ສະພາບການຊົນກຸ່ມນ້ອຍ ໃນລາວ

ຊົນເຜົ່າ ກຸ່ມນ້ອຍ ໃນລາວ ຍັງຢູ່ໃນ ສະຖານະການ ທີ່ບໍ່ມີ ຄວາມຄືບໜ້າ ໃນທາງ ທີ່ດີຂຶ້ນ ແຕ່ຢ່າງໃດ.
ສົມເນ
2012.02.27
F-Vanida-Thepsouvanh ຍານາງ ວະນິດາ ເທພສຸວັນ ປະທານ ຂະບວນການ ລາວເພື່ອ ສິທທິມະນຸສ ທີ່ມີ ສໍານັກງານ ປະຈໍາຢູ່ ກຸງປາຣີ ປະເທດ ຝຣັ່ງເສດ.
RFA

ກົດຟັງສຽງ

ສະຫະພັນ ນານາຊາຕ ດ້ານສິດທິມະນຸດ (FIDH) ແລະ ຂະບວນການ ລາວ ເພື່ອສິດທິມະນຸດ (MLDH) ອອກຖແລງການ ໃນວັນທີ່ 27 ກຸມພາ ນີ້ວ່າ: ເຖິງແມ່ນວ່າ ສປປ ລາວ ທີ່ເປັນ ຣັຖພາຄີ ສົນທິສັນຍາ ວ່າດ້ວຍ ການລຶບລ້າງ ການຈໍາແນກ ເຊື້ອຊາດ ທຸກຮູບແບບ (ICERD) ນັບແຕ່ປີ 1974 ເປັນຕົ້ນມາ ກໍດີ ແຕ່ຊົນເຜົ່າ ກຸ່ມນ້ອຍ ໃນລາວ ຍັງປະເຊີນ ກັບການຖືກ ຈໍາແນກ ດ້ານສິດທິ ພື້ນຖານ ແລະ ສິດເສຣີພາບ ຂອງເຂົາເຈົ້າ ຍັງຖືກຈໍາກັດ ຫລາຍດ້ານ ຊື່ງບໍ່ສອດຄ່ອງ ກັບກົດໝາຍ ສາກົນ ທີ່ສປປລາວ ມີພາລະໜ້າທີ່ ຕ້ອງ ປະຕິບັດ ຕາມ.

ໃນອາທິດນີ້ ສປປ ລາວ ຈະໄປລາຍງານ ຕໍ່ຄນະ ກັມມະການ ສະຫະປະຊາຊາດ ເຣື່ອງການລຶບລ້າງ ການຈໍາແນກ ເຊື້ອຊາຕ ທຸກຮູບແບບ ຢູ່ທີ່ນະຄອນ ເຈນີວາ ກ່ຽວກັບ ການປະພຶດ ປະຕິບັດ ຂອງຕົນ ຕໍ່ຊົນເຜົ່າ ກຸ່ມນ້ອຍ ໃນລາວ.

ໃນການລາຍງານ ຂອງ ຣັຖບານ ສປປລາວ ຄັ້ງນີ້ ຄນະກັມມະການ ສະຫະປະຊາຊາດ ຕ້ອງການ ຟັງຄໍາເຫັນ ຂອງ ປະຊາຊົນ ໃນລາວ ທີ່ບໍ່ມີສິດທິ ໃນການອອກ ຄວາມເຫັນ ເຊັ່ນກັນ. ດັ່ງນັ້ນ ຂະບວນການລາວ ເພື່ອ ສິດທິມະນຸດ (MLDH) ຈື່ງໄດ້ສົ່ງ ລາຍງານ ຂອງຕົນໄປຍັງ ຄນະກັມມະການ ດຽວກັນນີ້ ເພື່ອຊີ້ໃຫ້ເຫັນ ຄວາມແຕກຕ່າງ ລະຫ່ວາງ ການໂຄສະນາ ຊວນເຊື່ອ ຂອງ ຣັຖບານລາວ ທີ່ເວົ້າວ່າ ຊົນເຜົ່າກຸ່ມນ້ອຍ ມີຄວາມ ສະເໝີພາບ ກັບສະພາບ ໂຕຈິງ ທີ່ເກີດຂື້ນ ໃນປັດຈຸບັນ ວ່າຍັງມີ ການຈໍາແນກ ເຊື້ອຊາຕ ຊົນເຜົ່າ ຊື່ງເປັນການ ລະເມີດ ສິດທິພື້ນຖານ ຂອງຊົນກຸ່ມນ້ອຍ ເຊັ່ນ: ຄວາມສະເໝີພາບ ເສຣີພາບ ໃນການ ສະແດງອອກ ການໂຮມຊຸມນຸມ ການສັງຄົມ ແລະ ການເຊື່ອຖື ສາສນາ.

