ບໍຣິສັດອະລູມີນຽມ ຈະເປີດຢູ່ລາວ

ບໍຣິສັດ ຂຸດຄົ້ນ ແຮ່ທາດ ຈີນ-ອອສເຕເຣັຽ ຫລື ຊາໂກ ໄດ້ຮັບ ອະນຸມັດ ເງີນທືນ ສໍາລັບ ການພັທນາ ໂຄງການ ແຮ່ທາດ ອາລຸມີນຽມ ໃນລາວ.
ສິດນີ
2011.05.27
F-bolaven-plateau ທົ່ງບໍລະເວນ ເຂດທີ່ຈະມີການຂຸດຄົ້ນ ແຮ່ທາດ ອະລູມີນຽມ
Sarco

ກົດຟັງສຽງ

ທະນາຄານ ມິ່ງເຊັງ ຂອງຈີນ ໄດ້ຕອບ ຂໍ້ເສນີ ທາງດ້ານ ການເງີນ ໃນການ ບຸກເບີກ ແຮ່ທາດ ອະລຸມີນຽມ ໃນລາວ ຂອງ ບໍຣີສັດ ຂຸດຄົ້ນ ແຮ່ທາດ ຈີນ-ອອສເຕເຣັຽ ຫລື ຊາໂກ ວ່າ ທາງ ທະນາຄານ ມີຄວາມ ຕັ້ງໃຈ ໃນການ ອະນຸມັດ ງົບປະມານ ໃນໂຄງການ ທີ່ ບໍຣິສັດ ຊາໂກ ຕ້ອງການ.

ບໍຣິສັດ SARCO ສເນີ ການລົງທຶນ ໃນການ ຂຸດຄົ້ນ ແລະ ສ້າງໂຮງກັ່ນ ແຮ່ທາດ ອະລູມີນຽມ ໃນລາວ ປະມານ 600 ລ້ານ ໂດລາ ໂດຍໃຫ້ ການວ່າ ຈະສາມາດ ຜລິດແຮ່ທາດ ອະລຸມີນຽມ ໃນລາວ ໄດ້ 6 ແສນ ຕັນ ຕໍ່ປີ.

ບໍຣິສັດ ຊາໂກ ຈະເລີ້ມ ລົງມື ໃນການຜລີດ ແລະ ການກັ່ນ ແຮ່ທາດ ໃນລາວ ໃນທັນທີ ທີ່ໄດ້ຮັບ ງົບປະມານ ແລະ ຜົລຜລິດ ແຮ່ທາດ ອະລຸມີນຽມ ໃນລາວ ຈະເຮັດ ໃຫ້ຫຸ້ນ ຂອງ ບໍຣິສັດ ຊາໂກ ຖີບຕົວ ສຸງຂື້ນ.
ທະນາຄານ ຈີນ ເວົ້າວ່າ ການລົງທຶນ ໃນ ບໍຣິສັດ ຊາໂກ ໃນການ ຂຸດຄົ້ນ ແຮ່ທາດ ອະລຸມີນຽມ ໃນລາວ ຈະສ້າງ ຄວາມສຳຄັນ ໃຫ້ແກ່ ບໍຣິສັດ ຊາໂກ ແລະ ຕລາດອະລຸມີນຽມ ໃນຈີນ ຢ່າງໃຫຍ່ຫລວງ.

ແຮ່ທາດ ອະລຸມີນຽມ ທີ່ ບໍຣິສັດ ດ່ັງກ່າວ ຈະຂຸດຄົ້ນ ໃນລາວ ນັ້ນ ກໍ່ແມ່ນ ຢູ່ໃນເຂດ ພາກໃຕ້ ຂອງລາວ ໃນພື້ນທີ່ ແຂວງ ຈຳປາສັກ ເຊກອງ ແລະ ອັດຕະປື ຈອດກັນ ຫລື ທີ່ເອີ້ນກັນວ່າ ດົງ ບໍລະເວນ ຊື່ງເປັນບ່ອນ ປູກຝັງ ທີ່ ອຸດົມ ສົມບູນ ໃນລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.