ທາງການລາວຕຣຽມພ້ອມ ຮອງຮັບອາເຊັມ
2012.10.02

ເມື່ອມໍ່ໆຜ່ານມາ ຣັຖມົນຕຣີ ກະຊວງ ປ້ອງກັນຄວາມສງົບ ຫົວໜ້າ ອະນຸກັມມະການ ປ້ອງກັນຊາຕ ແລະ ປ້ອງກັນ ຄວາມສງົບ ດຣ. ທອງບັນ ແສງອາພອນ ໄດ້ມີຄໍາສັ່ງ ໃຫ້ເຈົ້າໜ້າທີ່ ຮັກສາຄວາມສງົບ ທຸກຄົນຕຣຽມພ້ອມ ໃນການປ້ອງກັນ ວັນປະຫວັດສາຕ ສໍາຄັນ ທີ່ ສປປລາວ ຈະໄດ້ຮັບເປັນ ເຈົ້າພາບ ຈັດກອງປະຊຸມ ຣັຖສະພາ ເອເຊັຍ -ຢູໂຣບ ASEP ຄັ້ງທີ່ 7 ແລະ ກອງປະຊຸມ ສຸດຍອດ ຜູ້ນໍາ ເອເຊັຍ-ຢູໂຣບ ASEM ຄັ້ງທີ່ 9 ຂຶ້ນທີ່ ນະຄອນຫລວງ ວຽງຈັນ. ອີງຕາມ ລາຍງານຂ່າວ ທ້ອງຖິ່ນ.
ໃນຄໍາສັ່ງ ດັ່ງກ່າວ ດຣ. ທອງບັນ ໄດ້ເນັ້ນໃຫ້ ທຸກພາກສ່ວນ ບັນຈຸກໍາລັງ ລວມສູນ ເປັນເອກກະພາບ ປະຕິບັດ ຕາມແຜນການ ປ້ອງກັນ ກອງປະຊຸມ ASEP ແລະ ກອງ ປະຊຸມ ສຸດຍອດ ASEM ໂດຍສະເພາະ ການປ້ອງກັນ ສະກັດກັ້ນ ບໍ່ໃຫ້ມີ ເງື່ອນໄຂ ໃນການກໍ່ເຫດການ ຕ່າງໆຂຶ້ນໄດ້. ພ້ອມດຽວກັນ ທາງກອງກໍາລັງ ຮັກສາ ຄວາມສງົບ ໃນເຂດ ນະຄອນຫລວງ ວຽງຈັນ ໃຫ້ຊີ້ນໍາ ບັນຊາການ ກຸ່ມ ປກສ ໃນທຸກຣະດັບ ແລະ ສືບຕໍ່ ປະຕິບັດ ໜ້າທີ່ ຕາມທີ່ໄດ້ມອບໝາຍ ຢ່າງເຂັ້ມງວດ.
ບັນດາເຈົ້າໜ້າທີ່ ຮັກສາ ຄວາມສງົບ ຕ້ອງເອົາໃຈໃສ່ ກວດກາ ລາດຕະເວນ ເປັນປົກກະຕິ ທັງເວັນແລະຄືນ ພ້ອມທັງໃຫ້ ເອົາໃຈໃສ່ ປ້ອງກັນ ຄ້າຍຄຸມຂັງ ດັດສ້າງ ຮັບປະກັນ ບໍ່ໃຫ້ມີ ນັກໂທດ ໂຕນໜີ ຊຶ່ງທຸກພາກສ່ວນ ຕ້ອງປະຕິບັດ ໜ້າທີ່ ຢ່າງບໍ່ມີ ເງື່ອນໄຂ.