ລາຍງານຂອງ ຂະບວນການລາວ ເພື່ອ ສິດທິມະນຸດ ເປີດເຜີຽວ່າ ການຈໍາແນກ ເຊື້ອຊາຕ ນັ້ນບໍ່ພຽງແຕ່ ແນໃສ່ ຊາວເຜົ່າມົ້ງ ໂດຍກົງ ແຕ່ຍັງແນໃສ່ ຊົນເຜົ່າ ກຸ່ມນ້ອຍອື່ນໆ ເຊັ່ນ: ຊົນເຜົ່າ ໝ້ຽນ ຂະມຸ  ແລະ ຊົນເຜົ່າ ອ໊ອຍ.

ທ່ານ Souhayr Belhassen ປະທານ ສະຫະພັນ ນານາຊາຕ ດ້ານສິດທິມະນຸດ ກ່າວວ່າ ສປປ ລາວ ຈະມີໂອກາດ ຢ່າງບໍ່ເຄີຽ ມີມາກ່ອນ ສະແດງ ຄວາມຮັບຜິດຊອບ ຂອງຕົນ ຕໍ່ ປະຊາຄົມ ນານາຊາດ ໃນ ກອງປະຊຸມ ຄັ້ງທີ່ 9 ເອເຊັຽ-ຢູໂຣບ ທີ່ຈະມີຂື້ນ ໃນເດືອນ ພຶສຈິກາ ນີ້ ຢູ່ນະຄອນຫລວງ ວຽງຈັນ ວ່າສປປລາວ ຕຽມພ້ອມແລ້ວ ທີ່ຈະປັບປຸງ ສິດທິມະນຸດ ໃນລາວ ໂດຍສະເພາະ ກ່ຽວກັບ ບັນຫາ ຊາວເຜົ່າມົ້ງ.

ຍານາງ ວະນີດາ ເທບສຸວັນ ປະທານ ຂະບວນການລາວ ເພື່ອສິດທິມະນຸດ (MLDH) ກ່າວວ່າ ສປປ ລາວ ຄວນເອົາ ມາຕການ ທີ່ຈໍາເປັນເພື່ອ ຮັບປະກັນວ່າ ກົດໝາຍ ທີ່ມີຢູ່ ສອດຄ່ອງກັບ ສົນທິສັນຍາ ວ່າດ້ວຍ ການລຶບລ້າງ ການຈໍາແນກ ເຊື້ອຊາດ ທຸກຮູບແບບ ແລະ ສົນທິສັນຍາ ອື່ນໆ ທີ່ສປປລາວ ໄດ້ໃຫ້ ສັຕຍາບັນ ໄວ້ແລ້ວນັ້ນ ແລະ ຂໍໃຫ້ທາງການລາວ ໃນທຸກຣະດັບ ຍຸຕິ ການຈໍາແນກ ຊົນເຜົ່າ ກຸ່ມນ້ອຍ ທາງດ້ານ ກົດໝາຍ ແລະ ດ້ານປະຕິບັດ ແລະວ່າ ຣັຖບານລາວ ຄວນປະຕິຮູບ ການເມືອງ ຢ່າງແທ້ຈິງ ເພື່ອເຮັດໃຫ້ ລະບຽບ ກົດໝາຍ ມີຄວາມສັກສິດ ເພື່ອເປັນພື້ນຖານ ໃນການ ວິວັດພັທນາ ໄປສູ່ ປະຊາທິປະໄຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 27, 2012 03:52 AM

I have to say In Laos the minority has also there rith as all of lao. If you compare with Thailand or other contry. In
Lao we have minority students in university but in thailand you will never see on in even hight-school.

Les groupe ethnies au Laos ont droit comme tous les laotiens, ils ont même la priorité pour l'université, ils sont même Ministres, vice premier Ministre, Pouriez vous dire dans quel pays les minorités ont plus le droit au Laos.Je peux dire que le gouvernement lao a une bonne politique tous les laotiens bien qu'ils soit minorité ou majorité.