ວຽດນາມຕ້ອງການພື້ນທີ່ ປູກຢາງເພີ້ມ

ວຽດນາມ ຂໍຂະຫຍາຍ ການປູກ ຢາງພາຣາ ແລະ ພືດ ອຸດສາຫະກັມ ອື່ນໆ ໃນພາກໃຕ້ ຂອງ ລາວ ຕົວຢ່າງ ບໍຣິສັດ ຫົວຝັດ ໄດ້ຍື່ນ ຄຳຮ້ອງຂໍ ສັມປະທານ ທີ່ດິນ ເຖິງ 20,000 ເຮັກຕາຣ໌ ຢູ່ແຂວງ ສາຣະວັນ ໃນບໍຣິເວນ ໃກ້ໆ ກັບຊາຍແດນ ວຽດນາມ ເພື່ອປູກອ້ອຍ ແລະ ສ້າງໂຮງງານ ຜລິດນ້ຳຕານ.
ອະວາຣີ
2012.11.02

ປັດຈຸບັນ ເຈົ້າໜ້າທີ່ ແຂວງສາຣະວັນ ກຳລັງສຳຣວດ ພື້ນທີ່ຊອກຫາ ຈັດທີ່ດິນ ໃຫ້ແກ່ ບໍຣິສັດວຽດນາມ. ດັ່ງເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ຂ.ສາຣະວັນ ເວົ້າວ່າ:

“ກຳລັງກວດກາ ຄືນກ່ຽວກັບ ພື້ນທີ່ ເພາະວ່າມັນມີ ບາງບໍຣິສັດ ກໍຖືວ່າຂະເຈົ້າ ລົງທຶນ ໄປໃນການ ສັມປະທານ ເນື້ອທີ່ກ່ຽວກັບ ການປູກຝັງອີ່ຫຍັງ ຕ່າງໆ ແຕ່ຈຳນວນນຶ່ງ ທີ່ວ່າຂະເຈົ້າ ບໍ່ໄດ້ປະຕິບັດ ກໍມີ ກຳລັງກວດກາ ຄືນວ່າ ເນື້ອທີ່ ທີ່ວ່າຍັງຄ້າງ ຈາກການສັມປະທານ ເທົ່າໃດ ເພື່ອຣາຍງານ ໃຫ້ເຈົ້າແຂວງ”.

ຈົ້າໜ້າທີ່ ທ່ານນີ້ ເວົ້າອີກວ່າ ເທົ່າທີ່ໄດ້ສຳຣວດມາ ແຂວງສາຣະວັນ ອາດຈະສາມາດ ໃຫ້ບໍຣິສັດ ຫົວຝັດ ເຊົ່າທີ່ດິນໄດ້ ພຽງແຕ່ 100 ເຮັກຕາຣ໌ ເທົ່ານັ້ນ ເພາະດຽວນີ້ ບໍ່ມີ ດິນແລ້ວ ແຕ່ທາງແຂວງ ຈະສຳຣວດກວດກາ ເບິ່ງຄັກໆ ພື້ນທີ່ດິນຕອນນຶ່ງ ທີ່ບໍຣິສັດອື່ນ ໄດ້ຮັບສັມປະທານ ໄປແລ້ວ ເພື່ອປູກຕົ້ນວີກ ແຕ່ປະກົດວ່າ ບໍ່ເລິ້ມປູກ ຈັກເທື່ອ ປະດິນ ເປົ່າວ່າງໄວ້ລ້າໆ. ທາງການ ແຂວງສາຣະວັນ ອາດຈະລົບລ້າງ ການໃຫ້ສັມປະທານ ທີ່ດິນຕອນນັ້ນ ແລ້ວມອບໃຫ້ ບໍຣິສັດ ຫົວຝັດ ສັມປະທານຕໍ່. ເຈົ້າໜ້າທີ່ ແຂວງສາຣະວັນ ທ່ານນີ້ ບໍ່ໄດ້ແຈ້ງ ຣາຍລະອຽດວ່າ ພື້ນທີ່ ເປົ່າວ່າງນັ້ນກວ້າງ ຈັກເຮັກຕາຣ໌ ກວ້າງເທົ່າກັບພື້ນທີ່ ທີ່ບໍຣິສັດ ຫົວຝັດ ຕ້ອງການບໍ່.

ເມື່ອປະມານ 5 ປີກ່ອນ ບໍຣິສັດວຽດນາມ ຫລາຍບໍຣິສັດ ປະກາດ ຈຸດປະສົງ ຢາກປູກ ຢາງພາຣາ ຢູ່ພາກໃຕ້ຂອງລາວ ຫລາຍເຖິງ 3 ແສນ ເຮັກຕາຣ໌ ທີ່ຜ່ານມາ ບໍຣິສັັດ ເຫລົ່ານີ້ ກໍປູກຢາງພາຣາ ຫລາຍໝື່ນ ເຮັກຕາຣ໌ ແລ້ວ ແຕ່ຍັງບໍ່ເຖິງ 3 ແສນ ເຮັກຕາຣ໌ເທື່ອ ເພາະປັດຈຸບັນ ທີ່ດິນຢູ່ພາກໃຕ້ ຂອງລາວ ກໍໃຫ້ສັມປະທານ ໄປເກືອບໝົດ ແລ້ວ ແລະທີ່ດິນ ທີ່ໃຫ້ສັມປະທານ ໄປແລ້ວ ສ່ວນນຶ່ງໄປກວມເອົາ ທີ່ດິນຂອງ ປະຊາຊົນ ແລະ ອີກສ່ວນນຶ່ງ ກວມເອົາປ່າສງວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.