ຣະວັງພະຍຸນົກເຕັນ ໃຫ້ຕຣຽມພ້ອມຮັບມື
2011.07.29

ກົດຟັງສຽງ
ສູນອຸຕຸນິຍົມ ວິທຍາ ແລະ ອຸທະກະສາດ ຂອງ ວຽດນາມ ຣາຍງານວ່າ ປັດຈຸບັນ ພະຍຸຝົນ ນົກເຕັນ ກຳລັງ ພັດ ເຂົ້າເຖິງ ເກາະໄຫຫລຳ ຂອງຈີນ ໃນທະເລຈີນ ໃຕ້ ດ້ວຍຄວາມໄວ ປະມານ 117 ກິໂລແມັດ ຕໍ່ ຊົ່ວໂມງ ແລະ ຄາດວ່າ ຈະໄວຂື້ນ ເລື້ອຍໆ.
ໃນວັນເສົາ ພະຍຸຝົນ ລູກນີ້ ຈະພັດໄປເຖິງ ວຽດນາມ ແລະ ຄາດວ່າ ຈະເຂົ້າເຖິງ ພາກເໜືອ ຂອງ ສປປລາວ ພາຍໃນ ມື້ຕໍ່ໄປ ໝາຍຄວາມວ່າ ໃນວັນ ອາທິດ. ສູນອຸຕູນິຍົມ ວິທຍາ ຂອງ ວຽດນາມ ແຈ້ງອີກວ່າ ເຂດທີ່ຈະຖືກ ພະຍຸຝົນ ພັດເຂົ້າ ທີ່ແຮງ ທີ່ສຸດ ຢູ່ລາວ ກໍແມ່ນ ບໍຣິເວນ ແຂວງຊຽງຂວາງ ແຂວງວຽງຈັນ ແລະ ໄຊຍະບຸຣີ ຊຶ່ງເປັນ ແຂວງ ທີ່ຫາກໍໄດ້ ຮັບຜົນກະທົບ ຢ່າງໜັກ ຈາກ ພະຍຸຝົນ ໄຫ່ໝ່າ ເມື່ອທ້າຍ ເດືອນ ທີ່ຜ່ານມາ.
ສູນອຸຕຸນິຍົມ ວິທຍຸ ຂອງ ວຽດນາມ ປະກາດ ເຕືອນວ່າ ພະຍຸຝົນ ນົກເຕັນ ຈະພາໃຫ້ເກີດ ຝົນຕົກໜັກ ຕິດຕໍ່ກັນ ເປັນເວລາ 4 ມື້ ແລະ ອາດຈະພາ ໃຫ້ເກີດໄພ ນ້ຳຖ້ວມ ຢ່າງ ກະທັນຫັນ ໃນຫລາຍໆ ເຂດ.
ຫ້ອງການ ພະຍາກອນ ອາກາດ ຂອງລາວ ໄດ້ປະກາດ ເຕືອນ ປະຊາຊົນ ໃຫ້ ຣະມັດຣະວັງ; ສ່ວນ ວຽດນາມ ກໍໄດ້ປະກາດ ໃຫ້ຊາວປະໂມງ ຢູ່ໃນເຂດ ທະເລຈີນ ໃຕ້ ຫລາຍໝື່ນຄົນ ໄດ້ນຳເຮືອ ເຂົ້າຈອດຝັ່ງ ຫລື ບໍ່ກໍໃຫ້ ຊອກຫາບ່ອນ ກັ້ນບັງ.
ຢູ່ພາກໃຕ້ ຂອງຈີນ ກໍເຊັ່ນດຽວກັນ ເຈົ້າໜ້າທີ່ ແຂວງກວາງຕຸ້ງ ແລະ ກວາງຊີ ກໍໄດ້ປະກາດ ເຕືອນ ປະຊາຊົນ ໃຫ້ຍົກຍ້າຍ ໄປຢູ່ບ່ອນ ປອດໄພ ໂດຍໄວ ເພາະພະຍຸຝົນ ນົກເຕັນ ອາດຈະມາເຖິງ ພາຍໃນ ຕອນແລງ ຂອງ ມື້ວັນສຸກນີ້.