ການເຊື່ອມ ສັມພັນຊຸມຊົນ ຊາວວຽດນາມ ໃນຕ່າງປະເທດ ກັບບ້ານເກີດ ເມືອງນອນ ຈະໄດ້ຮັບການ ກວດກາຄືນ ໃນກອງປະຊຸມ ທີ່ຈະຈັດຂຶ້ນຢູ່ ໂຮຈິມິນຊີຕີ ໃນທ້າຍເດືອນ ນີ້.
ຜູ້ຕາງໜ້າ ຂອງຊາວວຽດນາມ ພັດຖິ່ນ ປະມານ 1,000 ຄົນ ຈະເຂົ້າຮ່ວມ ກອງປະຊຸມ ທີ່ໃສ່ຊື່ວ່າ “ນິສັຍທັດ ສໍາລັບປີ 2020 ຂອງຊາວວຽດນາມ ໃນ ຕ່າງປະເທດ ກັບບ້ານເກີດ ເມືອງນອນ”.
ຮອງຣັຖມົນຕຣີ ກະຊວງການ ຕ່າງປະເທດ ວຽດນາມ ທ່ານ Nguyen Thanh Son ຊຶ່ງເປັນປະທານ ຄນະກັມມະການ ຊາວວຽດນາມ ໃນຕ່າງປະເທດ ໄດ້ກ່າວຕໍ່ ສື່ມວລຊົນ ວ່າ ກອງປະຊຸມ ຈະຮື້ຟື້ນ ກວດກາຄືນ ໃນການພັທາ ຂອງຊຸມຊົນ ຊາວວຽດນາມ ໃນຕ່າງປະເທດ ເພື່ອໃຫ້ ນະໂຍບາຍ ຂອງຣັຖບານ ສອດຄ່ອງ ກັບຜົນຂອງ ກອງປະຊຸມ ຄັ້ງທໍາອິດ ໃນປີ 2009.
ຜົນ ຂອງກອງປະຊຸມ ເທື່ອນີ້ ຍັງຈະເຮັດໃຫ້ ຣັຖບານສາມາດ ເກັບກໍາທ້ອນໂຮມ ເອົາຄວາມຄິດ ຄວາມເຫັນ ກ່ຽວກັບ ວ່າຈະໃຊ້ຝີມື ແລະ ວິຊາການ ຂອງ ຊາວວຽດນາມ ໃນຕ່າງປະເທດ ເພື່ອສ້າງປະໂຫຍດ ໃຫ້ ອຸດສາຫະກັມ ພາຍໃນປະເທດ ແລະ ເຮັດໃຫ້ ປະເທດຊາດ ທັນສໄມຂຶ້ນ ໄດ້ຢ່າງໃດ໋?
ກອງປະຊຸມ ມີກໍານົດເປີດຂຶ້ນ ໃນມືວັນທີ 27 ກັນຍາ 2012 ຈະສົນທະນາ 4 ປະເດັນຫລັກ: ອະນາຄົດ ຂອງຊຸມຊົນ ການເຊື່ອມເຂົ້າກັນ ທາງເສຖກິຈ ແລະບັນຫາ ການຂຍາຍໂຕ ວັທນະທັມ ຮີດຄອງປະເພນີ ຂອງຊາດ ແລະ ແຮງກະຕຸ້ນ ເພື່ອໃຫ້ຊຸມຊົນ ມີຄວາມ ສາມັກຄີ ກັນ.