ພະຍຸນີແຊ໋ຕ ອາຈຊໍ້າເຕີມລາວ

ລົມ ພະຍຸ ລູກໃຫມ່ ໃກ້ ຈະເຂົ້າ ມາເຖີງ ລາວ

0:00 / 0:00

ກົດຟັງສຽງ

ກົມ ອຸຕຸນິຍົມ ວິທຍາ ແລະ ອຸທຸກກະສາດ ກະຊວງ ຊັພຍາກອນ ນ້ຳ ແລະ ສິ່ງແວດລ້ອມ ສປປລາວ ໄດ້ແຈ້ງການ ກ່ຽວກັບ ພະຍຸ ລູກໃຫມ່ ທີ່ຈະເຂົ້າ ມາລາວ ໃນເວລາ ອັນໃກ້ໆ ນີ້ວ່າ ພະຍຸ ໃຕ້ຝຸ່ນ ທິ່ມີ ຊຶ່ວ່າ ນີແຊ໊ດ ກຳລັງ ກໍ່ຕົວຂຶ້ນ ໃນເຂດ ທະເລ ຈີນໃຕ້ ໃກ້ກັບ ປະເທດ ຟິລິປິນ ອາດຈະ ເຄຶ່ອນຕົວ ເຂົ້າມາລາວ ໃນຣະຍະ ສອງ-ສາມ ວັນ ຂ້າງຫນ້່າ ນີ້ ໃນທິດທາງ ດຽວກັນ ກັບ ພະຍຸ ໄຮມາ ທີ່ ພັດຜ່ານ ລາວ ວ່າງເດຶອນ ມີຖຸນາ ປີນີ້. ດັ່ງເຈົ້າ ຫນ້າທີ່ ທ່ານນຶ່ງ ເວົ້າວ່າ:

"ແຕ່ວ່າຕົວ ທີ່ເຮົາເຝົ້າ ຣະວັງ ຕໍ່ໄປ ກໍແມ່ນ ຕົວທີ 7 ດຽວນີ້ມັນ ຢູ່ໃນ ຟິລີບປິນ ມັນຫົວໄຫມ່ ອອກມາ ຕົວນີ້ ຊື່ວ່າ ນິແຊ໊ດ ວ່າມັນ ຊີ່ເຄື່ອນ ໄປທາງ ໃດແທ້ ຫລາຍສູນກາງ ພຍາກອນ ວ່າ ມັນຈະຂື້ຶ້ນ ຢູ່ເທິງ ແຕ່ຄັນມັນ ຈະລົງມາ ກໍແມ່ນ ແຂວງ ທາງພາກ ກາງ ພາກໃຕ້ ຂອງລາວ ກໍຄິດວ່າ ປະມານ ວັນທີ 30 ຫລື ວັນທີ 1".

ເຈົ້າຫນ້າທີ່ ເວົ້າຕໍ່ ໄປວ່າ ປັດຈຸບັນ ພະຍຸ ລູກດັ່ງກ່່າວ ໄດ້ພັດຜ່ານ ໄປທາງເຫນືອ ຂອງໝູ່ເກາະ ລູຊອນ ປະເທດ ຟິລິບປິນ ແລະ ກຳລັງ ມຸ້ງຫນ້າໄປ ເກາະໄຮ່ຫລຳ ຂອງຈີນ ໄປທາງ ກຸງຮ່າໂນຍ ປະເທດ ວຽດນາມ ຄາດວ່າ ໃນວັນທີ 30 ກັນຍາ ຈະຂຶ້ນຝັ່ງ ທີ່ວຽດນາມ ແລະ ກໍຈະ ພັດຜ່ານ ປະເທດລາວ ກຳພູຊາ ແລະ ຕອນລຸ່ມ ຂອງ ປະເທດໄທ ຈະເຮັດ ໃຫ້ຝົນ ຕົກຫນັກ ອີກໃຫມ່.

ໃນຣະຍະ ເວລາ 3 ເດືອນ ຜ່ານມາ ສປປລາວ ຖືກນ້ຳຖ້ວມ ຢ່າງແຮງ 4 ຄັ້ງ ມີຜູ້ເສັຽ ຊີວິດ ຫລາຍສິບຄົນ ໄຮ່ນາ ປະຊາຊົນ ເສັຽຫາຍ ຫລາຍພັນ ເຮັກຕາ ຊາວບ້ານ ກວ່າ 4 ແສນ ຄົນ ໄດ້ຮັບ ຜົລກະທົບ ຖນົນຫົນທາງ ຫລາຍສາຍ ຖືກ ຕັດຂາດ ຣະບົບ ຊົລປະທານ ໂຮງຮຽນ ໂຮງຫມໍ ແລະ ບ້ານເຮືອນ ປະຊາຊົນ ຫລາຍຫລັງ ເພພັງ.