ເຮືອດູດຫີນຊາຍ ລັກລອບຮ່ອນຄໍາ

ຍັງມີຜູ້ຄົນ ໃຊ້ເຮືອ ປະກອບ ເຄື່ອງຈັກ ລັກລອບ ດູດຫີນ ແລະ ຊາຍ ຕາມລຳ ແມ່ນ້ຳຂອງ ໃນເຂດ ເມືອງໂຂງ ແຂວງຈໍາປາສັກ.
ສິດນີ
2011.12.22
F-Sandship1 ລັກສນະຂອງເຮືອ ທີ່ໃຊ້ດູດຫີນຊາຍ ຈາກພື້ນແມ່ນໍ້າຂອງ
truck2hand

ກົດຟັງສຽງ

ການກະທຳ ເຊັ່ນນັ້ນ ສ້າງຄວາມ ເສັຽຫາຍຕໍ່ ສີ່ງແວດລ້ອມ ໃນແມ່ນ້ຳຂອງ ຍ້ອນສານເຄມີ ທີ່ໃຊ້ຮ່ອນເອົາ ແຮ່ທາຕ ຖືກປ່ອຍລົງ ແມ່ນ້ຳຂອງ ດັ່ງທ່ານເວົ້າວ່າ:

"ແນ່ນອນ ທີ່ແຂວງ ຈຳປາສັກ ເມືອງໂຂງ ທີ່ຕິດກັບ ກຳປູເຈັຽ ເຮືອດູດແຮ່ ດູດຊາຍນີ້ ເປັນບັນຫາ ເພາະວ່າຈະໄປ ທຳລາຍເລື້ອງ ຖີ່ນທີ່ຢູ່ອາສັຍ ຂອງປາ ບາງບ່ອນກໍ ເປັນບ່ອນ ປາວາງໄຂ່ ປາບາງປະເພດ ທີ່ໄປ ວາງໄຂ່ ກໍທຳລາຍມັນ ຄືກັນ ກໍມີສ່ວນຄືກັນ".

ທ່ານວ່າ ເຮືອຮ່ອນແຮ່ ທີ່ຜິດກົດຫມາຍ ເຫລົ່ານັ້ນ ໄດ້ລົງທະບຽນ ເປັນເຮືອດູດຫີນ ດູດຊາຍ ແຕ່ທີ່ຈິງແລ້່ວ ເປັນເຮືອທີ່ ລັກລອບຮ່ອນ ເອົາແຮ່ຄຳ ຕາມລຳ ແມ່ນ້ຳຂອງ ແລ້ວຍັງປ່ອຍ ສານເຄມີ ທີ່ໃຊ້ລົງ ແມ່ນ້ຳຂອງ ສ້າງຄວາມ ເຊື່ອມເສັຽ ຕໍ່ ຣະບົບນິເວດ ແລະ ເຮັດໃຫ້ ຕາລີ່ງເຈື່ອນ ນຳອີກ ຜົລຮ້າຍທີ່ເຫັນ ໃນປັດຈຸບັນ ກໍແມ່ນຈຳນວນ ປາຊນີດຕ່າງໆ ໃນ ແມ່ນ້ຳຂອງ ໄດ້ຫລຸດລົງ ຢ່າງຫລວງຫລາຍ ການຄວບຄຸມ ເຮືອດັ່ງກ່າວ ກໍເປັນການຍາກ ເພາະ ເຮືອເຫລົ່ານັ້ນ ເຄື່ອນຍ້າຍ ສຖານທີ່ ໄປເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.