ຣາຄາອາຫານໃນລາວ ແພງຂຶ້ນທຸກມື້
2011.10.24

ກົດຟັງສຽງ
ທ່ານ ວິໄລວັນ ພົມເຂ ໄດ້ກ່າວ ໃນມື້ ອາຫານ ໂລກ ຢູ່ ແຂວງ ຫລວງພຣະບາງ ວ່າວິກິດການ ຂອງ ເສຖກິດ ໂລກ ໄດ້ສົ່ງຜົນ ໃຫ້ມີຄົນ ຫວ່າງງານ ຫລາຍຂຶ້ນ ແລະ ຣາຄາ ອາຫານ ການກິນ ກໍແພງຂຶ້ນ. ທ່ານເວົ້າວ່າ: “ໃນລະຫວ່າງ ປີ 2009 ຫາ 2010 ຣາຄາ ເຂົ້າສານ ໃນລາວ ແພງຂຶ້ນ 40 ສ່ວນຮ້ອຍ, ແລະ ມີຜົນກະທົບ ໂດຍກົງ ຕໍ່ຄວາມ ໝັ້ນຄົງ ຂອງເສຖກິດ ສັງຄົມ ຊຶ່ງຮວມທັງ ໂຄງສ້າງ ຂອງ ຣາຄາ ອາຫານ ການກິນ, ການຜລິດ ອາຫານ ແລະ ຕລາດ ອາຫານ”. ທ່ານເວົ້າ ອີກວ່າ “ບັນຫາ ທີ່ເຫັນຢ່າງ ໂຈ່ງແຈ້ງ ກໍແມ່ນ ຜູ້ທີ່ມີ ລາຍຮັບນ້ອຍ ຈະໄດ້ຮັບ ຜົນກະທົບ ຮຸນແຮງ ຄືບໍ່ສາມາດ ຊື້ອາຫານ ການກິນ ໄດ້ ເມື່ອຣາຄາ ອາຫານ ແພງຂຶ້ນ”.
ຜູ້ອໍານວຍການ ອົງການ ອາຫານ ແລະ ການກະເສຕ ຂອງໂລກ ໄດ້ກ່າວ ໃນວັນ ອາຫານໂລກ ວ່າ “ຫາກເຮົາ ຈະເອົາຈິງ ເອົາຈັງ ແກ້ໄຂ ບັນຫາ ການຂາດແຄນ ອາຫານ ການອຶດຫິວ, ເຮົາຕ້ອງ ພຍາຍາມ ແກ້ໄຂ ບັນຫາ ຄວາມບໍ່ທຸ່ນທ່ຽງ ຂອງຣາຄາ ອາຫານ ກ່ອນ, ໂດຍສະເພາະ ເພື່ອຜູ້ທີ່ ຈັບຈ່າຍ ຫຼື ລາຍຮັບ ສ່ວນໃຫຍ່ ທີ່ໄດ້ມາ ເປັນຄ່າ ອາຫານ ການກິນ’.
ຕາມສະຖິຕິ ໂລກ ໃນແຕ່ລະປີ ມີຄົນເກີດໃໝ່ 8 ລ້ານຄົນ, ເຮັດໃຫ້ຄວາມ ຕ້ອງການ ອາຫານ ເພີ້ມຂຶ້ນ ເລື້ອຍໆ. ຄວາມທຸ່ນທ່ຽງ ຂອງ ຕລາດອາຫານ ຂຶ້ນຢູ່ກັບ ການລົງທຶນ ໃນການກະເສຕ ໂດຍສະເພາະ ໃນປະເທດ ທີ່ກໍາລັງ ພັທນາ ຍ້ອນວ່າ ມີພົລເມືອງ ເພີ້ມຂຶ້ນໄວ.
ສໍາລັບ ສປປລາວ ມີ ປະຊາຊົນ ພຽງແຕ່ ປະມານ 6 ລ້ານຄົນ ແລະ 80 ສ່ວນຮ້ອຍ ອາສັຍ ຢູ່ຕາມ ຊົນນະບົດ ແຕ່ສໍາລັບ ປີນີ້ ການເຮັດໄຮ່ ເຮັດນາ ລ້ຽງຕົນເອງ ໄດ້ຮັບຜົນ ກະທົບ ຈາກພັຍ ນໍ້າຖ້ວມ ແລະ ສັຕຣູ ພືຊ. ທ່ານ ວິໄລວັນ ເວົ້າວ່າ ພື້ນທີ່ຜລິດ ອາຫານ ຫລາຍພັນແຫ່ງ ໃນໂລກ ຖືກ ນໍ້າຖ້ວມ ເສັຍຫາຍ ແລະ ກໍບໍ່ໄດ້ ຫລີກລ້ຽງ ລາວ ໂດຍສະເພາະ ໃນພາກກາງ ແລະ ພາກໃຕ້, ດ້ວຍເຫດນີ້ ຣາຄາ ອາຫານ ໃນລາວ ຈຶ່ງສູງຂຶ້ນ.