ບໍຣິສັດ ວຽດນາມ ໄດ້ຂໍ ສັມປະທານ ທີ່ດີນ ສຳລັບປູກອ້ອຍ ທີ່ ແຂວງສາຣະວັນ ຣະຫວ່າງ ເຂດຕໍ່ເມືອງ ສາຣະວັນ ກັບເມືອງວາປີ ບ້ານບືງຂາມ ບ້ານນາດົງ ແລະ ບ້ານນາບົງ ຮ່ວມທັງໂຄງການ ສ້າງໂຮງງານ ຜລິດນ້ຳຕານ ໃນພື້ນທີ່ ດ່ັງກ່າວ ຊື່ງໃນເວລານີ້ ຍັງບໍ່ໄດ້ຮັບການ ອະນຸມັດ ແຕ່ຢ່າງໃດ ເພາະທາງການ ແຂວງ ກຳລັງຊອກຫາ ພື້ນທີ່ດີນ ໃຫ້ຢູ່ ເຖິງແມ່ນວ່າ ຈະມີການໂຈະ ໃຫ້ສັມປະທານ ກໍຕາມ. ດັ່ງເຈົ້າຫນ້າທີ່ ຜແນກການ ລົງທືນ ທີ່ແຂວງ ສາຣະວັນ ເວົ້າວ່າ:
" ປູກອອ້ຍ ຂອງວຽດນາມ ຂອງຫົວຜາດ ຂໍເນື້ອທີ່ ປະມານ 20 ພັນເຮັກຕາ ເຂົາຊີ່ສ້າງຕັ້ງ ໂຮງ ງານນ້ຳຕານ ເຂົາສຳຣວດ ເມືອງ ສາ ຣະວັນ ກັບເມືອງວາປີ 20 ພັນເຮັກຕາ ກໍ ຫມາຍຄວາມວ່າ ເອົາທົ່ວ ແຂວງ ສາຣະ ວັນ ເຮົານີ້ ຄັນ ມັນຊີ່ໄດ້ ບໍ່ຮອດ ປານນັ້ນດອກ 300-400 ເຮັກຕາ ມີໂອກາດໄດ້ ຊ່ວງນີ້ ເປັນຊ່ວງທີ່ເຂົາ ຊອກຫາເນື້ອທີ່ ເນື້ອທີ່ ຮັບຮອງ ໃຫ້ເຂົາ ບໍ່ ທັນໄດ້ ດຽວນີ້" .
ທ່ານກ່າວ ຕໍ່ໄປວ່າ ຈາກຜົລສຳຣວດ ຄັ້ງທຳອິດ ທີ່ແຂວງສາຣະວັນ ຄາດວ່າ ຈະສາມາດ ໄດ້ພື້ນທີ່ ປະມານ 100 ເຮັກຕາ ເນື່ອງຈາກພື້ນທີ່ ດັ່ງກ່າວ ເປັນເຂດ ສັມປະທານເກົ່າ ຂອງ ບໍຣິສັດໄທຮົວ ທີ່ເຄີຍ ສັມປະທານ ປູກຕົ້ນວິກ ແຕ່ຍ້ອນກິຈການ ບໍ່ໄປດີ ເລີຍຢຸດການປູກ ທາງການແຂວງ ຈະເອົາໃຫ້ ບໍຣິສັດ ວຽດນາມ ສ່ວນເຫລືອ ຈະຊອກຫາ ເພີ້ມເຕີ່ມ. ທາງການແຂວງ ຍັງຕ້ອງການ ການສຳຣວດ ກ່ຽວກັບ ຜົລກະທົບ ຕໍ່ສີ່ງແວດລ້ອມ ນຳອີກ ທ່ານກ່າວ ເພີ້ມວ່າ:
" ເຣື້ອງນີ້ ມັນຕ້ອງມີຢູ່ ຕົວນີ້ແມ່ນ ພວກເຮົາ ຈະຂໍຄວາມເຫັນ ຈາກສີ່ງແວດ ລ້ອມ ຂອງພວກເຮົາ ຈາກຫ້ອງການ ຊັພຍາ ກອນ ນ້ຳ ແລະ ສີ່ງແວດລ້ອມ ເພາະ ວ່າເຂົາຈະມີ ຄວາມເຫັນມາ ຈະໄດ້ຈັດ ກອງປະຊຸມ ກັນ ແລະເຂົາຈະເວົ້າ ເລື້ອງການ ຄຸມຄອງ ສີ່ງ ແວດລ້ອມ ຖ້າວ່າຊີ່ເຮັດໄດ້ ມັນຈະມີໃນ ບົດແຜນ ຄຸ້ມຄອງຢູ່ແລ້ວ" .
ເຈົ້າຫນ້າທີ່ ທ່ານນັ້ນ ສລຸບວ່າ ການອະນຸມັດ ພື້ນທີ່ ຈຳນວນຫລວງຫລາຍ ຂນາດນີ້ ຈະເປັນຫນ້າທີ່ ຂອງສູນກາງ ທາງການແຂວງ ພຽງແຕ່ຊອກ ພື້ນທີ່ໃຫ້ ສ່ວນການ ຕັດສີນໃຈ ນັ້ນຈະແມ່ນ ຣັຖບານກາງ.