ທາງການລາວຈັດແຈງ ຕ້ອນຮັບອາເຊັມ

ບັນດາ ຊາວຄ້າຂາຍ ຕາມຂ້າງທາງ ຕ້ອງໄດ້ຍ້າຍ ອອກໄປຂາຍ ບ່ອນອື່ນ ເພາະທາງການ ຕ້ອງຈັດ ຣະບຽບໃໝ່ ໃຫ້ຮຽບຮ້ອຍ ງາມຕາ ເພື່ອ ຮອງຮັບ ກອງປະຊຸມ ສຸດຍອດ ອາເຊັມ.
ໂພໄຊສວັດ
2012.10.02
F-Street-merchant ແມ່ຄ້າເຄື່ອນທີ່ ຕາມທ້ອງຖນົນ ຫຼືຕາມແຄມທາງ
RFA/Chareunsouk

ຊາວນະຄອນຫລວງ ວຽງຈັນ ຜູ້ນຶ່ງ ໄດ້ເວົ້າກັບ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 2 ຕຸລາ 2012 ນີ້ວ່າ ປັດຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ກໍາລັງ ກະຕຣຽມ ຈັດຣະບຽບ ໃນສັງຄົມ ກ່ອນໜ້າ ກອງປະຊຸມ ອາເຊັມ ທີ່ຈະຈັດຂຶ້ນ ໃນເດືອນ ພຶສຈິກາ ແຕ່ກໍມີ ຜົນກະທົບ ຕໍ່ບັນດາ ແມ່ຄ້າຊາວຂາຍ ຢູ່ຕາມແຄມທາງ ຍ້ອນວ່າໄດ້ ມີຄໍາສັ່ງໃຫ້ ຮື້ອອກ. ຊາວນະຄອນ ຫລວງວຽງຈັນ ຜູ້ນີ້ເວົ້າວ່າ:

"ແຕ່ວ່າດຽວນີ້ ພວກແມ່ຄ້ານີ້ ມີຜົນກະທົບໃດ໋ ເພາະວ່າ ຂະເຈົ້າ ບໍ່ໃຫ້ຕັ້ງ ຂາຍເຄື່ອງ ຂາຍຂອງ ຮິມທາງໝົດ ຂະເຈົ້າວ່າ ມັນຊິບໍ່ເປັນ ທີ່ຈົບງາມ ໃຫ້ແຂກ ທີ່ມາເບິ່ງຫັ້ນໜ໋າ ຖືວ່າມີ ຄວາມເດືອດຮ້ອນຢູ່ ເພາະວ່າຂະເຈົ້າ ໄດ້ຮື້ໝົດ ຈາກທີ່ເຄີຍ ຕັ້ງແຜງໄວ້ ກະຕ້ອງໄດ້ຮື້ ທັງທີ່ວ່າບໍ່ໄດ້ ລໍ້າ".

ລາວເວົ້າຕໍ່ໄປວ່າ ພໍ່ຄ້າແມ່ຄ້າ ສ່ວນຫລາຍ ກໍບໍ່ພໍໃຈ ທີ່ໄດ້ຖືກສັ່ງ ໃຫ້ຮື້ຮ້ານ ຂາຍເຄື່ອງຂອງ ທີ່ຕັ້ງຢູ່ ຕາມແຄມທາງ ຍ້ອນວ່າເປັນ ອາຊີພຫາກິນ ເປັນລາຍຮັບ ຂອງພວກ ຂະເຈົ້າ ແຕ່ຕ້ອງໄດ້ຍ້າຍ ໄປຫາເຊົ່າບ່ອນ ຂາຍຂອງ ຢູ່ບ່ອນໃໝ່ ຫລືບາງຄົນ ກໍຢຸດໄປ ຊົ່ວຄາວກ່ອນ ຈົນກອງປະຊຸມ ອາເຊັມ ຈະຜ່ານພົ້ນໄປ. ອີກບັນຫານຶ່ງ ກໍຄືພວກ ພໍ່ຄ້າແມ່ຄ້າ ບໍ່ຮູ້ເລີຍວ່າ ຈະໄດ້ກັບມາຂາຍ ຢູ່ບ່ອນເກົ່າໄດ້ ອີກຫຼືບໍ່?

ເຖິງຢ່າງໃດ ກໍຕາມ ຊາວ ນະຄອນຫລວງ ວຽງຈັນ ຫລາຍຄົນ ກໍເຫັນວ່າ ການຈັດຣະບຽບ ໃນສັງຄົມ ເທື່ອນີ້ ກໍມີຜົນດີ ເຮັດໃຫ້ບ້ານເມືອງ ສະອາດຕາຂຶ້ນ ແລະ ອາດຈະ ຫລຸດຜ່ອນ ບັນຫາ ອາສຍາກັມ ບັນຫາ ຢາເສພຕິດ ແລະ ຈະຣາຈອນ ຕິດຄັດ ລົງແດ່ ແຕ່ການເຂັ້ມງວດ ແນວໃດ ກໍຄວນໃຫ້ມີ ຜົນກະທົບ ຕໍ່ປະຊາຊົນ ໜ້ອຍທີ່ສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.