ຍັງບໍ່ມີຮ່ອງຮອຍ ຂອງທ່ານສົມພອນ

ຍາຕພີ່ນ້ອງ ແລະ ຄອບຄົວ ຍັງລໍຖ້າ ຂ່າວຄືບໜ້າ ຫຼື ການກັບມາ ຂອງ ທ່ານ ສົມບັດ ສົມພອນ.
ອະວາຣີ
2013.01.02
F-Sombat ທ່ານ ສົມບັດ ສົມພອນ ກ່າວ ອະພິປາຍ ກ່ຽວກັບ ຫົວເຣື້ອງ ທີ່ວ່າ "What lessons can we learn from the Asian Crisis in the late 90s?" ທີ່ມີຄວາມໝາຍ ຢ່າງເລິກຊື້ງ ຕໍ່ແນວຄິດ ແລະ ການພັທນາ ຂອງ ມວນມະນຸດ
Screen captured from PADETC video

ທ່ານ ສົມບັດ ສົມພອນ ນັກປັນຍາຊົນ ຄົນລາວ ທີ່ສຳຄັນຜູ້ນຶ່ງ ໄດ້ຖືກລັກພາຕົວ ນັບແຕ່ ວັນທີ່ 15 ເດືອນ ທັນວາ 2012 ຈົນມາເຖິງ ປັດຈຸບັນ ພີ່ນ້ອງຄອບຄົວ ກໍຍັງບໍ່ໄດ້ຮັບ ຂ່າວຄືບໜ້າ ແນວໃດເລີຍ ກ່ຽວກັບ ການຊອກຫາຕົວ ຂອງທ່ານ. ຫລານສາວຂອງ ທ່ານ ສົມບັດ ໄດ້ເລົ່າ ໃຫ້ຟັງວ່າ:

"ໂອ່ຍ ຍັງບໍ່ມີຫຍັງ ຄືບໜ້າເລີຍນະ ອ້າຍ ຍັງວ່າຫັ່ນແຫລະ ເບິ່ງຄືມິດ ອິ່ມຊິ່ມແທ້ ເພິ່ນກໍເອິ້ນໄປ ຖາມຢູ່ ແຕ່ກໍບໍ່ມີ ອີ່ຫຍັງດອກ ຖາມ ທັມມະດາຊື່ໆ ເອີແນ່ນອນແຫລະ ແຮງດົນໄປ ເຮົາແຮງ ບໍ່ຮູ້ວ່າເພິ່ນ ຈະເປັນຈັ່ງໃດ."

ປັດຈຸບັນ ຢູ່ ສປປລາວ ເຈົ້າໜ້າທີ່ ອົງການ ທີ່ບໍ່ຂື້ນກັບ ຣັຖບານ ຫລື NGO ບໍ່ກ້າປາກ ບໍ່ກ້າເວົ້າ ຫຍັງເລີຍ ເພາະຢ້ານເປັນຄື ທ່ານ ສົມບັດ ສົມພອນ ແລະ ນາງ Anne-Sophie Gindroz ຫົວໜ້າ ອົງການຊ່ວຍເຫລືອ ຈາກປະເທດ ສວິດເຊິແລັນ ທີ່ຖືກ ເນຣະເທດ ອອກຈາກ ສປປລາວ ກ່ອນໜ້າ ທ່ານ ສົມບັດ ຈະຖືກລັກ ພາຕົວ ພຽງເລັກໜ້ອຍ.

ຢູ່ທີ່ຮົງກົງ ໜັງສືພິມ South China Morning Post ຣາຍງານວ່າ ໃນຣະຍະ ສອງສັປດາ ຜ່ານມາ ເຈົ້າໜ້າທີ່ NGO ທັງຊາວລາວ ແລະ ຕ່າງປະເທດ ພາກັນຫຼົບໜີ ອອກຈາກ ສປປລາວ ຫລາຍຄົນ. ຄົນຕ່າງປະເທດ ຜູ້ນຶ່ງເວົ້າວ່າ ການຈັບຕົວ ນັກປັນຍາຊົນ ຊື່ດັງຄົນນີ້ ສະແດງ ໃຫ້ເຫັນວ່າ ຣັຖບານລາວ ມີເຈຕະນາ ປາບປາມ ປະຊາຊົນ ຊື່ງປັດຈຸບັນ ໃຜໆກໍຢ້ານ.

ອາຈານສອນ ມະຫາວິທຍາລັຍ ກຽວໂຕ ທ່ານນຶ່ງ ເວົ້າວ່າ ຖ້າເບິ່ງຢ່າງ ຜິວເຜີຍ ຄືວ່າ ຣັຖບານ ສປປລາວ ໄດ້ເປີດເສຣີ ແລ້ວ ແຕ່ໃນສະພາບ ຄວາມເປັນຈິງ ຍັງບໍ່ຍອມ ປ່ອຍໃຫ້ ມີຄົນ ຕຳນິຕິຕຽນ ໄດ້ງ່າຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.