ລາວລົງລາຍເຊັນ ກັບບໍຣິສັດຈີນ
2012.02.13
ກົດຟັງສຽງ
ພາຍໃຕ້ ບົດບັນທຶກ ດັ່ງກ່າວ ບໍຣິສັດ ສ້າງເຂື່ອນ ໄຟຟ້າ ຂອງຈີນ ຈະສ້າງເຂື່ອນ ສາມແຫ່ງ ໃສ່ນ້ຳອູ ທີ່ ແຂວງ ຫລວງພຣະບາງ. ເຂື່ອນສາມແຫ່ງ ດັ່ງກ່າວ ຈະເປັນເຂື່ອນ ນໍ້າຕົກຕາດ ຫລື ເຂື່ອນເປັນຂັ້ນໆ. ຂັ້ນທີ່ ບໍຣິສັດ ຈີນ ຈະສ້າງນັ້ນ ແມ່ນເຂື່ອນ ຂັ້ນທີ່ 2, ທີ່ 5 ແລະ ທີ່ 6 ໃນຈຳນວນ ທັງໝົດ 7 ຂັ້ນ ຫລື 7 ເຂື່ອນ. ສາມເຂື່ອນ ທີ່ວ່ານີ້ ແມ່ນການ ກໍ່ສ້າງ ຣະຍະທຳອິດ. ນອກຈາກນັ້ນ ພາຍໃຕ້ ບົດບັນທຶກ ສະບັບດຽວກັນ ນີ້ ຣັຖບານ ສປປລາວ ກໍໄດ້ ອະນຸຍາດ ໃຫ້ບໍຣິສັດ ເຂື່ອນ ຂອງຈີນ ສ້າງໂຮງໂຮງ ໄຟຟ້າ ເຂື່ອນນ້ຳຄານ ສາມ ນັ້ນນຳ.
ການເຊັນ ບົດບັນທຶກ ເທື່ອນີ້ ມີຂື້ນຢູ່ ນະຄອນຫລວງ ວຽງຈັນ ເມື່ອກາງສັປດາ ທີ່ຜ່ານມາ ພາຍໃຕ້ ສະເພາະ ສັນຍາ ສະບັບນີ້ ບໍຣິສັດ ເຂື່ອນ ຂອງຈີນ ຈະລົງທຶນ ເຖິງ 127 ລ້ານດອນລ່າ ສະຫະຣັຖ ເພື່ອສ້າງ ໂຮງໄຟຟ້າ ນ້ຳຄານສາມ ແລະ ເຂື່ອນຂັ້ນ ສາມແຫ່ງ ແຕ່ສຳຣັບການ ສ້າງເຂື່ອນ ທັງໝົດ ເຈັດຂັ້ນນັ້ນ ບໍຣິສັດ ຂອງຈີນ ຈະລົງທຶນ ເຖິງ 2 ຕື້ ດອນລ່າ ແລະ ຄາດວ່າ ຈະຜລິດໄຟຟ້າ ໄດ້ເຖິງ 1,200 ເມັກກາວັດ
ບໍຣິສັດ ເຂື່ອນ ຂອງຈີນ ຈະຢືມເງິນທຶນ ດ້ວຍດອກເບັ້ຍຕ່ຳ ທັງໝົດ ຈາກທະນາຄານ ຂາເຂົ້າ-ຂາ ອອກຂອງຈີນ. ແຫລ່ງຂ່າວ ບໍ່ໄດ້ແຈ້ງວ່າ ບໍຣິສັດ ຂອງຈີນ ຈະສ້າງເຂື່ອນ ທັງເຈັດ ແຫ່ງສຳເຣັດ ໃນປີໃດ ແຕ່ແຈ້ງ ພຽງວ່າ ຫລັງຈາກສ້າງ ສຳເຣັດແລ້ວ ບໍຣິສັດ ຂອງຈີນ ຈະຂາຍໄຟຟ້າ ໃຫ້ແກ່ຣັດ ວິສາຫະກິດ ໄຟຟ້າລາວ ແລະແຫລ່ງຂ່າວ ກໍບໍ່ໄດ້ແຈ້ງ ຣາຍລະອຽດ ວ່າ ຣັດວິສາຫະກິດ ໄຟຟ້າລາວ ຈະຂາຍ ໄຟຟ້າ ຈາກ ເຂື່ອນ ທັງໝົດນັ້ນ ໄປໃຫ້ໄທ ຫລືບໍ່.
ນ້ຳອູ ເປັນສາຂາ ຂອງ ແມ່ນ້ຳຂອງ ແລະ ກໍເປັນລຳນ້ຳ ທີ່ໃຫຍ່ ແລະ ຍາວທີ່ສຸດ ໃນພາກເໜືອ ຂອງລາວ ມີຄວາມຍາວ ເຖິງ 475 ກິໂລແມັດ ແລະເໝາະ ສຳຣັບ ການສ້າງເຂື່ອນ ໄຟຟ້າ. ຣັຖບານລາວ ມີແຜນ ຈະສ້າງເຂື່ອນ ທັງໝົດ ເຖິງ 80 ແຫ່ງ ສ້າງມາ ແລ້ວ ປະມານ 20 ແຫ່ງ.