ຣາຄາເຂົ້າສານອາຈມີ ຄວາມທຸ່ນທ່ຽງຂື້ນ

ທັງ 5 ປະເທດ ທີ່ຜລິດ ເຂົ້າສານ ໃນເອເຊັຍ ຕາເວັນອອກ ສ່ຽງໃຕ້ ຈະຮ່ວມກັນ ຈັດຕັ້ງ ຣະບົບ ການຄ້າ ເຂົ້າສານ ເພື່ອສ້າງຄວາມ ທຸ່ນທ່ຽງ ໃນຕລາດ ເຂົ້າສານ ທົ່ວໂລກ.

ໃນນໍ້າມີປາ ໃນນາມີເຂົ້າ ຄືຄວາມຫວັງ ຂອງຜູ້ຢູ່ ແບບພໍພຽງ
ໃນນໍ້າມີປາ ໃນນາມີເຂົ້າ ຄືຄວາມຫວັງ ຂອງຜູ້ຢູ່ ແບບພໍພຽງ (RFA)

0:00 / 0:00

ກົດຟັງສຽງ

ຣັຖມົນຕຣີ ກະຊວງ ພານິດ ຂອງໄທ ທ່ານ ບຸນຊົງ ເຕຣິພິຣົມ ກ່າວວ່າ ປະເທດໄທ ຈະເລີ້ມປຶກສາ ຫາລື ກັບຜູ້ຕາງໜ້າ ຣັຖບານລາວ ພະມ່າ ກໍາພູຊາ ແລະວຽດນາມ ເພື່ອຮ່ວມມື ໃນການຜລິດ ແລະ ຄ້າຂາຍ ເຂົ້າສານ ໃນພູມີພາກ. ທ່ານກ່າວວ່າ ຍ້ອນວ່າ ຂົງເຂດນີ້ ເປັນແຫລ່ງຜລິດ ເຂົ້າສານ ທີ່ໃຫຍ່ ຂອງໂລກ ຄວນຈະຮ່ວມມື ສົ່ງເສີມ ຂຍາຍ ອຸດສາຫະກັມ ເຂົ້າສານ ໃຫ້ແຂງແກ່ງ ແລະມີ ປະສິດທິພາບ.

ທ່ານ ບຸນຊົງ ຈະເດີນທາງໄປ ວຽດນາມ ກ່ອນ ເພື່ອປຶກສາ ຫາລື ໃນເຣື່ອງຮ່ວມມື ກ່ຽວກັບ ການຄ້າຂາຍ ເຂົ້າສານ ຍ້ອນວ່າ ວຽດນາມ ເປັນປະເທດ ຂາຍເຂົ້າສານ ສົ່ງອອກ ເປັນອັນດັບສອງ ຂອງໂລກ ລອງຈາກ ປະເທດໄທ. ຫລັງຈາກນັ້ນ ທ່ານ ກໍຈະເດີນທາງ ໄປ ເຈຣະຈາ ສອງຝ່າຍ ກັບລາວ ກຳພູຊາ ແລະ ພະມ້າ ກ່ອນທີ່ຈະຈັດ ກອງປະຊຸມ ຮ່ວມ ຂອງປະເທດ ຜລິດເຂົ້າສານ ໃນອາຊຽນ.

ອີງຕາມແຜນການ ປະເທດໄທ ຈະເຈຣະຈາ ຫລຸດຜ່ອນ ການຂາຍເຂົ້າສານ ຕັດຣາຄາ ລະຫວ່າງ ກັນລົງ ເພື່ອເຮັດໃຫ້ ຣາຄາ ເຂົ້າສານ ໃນຕລາດໂລກ ມີຄວາມ ທຸ່ນທ່ຽງ ມີ ສະເຖັຍຣະພາບ. ທ່ານ ບຸນຊົງ ກ່າວວ່າ ການຮ່ວມມື ທີ່ແຂງແກ່ງ ລະຫວ່າງ ປະເທດນີ້ ຈະເພີ້ມ ອໍານາດ ໃນການ ຕໍ່ລອງ ທາງການຄ້າ ແລະ ຈະສົ່ງເສີມ ໃຫ້ ພໍ່ໄຮ່ພໍ່ນາໃນພູມີພາກ ມີລາຍຮັບ ຫລາຍຂຶ້ນ. ທ່ານ ບຸນຊົງ ເຕຣິພິຣົມ ຄາດວ່າ ຈະສາມາດ ສເນີໂຄງການ ການຮ່ວມມື ໃນອຸດສາຫະກັມ ການຜລິດເຂົ້າ ໃຫ້ເປັນ ຮູປທັມ ໃນກຸ່ມປະເທດ ເອເຊັຍ ຕາເວັນອອກ ສ່ຽງໃຕ້ ທີ່ຜລິດເຂົ້າ ພາຍໃນ ເດືອນໜ້ານີ້.