ໄທມີແຜນຮ່ວມຈີນ ສ້າງທາງຣົດໄຟ

ທາງການໄທ ມີແຜນ ຕັ້ງບໍຣິສັດ ສາຂາ ການຈັດການ ທາງຣົຖໄຟ ຄວາມໄວສູງ ຮ່ວມກັບຈີນ.
ສົມເນ
2010.12.22

ກົດຟັງສຽງ

ກະຊວງການຄັງ ຂອງໄທ ສະເໜີ ຕັ້ງກິຈການ ຮ່ວມກັບ ຣັຖບານຈີນ ກ່ຽວກັບ ໂຄງການສ້າງ ທາງຣົຖໄຟ ຄວາມໄວສູງ ແລະ ຕັ້ງບໍຣິສັດ ສາຂາຮ່ວມກັນ ສໍາລັບຈັດການ ແລະ ຄຸ້ມຄອງລະບົບ ທາງຣົຖໄຟ ດັ່ງກ່າວ. ຄາດວ່າຂໍ້ສະເໜີ ທີ່ວ່ານີ້ ຈະສລຸບກັນ ໃນວັນຈັນ ວັນທີ 27 ທັນວາ ກ່ອນຈະນໍາ ເອົາເຣື້ອງນີ້ໄປ ສົນທະນາ ກັບຝ່າຍຈີນ.ຕາມລາຍງານ ໜັງສືພິມ the nation ທີ່ອ້າງຕາມ ການເປີດເຜີຽ ຂອງ ທ່ານ ຈຸລາ ສຸກມະນົບ ຜູ້ກວດກາ ທົ່ວໄປ ປະຈໍາກະຊວງ ການຄົມມະນາຄົມ ແລະ ຂົນສົ່ງ.

ໂຄງການສ້າງ ລະບົບທາງ ຣົຖໄຟ ຄວາມໄວສູງ ໃນປະເທດໄທ ປະກອບດ້ວຍ 5 ເສັ້ນທາງ. ເສັ້ນທາງທີ່ນື່ງ ທີ່ຈະສ້າງຂື້ນ ນີ້ແມ່ນລະຫ່ວາງ ບາງກອກ ກັບ ແຂວງໜອງຄາຍ ຊື່ງຈະຕໍ່ ໄປຍັງ ສປປລາວ ແລະ ເຊື່ອມຕໍ່ກັບ ນະຄອນຂຸນໝິງ ແຂວງຢຸນນ່ານ ພາກໃຕ້ຂອງຈີນ. ທ່ານ ຈຸລາ ຊື່ງເປັນປະທານ ອານຸກັມມະການ ໃນການກະຕຽມ ເອກກະສານ ຂໍ້ຕົກລົງ ຄວາມເຂົ້າໃຈ ກັບຝ່າຍຈີນ ເວົ້າວ່າ ໂຄງການ ສ້າງທາງຣົຖໄຟ ຄວາມໄວສູງນີ້ ຝ່າຍໄທສະເໜີ ຖືຫຸ້ນ 51% ແລະ ຝ່າຍຈີນ 49%.

ທ່ານ ສຸພົດ ຊັບສ້ອມ ຮອງຣັຖມົນຕຣີ ກະຊວງ ຄົມມະນາຄົມ ແລະ ຂົນສົ່ງ ກ່າວວ່າ ຈະມີການ ແລກປ່ຽນ ເອກກະສານ ຂໍ້ຕົກລົງ ຄວາມເຂົ້າໃຈ ກັນລະຫ່ວາງ ຝ່າຍໄທ ກັບຝ່າຍຈີນ ກ່ອນຈະມີການ ພົບປະກັນ ໃນລະດັບ ຣັຖມົນຕຣີ ແລະ ລະດັບ ເຈົ້າໜ້າທີ່ ທາງການ. ຈາກນັ້ນຈື່ງ ຈະສະເໜີຕໍ່ ກອງປະຊຸມ ຄນະຣັຖມົນຕຣີ ເພື່ອຂໍອະນຸມັດ ຈາກ ສະພາແຫ່ງຊາດ. ຄາດວ່າ ການລົງນາມ ສັນຍາ ຈະມີຂື້ນ ໃນເດືອນ ມິນາ ຫາ ເມສາ. ຈາກນັ້ນຈື່ງ ຈະມີການ ສໍາຣວດ ແລະ ສືກສາ ຄວາມເປັນໄປໄດ້ ຮ່ວມທັງການ ອອກແບບ ປະມານນື່ງປີ. ການກໍ່ສ້າງ ຈະໃຊ້ເວລາ 4 ປີ ແລະຄາດວ່າ ຈະສໍາເຣັດ ພາຍໃນປີ 2015.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.