ໂຮງຮຽນໃນຊົນນະບົດ ຂ.ສວັນນະເຂດ

ໂຮງຮຽນ ເດັກນ້ອຍ ໃນເຂດ ສອກຫລີກ ຫ່າງໄກ ແຂວງ ສວັນະເຂດ ຍັງທຸກຍາກ ຂາດເຂີນ ຫລາຍຢ່າງ.
ສົມເນ
2012.09.12
F-Lao-school ຮູບຂອງໂຮງຮຽນ ປະຖົມບ້ານຈະລານ ເຂດລະເບົາ
Vinochith Duangmalalay

ໂຮງຮຽນ ບ້ານຈະລານ ເຂດລະບາວ ເມືອງນອງ ແຂວງ ສວັນນະເຂດ ໄດ້ກາຍເປັນ ຈຸດສົນໃຈ ຂອງຄົນ ໃນຕ່າງປະເທດ ຫລັງຈາກມີຄົນ ເອົາຮູບພາບ ໂຮງຮຽນ ທີ່ເປັນ ໜ້າອາພັບ ທີ່ສຸດ ໄປລົງໃນ ສື່ສັງຄົມ Facebook ແລ້ວໄດ້ ແຜ່ລາມໄປ ໃນສັງຄົມຊາວລາວ ຢູ່ນອກປະເທດ ຈົນພາກັນ ສົ່ງຄໍາເຫັນຕິຕຽນ ຕ່າງໆ ນານາ ແລະ ເວົ້າວ່າ ຢູ່ໃກ້ເມືອງ ບໍ່ຄໍາບໍ່ທອງ ແທ້ໆ ບໍ່ສາມາດ ປຸກໂຮງຮຽນ ໃຫ້ເດັກນ້ອຍຮຽນ ໜັງສືໄດ້. ເຣື້ອງນີ້ ເອເຊັຽເສຣີ ໄດ້ໂທຣະສັບ ຖາມເຈົ້າໜ້າທີ່ ຜແນກສືກສາ ແຂວງ ສວັນນະເຂດ ແລະ ໄດ້ຮັບຄໍາ ອະທິບາຍ ວ່າ:

"ໂຮງຮຽນ ຂອງຊຸມຊົນ ມີແຕ່ທາງຣັຖ ເຮົານີ້ສນອງ ຄູສອນໃຫ້ ການປຸກສ້າງ ເຂົາເຈົ້າ ບໍ່ໄດ້ຊ່ວຍເຫລືອ ເພາະວ່າ ການປູກສ້າງ ແມ່ນຂອງຊາວບ້ານ ເຂົາເຈົ້າ ຊ່ວຍເຫລືອ ເປັນອຸປກອນ ກະດານດໍາ ເປັນອັນນັ້ນຊື່ໆ ອຸປກອນ ການຮຽນ ການສອນ".

ຕາມລາຍງານນັ້ນ ໂຮງຮຽນແຫ່ງນີ້ ມີລວງຍາວ ບໍ່ກາຍ 7 ແມັດ ແລະ ກ້ວາງປະມານ 3 ແມັດ ປຸກດ້ວຍໄມ່ໄຜ່ ແລະ ອ້ອມຝາໂດຍໄມ້ເຮັ້ຽ ຫລັງຄາ ບໍ່ທັນມຸງ ມີກະດານດໍາ ທີ່ເຮັດດ້ວຍ ສັງກະສີ ນື່ງແຜ່ນ.

ເຈົ້າໜ້າທີ່ລາວ ວ່າມີແຜນການ ຈະຍ້າຍນັກຮຽນ ຈາກບ້ານ ຈະລາ ໃຫ້ໄປເຂົ້າ ໂຮງຮຽນບ້ານ ລະອວຍ ແຕ່ຍັງບໍ່ພ້ອມເທື່ອ ຈື່ງໃຫ້ນັກຮຽນ ຮຽນຢູ່ຫັ້ນໄປກ່ອນ ທ່ານວ່າ ໂຮງຮຽນບ້ານ ຈະລາ ເປັນບ່ອນສອນ ເດັກນ້ອຍ ທີ່ບໍ່ໄດ້ເຂົ້າ ໂຮງຮຽນ ຕາມເກນອາຍຸ ຫລືບໍ່ສາມາດ ເດີນທາງໄປຮຽນຢູ່ ໂຮງຮຽນຣັຖ ແຫ່ງອື່ນໄດ້ ດັ່ງທ່ານໄດ້ ອະທິບາຍ ຕື່ມວ່າ:

"ແຕ່ວ່າ ໂຮງຮຽນໂຕນີ້ ເປັນໂຮງຮຽນທີ່ວ່າ ນັກຮຽນ ທີ່ບໍ່ໄດ້ເຂົ້າ ໂຮງຮຽນ ໃນເມື່ອກ່ອນນັ້ນ ເຂົາເອີ້ນວ່າ ໂຮງຮຽນ ນອກລະບົບ."

ເຖິງຢ່າງໃດກໍດີ ຍັງມີ ຜູ້ສົ່ງຄໍາຖາມ ມາວ່າ ສປປລາວ ເປັນປະເທດສົ່ງ ຄໍາແລະທອງ ອອກໄປຂາຍ ຕ່າງປະເທດ ປີນື່ງຕັ້ງຫລາຍ ຮ້ອຍລ້ານ ໂດລາ ແລະ ໄດ້ຮັບເງິນ ຊ່ວຍເຫລືອ ຈາກຕ່າງປະເທດ ຈໍານວນ ຫລວງຫລາຍ ເປັນຫຍັງ ບໍ່ສາມາດສ້າງ ໂຮງຮຽນ ໃຫ້ເດັກນ້ອຍໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.