ສິດທິໃນການເຊື່ອຖື ຢູ່ລາວດີຂື້ນ
2012.07.31

ຣັຖບານລາວ ໄດ້ສະແດງ ໃຫ້ເຫັນວ່າ ມີຄວາມກ້າວໜ້າ ໃນການ ເຄົາຣົບ ແລະ ປົກປ້ອງສິດທິ ໃນການ ເຊື່ອຖືສາສນາ ໃຫ້ດີຂຶ້ນ ໂດຍໃຫ້ອໍານາດ ການປົກຄອງ ໃນແຂວງຕ່າງໆ ສຶກສາ ອົບຮົມ ປະຊາຊົນ ກ່ຽວກັບ ເສຣີພາບທາງສາສນາ. ຕາມຣາຍງານ ປະຈໍາປີ 2011 ຂອງ ກະຊວງ ການຕ່າງປະເທດ ສະຫະຣັດ ອະເມຣິກາ ທີ່ພິມເຜີຍແພ່ ໃນວັນທີ 30 ກໍຣະກະດາ 2012.
ບົດຣາຍງານ ແຈ້ງວ່າ ຣັຖທັມມະນູນ ກົດໝາຍ ແລະ ນະໂຍບາຍ ຈໍານວນນຶ່ງ ຂອງລາວ ປົກປ້ອງ ສິດເສຣີພາບ ທາງສາສນາ ແຕ່ການບັງຄັບໃຊ້ ກົດໝາຍ ແລະ ນະໂຍບາຍ ໃນຂັ້ນເມືອງ ແລະຂັ້ນທ້ອງຖິ່ນ ຍັງສັບສົນ ສຸມຊົ້ວ ກັນຢູ່ ໃນຂນະທີ່ມີ ກົດໝາຍ ແລະ ນະໂຍບາຍອື່ນໆອີກ ຈໍາກັດສິດທິ ໃນພາກ ປະຕິບັດ ຕົວຈິງ ຊຶ່ງຣັຖບານລາວ ທົ່ວໄປແລ້ວ ກໍບັງຄັບໃຊ້ ກົດໝາຍ ແລະ ນະໂຍບາຍ ທີ່ຈໍາກັດສິດທິນັ້ນ.
ກົດໝາຍລາວ ບໍ່ຮັບຮູ້ສາສນາ ປະຈໍາຊາດ ແຕ່ຣັຖບານລາວ ກໍສນັບສນູນ ທາງການເງິນ ແລະ ສົ່ງເສີມ ສາສນາພຸທ ຮວມເຖິງຄວາມພ້ອມ ໃນການ ຍົກເວັ້ນຂໍ້ຈໍາກັດ ສໍາລັບກຸ່ມຄົນ ທີ່ຖືສາສນາພຸທ ໂດຍຍົກ ຖານະສາສນາພຸທ ຂຶ້ນ. ເຈົ້າໜ້າທີ່ ລາວ ປົກກກະຕິ ແລ້ວ ນັບຖືສິດທິ ຂອງ ສະມາຊິກ ກຸ່ມສາສນາ ຕ່າງໆ ໃນການ ປະຕິບັດຕາມ ຄວາມເຊື່ອຖື ຂອງພວກເຂົາເຈົ້າ ແຕ່ໃນເວລາ ດຽວກັນ ອໍານາດການປົກຄອງ ຂັ້ນເມືອງ ແລະ ທ້ອງຖີ່ນ ໃນບາງແຂວງ ທົ່ວປະເທດລາວ ຍັງມີຄວາມສົງໄສ ຊຸມຊົນ ທີ່ບໍ່ແມ່ນ ຊາວພຸທ ແລະບາງຄັ້ງ ກໍສະແດງອອກ ເຖິງຄວາມໃຈແຄບ ຂອງຕົນ ຕໍ່ກຸ່ມສາສນາ ຂອງຊົນເຜົ່າສ່ວນນ້ອຍ ໂດຍສະເພາະຕໍ່ ຊາວ Protestant.
ບົດຣາຍງານ ຂອງ ກະຊວງ ການຕ່າງປະເທດ ສະຫະຣັດ ແຈ້ງອີກວ່າ ຣັຖບານລາວ ມີບາດກ້າວ ຢ່າງນຶ່ງທີ່ໄດ້ ແກ້ໄຂບັນຫາ ທີ່ໜ້າເປັນຫ່ວງ ກ່ຽວກັບ ການເຊື່ອຖື ສາສນາ ຊື່ງມີທັງການ ຮຽກຮ້ອງ ໃຫ້ມີຄວາມປອງດອງ ຄວາມສເມີພາບ ໃນກຸມ ສາສນາຕ່າງໆ ແລະ ການເຂົ້າກ່ຽວຂ້ອງ ຂອງ ແນວລາວສ້າງຊາດ ໃນກໍຣະນີ ຜູ້ນັບຖື ສາສນາ ກຸ່ມນ້ອຍ ໂດຍສະເພາະ ຊາວຄຣິສຈຽນ ທີ່ຖືກລ່ວງຣະເມີດ ສິດທິ ແລະ ຖືກປະຕິບັດຕໍ່ ແບບບໍ່ຖືກຕ້ອງ.