ບໍຣິສັດຣັດເຊັຽ ສົນໃຈພະລັງງານລາວ

ຣັດວິສາຫະກິຈ ພະລັງງານ ໄຟຟ້າ (Inter RAO) ຂອງ ຣັດເຊັຍ ຕ້ອງການ ຢາກເປັນ ເຈົ້າຂອງ ຫຼືຜູ້ຄວບຄຸມ ພະລັງງານ ໄຟຟ້າ ໃນລາວ.
ໂພໄຊສວັດ
2012.02.23

ກົດຟັງສຽງ

ຣັດວິສາຫະກິຈ ໄຟຟ້າ (Inter RAO) ຂອງຣັດເຊັຍ ໄດ້ສເນີ ທີ່ຈະແລກປ່ຽນ ໂອນເອົາໜີ້ສິນ 360 ລ້ານ ໂດລາ ສະຫະຣັຖ ຈາກ ທາງການລາວ ເພື່ອຈະໄດ້ ຄອບຄອງ ໂຄງການໄຟຟ້າ ພະລັງນໍ້າ ໃນລາວ. ອີງຕາມ ລາຍງານຂ່າວ ຂອງ ອົງການຂ່າວ ສານທຸຣະກິດ Kommersant ຂອງຣັດເຊັຍ ວັນພຸດ ວັນທີ 22 ກຸມພາ 2012.

ຣັດວິສາຫະກິຈ ໄຟຟ້າ Inter RAO ຢາກຄອບຄອງ ໂຮງງານ ຜລິດໄຟຟ້າ ພະລັງນໍ້າ ນໍ້າກອງ-1 ເຊກອງ-4 ແລະ ເຊກອງ-5 ອົງການຂ່າວ ສານທຸຣະກິດ ຣັດເຊັຍ ອ້າງແຫລ່ງຂ່າວ ຈາກກະຊວງ ເສຖກິດ ແລະ ການເງິນ ຂອງຣັດເຊັຍ.

ສປປລາວ ເປັນໜີ້ ຣັດເຊັຍ ມູນຄ່າ 1 ຕື້ 300 ລ້ານ ໂດລາ ສະຫະຣັຖ ແຕ່ໄດ້ຮັບ ການຜ່ອນໜີ້ລົງ 70 ສ່ວນຮ້ອຍ ເຫລືອ 360 ລ້ານໂດລາ ສະຫະຣັຖ ໃນປີ 2003. ຣັດວິສາຫະກິດ ໄຟຟ້າ Inter RAO ຂອງ ຣັດເຊັຍ ຢາກໄດ້ ຮຸ້ນສ່ວນ 51 ສ່ວນຮ້ອຍ ຂອງໂຄງການ ຊຶ່ງຮຸ້ນສ່ວນ 20 ຫາ 25 ສ່ວນຮ້ອຍ ແມ່ນ ທາງການລາວ ເປັນເຈົ້າຂອງ ໂດຍຜ່ານການ ບໍຣິຫານ ຂອງ Lao Holding State Enterprise.

ສ່ວນທີ່ເຫລືອ ເປັນຂອງ ບໍລິສັດ ຮວມຫຸ້ນສ່ວນ ລົງທຶນ ໄທ-ວຽດນາມ ຊຶ່ງທັງສອງ ປະເທດ ຈະເປັນຜູ້ໃຊ້ ຜົນຜລິດ ກະແສໄຟຟ້າ 90 ສ່ວນຮ້ອຍ ຂອງໂຄງການ. ນອກຈາກນີ້ ອົງການ ຂ່າວສານ ທຸຣະກິດ Kommersant ຂອງຣັດເຊັຍ ຍັງໄດ້ ລາຍງານວ່າ ໂຄງການໄຟຟ້າ ພະລັງນໍ້າ ທີ່ໄດ້ ກ່າວມານີ້ ຕ້ອງການ ກູ້ຢືມເງິນ 800 ລ້ານ ໂດລາ ສະຫະຣັຖ ເພື່ອ ການກໍ່ສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 25, 2012 02:48 AM

Lao need to pay Russia back, because Russia got arms for lao to fight the capitalist. I think to bitter for Laos govt. Som xeuy.

Anonymous
Feb 25, 2012 03:03 AM

ປາໂທ້!ລາວຄືເປັນຫນີ້ຫລາຍແທ້ ເປັນຕາສົງສານແທ້ໆ ທັງໆທີ່ແລ່ນນຳທິດສະດີສະລາດສອ່ງໃສເປັນແຫ່ວນແກ້ວ ແບບລຶບບໍ່ສູນຊູນບໍ່ໄດ້ຢູ່ທຸກລົມຫັນໃຈ ກໍ່ຍັງກ້າທວງຫນີ້ທວງສີນ ບໍຄືອ້າຍໃຫ່ຍຈີນເນາະ!ວ່າແຕ່ນ້ອງລາວ ຕ້ອງການໃຫ້ລ້າກໍ່ມີ ໃຫ້ຢືມກໍສະດວກ ສົມເພິ່ນເປັນອາເສ່ຍສາກົນແທ້ໆ.ກ່ຽວກັບພະລັງງານທີ່ ອ້າຍໃຫ່ຍ ຣັດເຊັຍສົນໃຈນັ້ນໃຫ້ກໍ່ດີ ບໍ່ໃຫ້ກໍ່ເອົາຊື່ໆບໍ່ໄດ້ພິດໄຜ ເພາະຫນີ້ຖ້ວນຫົວຢູ່ແລ້ວ.ເອົາລະ ຖ້າຢາກມີຄວາມສຸຂ ກໍ່ຈົ່ງຢ່າກໍ່ໃຫ້ມີຫນີ້ ຖ້າຕ້ອງການຄວາມທຸກຂ໌ໃຫ້ສ້າງຫນີ້ໄວ້ຫລາຍໆ.