ທະຫານ 2 ນາຍ ຖືກຍິງຕາຍ

ທະຫານ ໃນທ້ອງຖິ່ນ 2 ຄົນ ຖືກລອບຍິງ ຈົນເສັຍຊີວິດ ແບບບໍ່ຮູ້ ສາເຫດ ຢູ່ແຂວງ ສາຣະວັນ.
ມະນີຈັນ
2012.12.14
f-lao-soldiers ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກກະຣາດ ປະຊາທິປະໄຕ ເອກກະພາບ ວັທນາຖາວອນ
RFA

ຊາວ ສາຣະວັນ ຜູ້ຂໍສະຫງວນຊື່ ໄດ້ໂທຣະສັບ ແຈ້ງເຫດການ ຕໍ່ຜູ້ສື່ຂ່າວ ເອເຊັຍເສຣີ ໃຫ້ຊາບວ່າ ໃນວັນພຣະຫັດ ທີ 6 ທັນວາ 2012 ໄດ້ເກີດ ເຫດການ ທະຫານ ທ້ອງຖິ່ນ 2 ຄົນ ຈາກກອງພັນ ທີ 25 ຖືກລອບຍິງ ຈົນເຖີງ ແກ່ຊີວິດ ແບບທີ່ບໍ່ຮູ້ ສາເຫດ ຢູ່ເຂດບ້ານດ່ານ ຫລື ບ້ານດ່ານໃຫຍ່ ຫົວຂົວ ແຂວງ ສາຣະວັນ.

ທ່ານເວົ້າ ຕໍ່ໄປອີກວ່າ ໃນວັນທີ 5 ພຶສຈິກາ 2012 ມີປະຊາຊົນ ຈໍານວນ ຫລາຍສິບຄົນ ໄດ້ພາກັນມາ ເຕົ້າໂຮມ ຢູ່ຕໍ່ໜ້າ ຫ້ອງການ ປົກຄອງ ທ້ອງຖິ່ນ ເພື່ອ ຂໍຄໍາ ອະທິບາຍ ກ່ຽວກັບ ບໍຣິສັດ ວຽດນາມ ທີ່ໄດ້ຮັບ ສໍາປະທານ ທີ່ດິນ ທີ່ໄປກວມເອົາ ດິນ ບ່ອນທໍາມາ ຫາກິນ ຂອງ ພວກເຂົາເຈົ້າ ນັ້ນວ່າ ທາງການມີ ນະໂຍບາຍ ຈະແກ້ໄຂ ໃຫ້ແນວໃດ ແຕ່ໃນຂະນະ ດຽວກັນນັ້ນ ກໍມີກໍາລັງ ຕໍາຣວດ ແລະ ທະຫານ ຫລາຍສິບຄົນ ເຂົ້າມາຈັບ ພວກເຂົາເຈົ້າ ໄປຂັງໄວ້ ຕໍ່ມາ ກໍຖືກປ່ອຍຕົວ ແຕ່ຍັງຈັບ ແກ່ນນໍາ 3 ຄົນໄວ້ ຄື: ທ້າວ ສີຟອງ ທ້າວ ສົມນຶກ ແລະ ທ້າວ ເບື້ອ ທີ່ຖືກກ່າວຫາວ່າ ເຄື່ອນໄຫວ ທາງການເມືອງ.

ຕໍ່ຈາກນັ້ນມາ ທາງການລາວ ກໍໄດ້ສັ່ງໃຫ້ ທະຫານ ກອງພັນ ທີ 25 ຈໍານວນ 20 ກວ່າຄົນ ໄປປະຈໍາການ ຢູ່ເຂດ ບ້ານດ່ານ ເພື່ອຄວບຄຸມ ສະຖານະການ ໃຫ້ຢູ່ໃນຄວາມ ສະຫງົບ. ທ່ານວ່າ ທະຫານ 2 ຄົນ ທີ່ຖືກລອບຍິງ ນັ້ນອາດມາຈາກ ສາເຫດ ທີ່ເກີດ ຂຶ້ນນັ້ນ ກໍເປັນໄປໄດ້:

"ຕົ້ນສາເຫດ ມາຈາກຫັ້ນ ກໍບໍ່ຮູ້ ເພາະວ່າ ປະຊາຊົນ ຖືກກົດດັນ ມັນກະບໍ່ມີ ທາງເລືອກ ລາງເທື່ອລາງຄົນ ມັນກະຕັດສິນໃຈ ເຮັດໄປ ໃນສິ່ງທີ່ວ່າ ມັນຄາດຄິດ ເຮັດໄດ້ ມັນກໍເຮັດໃດ໊ ຄົນມັນສຸດລະເດ ມັນບໍ່ມີຫຍັງແລ້ວ ເພາະວ່າ ຈັບກຸມເຂົາ ແລ້ວຫັ້ນ ຕັ້ງຂໍ້ຫາເຂົາ ວ່າເປັນເຣື່ອງ ການເມືອງ ເຂື່ອນໄຫວ ທາງການເມືອງ ແຕ່ກີ້ເຂົາຢູ່ ໃນບ້ານ ໃນເຮືອນ ເຂົາບໍ່ໄດ້ ເຮັດຫັຍງ ເຮັດໄຮ່ເຮັດນາ ແຕ່ວ່າມັນຕໍ່ ກັບວຽກ ທີ່ມີບັນຫາ ຄືທີ່ຜ່ານມາຫັ້ນ ວຽດນາມ ທີ່ວ່າມາ ສໍາປະທານ ເນື້ອທີ່ເຂົາຫັ້ນ ເຂົາບໍ່ຍອມ ບາດນີ້ ມັນເກີດມາ ຫລາຍເທື່ອແລ້ວ".

ເພື່ອຄວາມ ກະຈ່າງແຈ້ງ ຜູ້ສື່ຂ່າວ ເອເຊັຍເສຣີ ໄດ້ໂທຣະ ສັບ ໄປຍັງເຈົ້າໜ້າທີ່ ພາກສ່ວນ ທີ່ກ່ຽວຂ້ອງ ແຂວງ ສາຣະວັນ ທ່ານນຶ່ງ ເພື່ອຂໍຂໍ້ມູນ ຄວາມຈິງ ໃນເຣ່ືອງທີ່ ປະຊາຊົນ ໄປເຕົ້າໂຮມກັນ ໃນວັນ ທີ 5 ພຶສຈິກາ ນັ້ນ ແລະ ກໍໄດ້ຮັບ ຄໍາຕອບວ່າ ມັນບໍ່ມີ ແລະ ບໍ່ມີຫຽັງ ເກີດຂຶ້ນໃນ ວັນດັ່ງກ່າວ. ແລະຍັງຖາມ ຄືນວ່າ "ໄປໄດ້ຍິນຂ່າວ ມາຈາກໃສ".

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.