ຜົນທາງລົບການປູກ ຢາງພາລາ
2011.10.21

ກົດຟັງສຽງ
ນັກຄົ້ນຄວ້າ ຈາກ ສປປລາວ ໄດ້ອອກ ບົດລາຍງານ ກ່ຽວກັບ ຜົລກະທົບ ທາງດ້ານ ເສຖກິດ ແລະ ສິ່ງແວດລ້ອມ ຈາກການໃຊ້ ດິນປູກ ຕົ້ນໄມ້່ ເສຖກິດ ປະເພດຕ່າງໆ ໃນລາວ ຕໍ່ກອງ ປະຊຸມ ທິ່ ກຸງ ໄນໂຣບີ ປະເທດ ແຄນຢາ ໃນວັນທີ 11-12 ເດຶອນ ຕຸລາ 2011 ຣະບຸວ່າ ໂຄງການ ປູກຕົ້ນໄມ້ ເສຖກິດ ສົ່ງຜົລ ກະທົບຕໍ່ ສິ່ງແວດລ້ອມ ລາຍໃຫຍ່. ເຈົ້າຫນ້າທິ່ລາວ ເວົ້າວ່າ:
"ເພາະວ່າ ການປູກ ຢາງພາລາ ນິ້ ຕ້ອງໃຊ້ ສານເຄມີ ຕ່າງໆ, ຢາກໃຫ້ຫນ້ອຍລົງ ການໃຊ້ ສານເຄມີ ດັ່ງນັ້ນ ພວກເຮົາຈຶ່ງ ບໍ່ອະນຸຍາດ ໃຫ້ໃຊ້ ຫລາຍໃນລາວ".
ອົງການ ສິ່ງແວດລ້ອມ ສະຫະປະຊາຊາດ ເປັນຜູ້ ໃຫ້ທຶນ ສນັບສນູນ ກອງປະຊຸມ ດັ່ງກ່າວ ເພຶ່ອໃຫ້ ນັກວິຊາການ ສິ່ງແວດລ້ອມ ໃນທົ່ວໂລກ ຈາກ ພາກຣັຖບານ ແລະ ພາກເອກກະຊົນ ໄດ້ແລກປ່ຽນ ປະສົພການ ໃນການ ຄົ້ວຄວ້າ ກ່ຽວກັບ ຜົລກະທົບຕໍ່ ສິ່ງແວດລ້ອມ ຈາກການໃຊ້ ທິ່ດິນ ໃນການ ປູກຝັງ ຂນາດໃຫຍ່.
ນັກຄົ້ນຄວ້າ ທິ່ເຂົ້າຮ່ວມ ໃນກອງປະຊຸມ ດັ່ງກ່າວ ເນັ້ນຫນັກ ໃນຄວາມ ສຳຄັນ ຂອງ ສິ່ງແວດລ້ອມ ຕໍ່ຊິວິດ ການເປັນຢູ່ ຂອງ ປະຊາຊົນ ແລະ ເນັ້ນໜັກ ໃນການ ແນະນຳ ໃຫ້ທາງການ ທິ່ມີສ່ວນ ກ່ຽວຂ້ອງ ໃນໂຄງການ ຫລຸດຜ່ອນ ຄວາມທຸກຍາກ ແລະ ການພັທນາ ທິ່ຍືນຍົງ ໃນໂລກ ໃຫ້ຮູ້ ແລະ ເຂົ້າໃຈ ກ່ຽວກັບ ເລຶ່ອງນິ້.