ເດັກນ້ອຍນັກຮຽນຊົນເຜົ່າ ຂາດອາຫານ

ໂຮງຮຽນ ຊົນເຜົ່າ ທີ່ ແຂວງ ສວັນນະເຂດ ຂາດ ງົບປະມານ ສຳລັບຄ່າ ອາຫານ ລ້ຽງ ນັກຮຽນ.
ສິດນີ
2011.08.17
F-Student ເດັກນັກຮຽນຂັ້ນປະຖົມອີກຫລາຍປີກວ່າຈະເຖິງຂັ້ນມັທຍົມ
Photo: RFA

ກົດຟັງສຽງ

ເຈົ້າຫນ້າທີ່ ປະຈຳ ໂຮງຮຽນ ຊົນເຜົ່າ ທີ່ ແຂວງ ສວັນນະເຂດ ເວົ້າວ່າ ໃນ ປັດຈຸບັນ ທາງໂຮງຮຽນ ຕ້ອງການ ງົບປະມານ ເພຶ່ອມາໃຊ້ເປັນ ຄ່າອາຫານ ລ້ຽງ ເດັກນ້ອຍ ນັກຮຽນ ທີີ່ມີ ຈຳນວນ ເພິ້ມຂຶ້ນ ໃນ ແຕ່ລະປີ. ການຂາດ ງົບປະມານ ເຮັດໃຫ້ ນັກຮຽນ ກິນເຂົ້າໄດ້ ພຽງແຕ່ ມຶ້ນຶ່ງ ສອງຄາບ ຊື່ງເປັນມາ ໄດ້ນຶ່ງປີ ແລ້ວ. ນັກຮຽນ ບາງຄົນ ມີບັນຫາ ເລຶ້ອງ ສຸຂພາບ ດັ່ງນາງ ກ່າວວ່າ:

"ກ່ອນນັ້ນ ເຂົາໄດ້ ກິນ 3 ຄາບ ດຽວນີ້ ເຂົາໄດ້ ກີນ 2 ຄາບ ດຽວນີ້ ຄ່າຄອງຊີບ ມັນກໍສູງ ເງີນກໍຍັງ ຄືເກົ່າ ກໍບໍ່ພໍ ເທົ່າໃດ ໄດ້ກິນແຕ່ ຕອນທ່ຽງ ກັບ ຕອນແລງ ຕອນເຊົ້າ ບໍ່ໄດ້ກິນ".

ນາງວ່າ ປັດຈຸບັນ ໂຮງຮຽນ ຊົນເຜົ່າ ທີ່ ແຂວງ ສວັນນະເຂດ ມີນັກຮຽນ ທັງຫມົດ 300 ຄົນ, ນັກຮຽນ ສ່ວນໃຫຍ່ ອາສັຍຢູ່ ໃນຫໍພັກ ຕາມ ປົກກະຕິ ທາງໂຮງຮຽນ ໄດ້ລ້ຽງ ອາຫານ ມື້ລະ 3 ຄາບ. ແຕ່ ປັດຈຸບັນ ທາງ ໂຮງຮຽນ ຕ້ອງໄດ້ຕັດ ການກິນລົງ ນຶ່ງຄາບ.

ຜົລເສັຽຫາຍ ທີ່ເກີດຈາກ ການຂາດ ອາຫານ ຕອນເຊົ້າ ນັ້ນ ພາໃຫ້ ນັກຮຽນ ບາງຄົນ ຂາດ ອາຫານ ແລະ ກໍເຈັບປ່ວຍ ຈົນຕອ້ງ ໄດ້ໄປ ປິ່ນປົວ. ບາງຄົນ ກໍມີ ບັນຫາ ທາງດ້ານ ການຮຽນ. ປັດຈຸບັນ ຍັງບໍ່ມີ ຫນ່ວຍງານໃດ ເຂົ້າມາ ໃຫ້ການ ຊ່ອຍເຫລຶອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.