຊານ ຕ່າງປະເທດ ສົງສັຍວ່າ ເປັນບ່ອນອໍາພາງ ການຟອກເງິນ ທີ່ໄດ້ມາແບບ ຜີດກົດໝາຍ, ຕາມລາຍງານ ອົງການຂ່າວ Asia News.net ຈາກນະຄອນຫລວງ ວຽງຈັນ. ລາຍງານວ່າ ຣັຖບານລາວ ໄດ້ອະນຸມັດ ໃຫ້ກຸ່ມ ບໍຣິສັດຈີນ King Roman ສັມປະທານ ເຊົ່າທີ່ດິນ 10,000 ha ເປັນເວລາ 99 ປີ ຢູ່ແຂວງບໍ່ແກ້ວ ເມືອງຕົ້ນເຜິ້ງ ເພື່ອພັທນາ ເປັນແຫ່ລງ
ທ່ອງທ່ຽວ ທີ່ທັນສມັຍ. ຕາມໂຄງການ ທີ່ຣັຖບານລາວ ອະນຸມັດໄປໃນ ປີ 2007 ນັ້ນ ແມ່ນຈະສ້າງເປັນ ແຫ່ລງທ່ອງທ່ຽວ ທີ່ປະກອບດ້ວຍ ໂຮງແຮມ ສູນການຄ້າ ສນາມກ໊ອຟ ສະຖານທີ່ບັນເທິງ ຫ້ອງຫລີ້ນກິລາ ແລະ ຫັດກາຍບໍຣິຫານ ສະຖານທີ່ ອາບອົບນວດ ສະອາບນໍ້າ ຕຣອດຮອດ ສູນບໍຣິການ ຮັກສາສຸຂພາບ ແຫລ່ງທ່ອງທ່ຽວ ທາງທັມມະຊາດ ແລະ ສນາມບິນນາໆຊາດ.

ແຕ່ວ່າປັດຈຸບັນນີ້ ບໍຣິສັດຈີນ ໄດ້ສ້າງສະຖານທີ່ ຫລີ້ນການພະນັນ, ໂຮງແຮມລະດັບ 5 ດາວ ແລະ ອາຄານຮ້ານຄ້າ ຈໍານວນນື່ງໃສ່ ໃນພື້ນທີ່ ເຂດເສຖກິດພິເສດ ດັ່ງກ່າວ 3,000 ha ໄປແລ້ວ. ລາຍງານຍັງເວົ້າວ່າ ກຸ່ມບໍຣິສັດນີ້ ມີແຜນຈະສ້າງ ເມືອງໃໝ່ສໍາລັບຄົນ 2 ແສນຄົນ ແລະ ຈະສ້າງເສັ້ນທາງ ຣົຖໄຟຄວາມໄວສູງ ຈາກນະຄອນຂຸນໝິງ ໄປຫາບາງກອກ ປະເທດໄທ ຜ່ານ ປະເທດລາວ.

ນັກສ່ຽວຊານ ໃຫ້ຄໍາເຫັນວ່າ ຈຸດປະສົງຂອງ ການລົງທືນ ຂອງເອກກະຊົນ ຈີນ ກຸ່ມນີ້ບໍ່ແຈ້ງຂາວ. ທ່ານ ພັທນາ ສິດທິສົມບັດ ນັກລົງທືນໄທ ກ່າວວ່າ ທ່ານມີຄວາມເປັນຫ່ວງ ເຖິງຄວາມ ເປັນໄປໄດ້ວ່າ ເງິນທືນ ທີ່ນໍາມາໃຊ້ ໃນໂຄງການນີ້ ອາດເປັນເງິນທີ່ ຜິດກົດໝາຍ ແລະ ໂຄງການນີ້ ອາດໃຊ້ເປັນບ່ອນ ຟອກເງິນ. ນິີ້ເປັນພຽງ ຄວາມຄິດເຫັນ ຂອງສ່ວນບຸກຄົນ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.