ຜູ້ນໍາລາວຄວນປົດປ່ອຍ ນັກໂທດການເມືອງ

ອົງການ ສິທທິມະນຸດ ຮຽກຮ້ອງ ໃຫ້ຜູ້ນໍາ ອາເຊັມ ກົດດັນ ໃຫ້ຜູ້ນໍາ ສປປ ລາວ ປ່ອຍຕົວ ພວກປະທ້ວງ ແລະ ນັກໂທດ ການເມືອງ.
ອະວາຣີ
2012.11.05
F-human-rights-watch ອົງການ ສິທທິມະນຸດ ທີ່ມີໜ້າທີ່ ກວດກາ ສິ້ງຊອມ ເບີ່ງການ ລ່ວງລະເມີດ ສິດທິ ບຸກຄົນ ຫຼືກຸມຄົນ ໃນທົ່ວທຸກ ມຸມໂລກ.
human-rights-watch

ໃນວາຣະ ກອງປະຊຸມ ສຸດຍອດ ເອເຊັຍ-ຢູໂຣບ ຫລື ອາເຊັມ ກຳລັງດຳເນີນຢູ່ ໃນຂະນະນີ້ ທີ່ນະຄອນຫລວງ ວຽງຈັນ ອົງການ ສິດທິມະນຸດ ຕ່າງໆ ໄດ້ອອກ ຖແລງການ ຮຽກຮ້ອງ ໃຫ້ຣັຖບານ ສປປລາວ ປ່ອຍນັກຮຽນ ນັກສຶກສາ ທີ່ພຍາຍາມ ປະທ້ວງ ແລະ ນັກໂທດການເມືອງ ທີ່ມີແນວຄິດ ທີ່ຂັດຕໍ່ ພັກແລະ ຣັຖບານລາວ.

ຕົວຢ່າງເມື່ອ ອາທິດທີ່ແລ້ວ ສະຫະພັນ ນານາຊາດ ເພື່ອສິດທິມະນຸດ ກໍຮຽກຮ້ອງ ໃຫ້ສປປລາວ ປ່ອຍຕົວ ນັກໂທດການເມືອງ. ທ່ານ  Shiwei Ye ຫົວໜ້າຫ້ອງການ ສະຫະພັນ ນານາຊາຕ ເພື່ອສິດທິມະນຸດ ທີ່ບາງກອກ ກ່າວກັບນັກຂ່າວ ເອເຊັຽເສຣີ ວ່າ:

“ພວກທ່ານ ມີບັນຫາ ເປັນຫ່ວງ ສໍາຄັນຫລາຍຢ່າງ ກ່ຽວກັບ ການລ່ວງຣະເມີດ ສິດທິມະນຸດ ຢູ່ສປປລາວ. ອັນທີ່ນື່ງກໍແມ່ນ ຄວາມສຸກທຸກ ຂອງ ນັກໂທດການເມືອງ ຈໍານວນທີ່ຖືກຈັບ ເມື່ອປີ 1999 ແລະ ປີ 2009. ພວກທ່ານ ມີຄວາມເປັນຫ່ວງ ວ່າຈໍານວນນື່ງ ອາດຫາຍສາບສູນ ໄປແລ້ວ. ອັນທີສອງ ພວກທ່ານ ມີຄວາມເປັນຫ່ວງ ນໍາການຣະເມີດ ສິດເສຣີພາບ ໃນການນັບຖື ສາສນາ ຍ້ອນວ່າ ໃນແຕ່ລະປີ ພວກທ່ານ ໄດ້ຮັບຣາຍງານວ່າ ທາງການລາວ ຈໍາກັດ ການນັບຖື ສາສນາ ຂອງບາງກຸ່ມ ໃນການດໍາເນີນ ກິຈກັມ ທາງສາສນາ ຂອງເຂົາເຈົ້າ“.

ຕໍ່ມາເມື່ອວັນອາທິດ ທີ່ຜ່ານມາ ອົງການ ນິຣະໂທດກັມສາກົນ ກໍອອກຖແລງການ ວ່າປະຊາຄົມໂລກ ຄວນຮຽກຮ້ອງ ໃຫ້ທາງການລາວ ປ່ອຍຕົວນັກຮຽນ ນັກສຶກສາ ທີ່ຖືກຈັບແຕ່ປີ 1999 ເປັນຕົ້ນ ໃຫ້ປ່ອຍຕົວ ທ່ານ ທອງປະເສີດ ເກື້ອກູນ ທ່ານ ແສງອາຣຸນ ແພງພັນ ແລະ ບົວວັນ ຈັນມະນິວົງ.

ອົງການ ນິຣະໂທດກັມສາກົນ ຖແລງອີກວ່າ ເປັນການອັບອາຍ ຂາຍໜ້າທີ່ສຸດ ສຳຣັບຣັຖບານ ສປປລາວ ທີ່ຕັດສິນຈຳຄຸກ ຊາວລາວ ທັງສາມ ເປັນເວລາສິບ ກວ່າປີ ຍ້ອນວ່າ ພວກເຂົາຮຽກຮ້ອງ ຂໍມີສິດທິ ເສຣີພາບ.

ນັກໂທດການເມືອງ ເຊັ່ນ ທ່ານ ທອງປະເສີດ ເກື້ອກູນ ແສງອາຣຸນ ແພງພັນ ແລະ ທ່ານ ບົວວັນ ຈັນມະນີວົງ ບໍ່ຄວນຖືກ ຫລົງລືມ ບັນດາຜູ້ນຳ ເອເຊັຍ ແລະ ຢູໂຣບ ທີ່ກຳລັງປະຊຸມກັນ ຢູ່ລາວ ຄວນຮຽກຮ້ອງ ໃຫ້ທາງການລາວ ປ່ອຍຕົວນັກໂທດ ທັງສາມ ແລະຄົນອື່ນໆ ໃນທັນທີ່ທັນໃດ ແລະ ຢ່າງບໍ່ມີ ເງື່ອນໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.