ທາງການເມືອງໄຊບູຣີ ສັ່ງປິດໂບດ

ໂບດຄຣິສຈຽນ 3 ບ່ອນ ໃນເມືອງ ໄຊບູຣີ ແຂວງ ສວັນນະເຂດ ຖືກສັ່ງ ໃຫ້ປິດ ແລ້ວປ່ຽນເປັນ ໂຮງຮຽນ.
ສົມເນ
2012.02.28

ກົດຟັງສຽງ

ໂບດຄຣິສຈຽນ ຄາໂທລິກ ບ້ານແກ້ງແວງ ໃນເມືອງ ໄຊບູຣີ ແຂວງ ສວັນນະເຂດ ຖືກທາງການ ຍຶດເປັນຂອງຣັຖ ເມື່ອວັນທີ່ 22 ກຸມພາ ນີ້ ພາຍຫລັງທີ່ ເຈົ້າໜ້າທີ່ ອໍານາດ ການປົກຄອງ ເມືອງ ໄດ້ເປີດ ສັມມະນາ ໃນບ້ານ ແກ້ງແວງ ເຣື້ອງ “ ເຄັດລັບ ຂອງສັຕຣູ” ແລະ ໄດ້ຈົບລົງ ໃນຕອນບ່າຍ 4 ໂມງ ຂອງ ວັນດຽວກັນ. ຈາກນັ້ນ ເຈົ້າໜ້າທີ່ເມືອງ ໄດ້ປະກາດ ຫ້າມບໍ່ໃຫ້ ຊາວຄຣິສຈຽນ ໃຊ້ສະຖານທີ່ ນັ້ນອີກ ແລະ ສັ່ງຫ້າມ ໂຮມຊຸມນຸມ ທໍາພິທີ ສວດມົນ ໄຫ້ວພຣະເຈົ້າ ຖ້າບໍ່ໄດ້ຮັບ ອະນຸຍາດ ຈາກທາງການ.

ໂບດນີ້ ເປັນແຫ່ງທີ 3 ທີ່ອໍານາດ ການປົກຄອງ ເມືອງ ໄຊບູຣີ ໄດ້ຍຶດ ເປັນຂອງຣັຖ ຕາມລາຍງານ ຈາກ ແວັບໄຊທ໌ ຂອງ International Christian concern ແຕ່ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ແຂວງ ສວັນນະເຂດ ອະທິບາຍ ວ່າ:

"ບໍ່ແມ່ນວ່າຍຶດ ມັນມີເງື່ອນໄຂ ມອບໃຫ້ ອໍານາດ ການປົກຄອງ ເຮັດເປັນ ໂຮງຮຽນກົດໝາຍ ມັນບໍ່ຖືກກັບ ກົດໝາຍ ຂອງ ສປປ ລາວ ກ່ຽວກັບການ ເຄື່ອນໄຫວ ຂອງກຸ່ມຄົນ ບໍ່ດີ ບໍ່ຖືກກັບ ດໍາຣັດ ເລກທີ 92 ຂອງ ນາຍົກ ຣັຖມົນຕຣີ ມີບ້ານ ດົງໄພວັນ ບ້ານແກ້ງແວງ ບ້ານນາແດງ ເມືອງໄຊບູຣີ".

ເຈົ້າໜ້າທີ່ລາວ ວ່າ ການປະກອບ ພິທີທາງ ສາສນາ ຂອງຊາວ ຄຣິສຈຽນ ຕາມກົດໝາຍ ຂອງລາວນັ້ນ ຈະຕ້ອງຂໍ ອະນຸຍາດ ຈາກອໍານາດ ການປົກຄອງ ໃນເມືອງນັ້ນ ເສັຽກ່ອນ ແຕ່ຊາວ ຄຣິສຈຽນ ກຸ່ມນື່ງບໍ່ ປະຕິບັດ ຕາມລະບຽບ ຈື່ງໄດ້ສັ່ງ ໃຫ້ປິດ ແລ້ວນໍາໃຊ້ ເປັນໂຮງຮຽນ ສອນກົດໝາຍ. ເຈົ້າໜ້າທີ່ລາວ ຍັງກ່າວວ່າ ລາຍງານ ໃນແວັບໄຊທ໌ ຂອງ ຊາວຄຣິສຈຽນ ສາກົນ ອາດບໍ່ຖືກ ກັບຄວາມຈິງ:

"ເຣື້ອງແວັບໄຊທ໌ ນີ້ກໍແລ້ວແຕ່ ສີ່ເຮັດ ມັນທັນສະໄໝ ກໍກາຍເປັນ ສິ່ງທີ່ບໍ່ດີ ມັນບໍ່ແນ່ນອນ ຄວາມເປັນຈິງ ບິດເບືອນກັນ ຄືຟ້າກັບດິນ ມັນຫ່າງໄກກັນ".

ປັດຈຸບັນ ມີໂບດ ຄຣິສຈຽນ ໃນທົ່ວແຂວງ ສວັນນະເຂດ ຈໍານວນ 30 ໂບດ ແຕ່ ທາງການລາວ ຮັບຮູ້ພຽງແຕ່ 7 ໂບດ ເທົ່ານັ້ນ ທີ່ຖືກຕ້ອງ ຕາມກົດໝາຍ. ອົງການ ຄຣິສຈຽນ ສາກົນ ກ່າວວ່າ ເຖິງແມ່ນວ່າ ກົດໝາຍລາວ ຮັບປະກັນ ສິດ ເສຣີພາບ ໃນການ ນັບຖື ສາສນາ ແຕ່ອໍານາດ ການປົກຄອງ ທ້ອງຖິ່ນ ບໍ່ຍອມຮັບຮູ້ ຄວາມຖືກຕ້ອງ ແລະສິທທິ ຂອງໂບດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 28, 2012 01:14 PM

ບໍ່ໄດ້ຢຶດແຕ່ເອົາ ລ້າໆນີ້ແລ້ວບໍ່ໄດ້ພິດໄຜ ສັງຄົມຢູ່ ສປປລ ບໍ່ຕ້ອງການ ຄວາມເຊື່ອຖືຈາກສາສະຫນາໄດໆທັງນັ້ນ ເພາະມັນງົມງວຍ ຂະຫນາດ ພຸດທະສາສະຫນາ ກໍ່ຢາກລົ້ມແຕ່ກ້າງ ຄາຄໍ ເລີຍໂຈະໄວ້ພໍເປັນຄັນ ຕາລະບັດບັງຫນ້າ ເຫັນໄດ້ຈາກການ ບັງຄັບພຣະອາຈານມະຫາພິມໂພ ໃຫ້ລາສິກຂາ ເພິ່ນບໍ່ຍອມເລີຍໄດ້ ຫົ່ມຂາວຈົນເຖິງວັນມໍລະນະພາບ ສັ່ງຄົນໄປ ຍິງ ຍາທ່ານໂງ່ນ ຢູ່ປາກຊັນ ເຖິງຂັ້ນມໍລະນະພາບ ຂ້າ ອາຈານຊາຄຳແດງ ຢູ່ ແຂວງ ສີພັນດອນ ແລະ ອາຈານ ບຸນມາກ ຢູ່ ວັດອາໝາດ ຈຳປາສັກ ເບິ່ງເອົານີ້ລະຄວາມຈິງ.

Anonymous
Feb 28, 2012 10:35 PM

The priests are in fact the troublemakers, get out from Laos with your bibles to joint Jesus in the hell.All of you are liars and child molesters.