ຂ.ຊຽງຂວາງມີອຸປສັກ ສ້າງສາພັທນາຫົນທາງ

ການສ້າງຂົວ ແລະ ຖນົນ ຫົນທາງ ຢູ່ ແຂວງ ຊຽງຂວາງ ຊັກຊ້າ ຍ້ອນ ຝົນຕົກ ໜັກ ພັຍ ນໍ້າຖ້ວມ ແລະ ງົບປະມານ ກໍຂາດເຂີນ.
ອະວາຣີ
2011.07.27
F-road-construction ຕົວຢ່າງຂອງ ຫົນທາງ ໃນພາກເໜືອ ຂອງລາວ ເວລາມີ ຝົນຕົກໜັກ ດິນເຈື່ອນ ກໍລໍາບາກ ໃນການ ສັນຈອນ
RFA

ກົດຟັງສຽງ

ທາງການ ລາວ ເລິ້ມ ສ້າງຂົວ ແລະ ຖນົນຫົນທາງ ຫລາຍເສັ້ນ ທີ່ ແຂວງຊຽງຂວາງ ນັບແຕ່ ຕົ້ນປີນີ້ ເປັນຕົ້ນມາ. ແຕ່ ປັດຈຸບັນ ຖນົນ ສ່ວນຫລາຍ ຍັງເປັນ ທາງດິນແດງ ຍັງບໍ່ທັນ ປູຢາງເທື່ອ. ສະນັ້ນ ເວລາ ຝົນຕົກ ໜັກ ຖນົນແດງ ຈຶ່ງເປ່ເພ ແລະ ມີຂີ້ຕົມ ຫລາຍ ຈົນ ບໍ່ສາມາດ ສ້າງຕໍ່ ແລະ ສັນຈອນ ໄປມາໄດ້. ດັ່ງເຈົ້າໜ້າທີ່ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຊຽງຂວາງ ເວົ້າວ່າ:

“ຝົນກໍມັນເປັນ ປົກກະຕິ ຢູ່ແລ້ວ ເນາະ ເພາະວ່າ ຫົນທາງເຮົາ ມັນເປັນທາງ ເອິ້ນວ່າ ປູດິນແດງ ບໍ່ທັນເປັນ ທາງຢູຢາງ ຍາມຝົນ ກໍຖືວ່າ ການສັນຈອນ ກໍມີຄວາມ ຫຍຸ້ງຍາກ ເມືອງເປັນເມືອງ ພູດອຍ ເນາະ ຖ້າວ່າ ເສັ້ນທາງເຮົາ ສ້າງສຳເຣັດ ສິເຮັດ ໃຫ້ການ ຈາຣະຈອນ ສິນຄ້າຕ່າງໆ ສະດວກ ສະບາຍ ຂື້ນ”.

ເຈົ້າໜ້າທີ່ ກ່າວອີກວ່າ ອີກ ສາເຫດນຶ່ງ ທີ່ເຮັດໃຫ້ ການສ້າງຂົວ ແລະ ຖນົນຫົນທາງ ຊັກຊ້າ ຢູ່ ແຂວງ ຊຽງຂວາງ ກໍແມ່ນ ບໍຣິສັດ ກໍ່ສ້າງ ບໍ່ສາມາດ ຂົນອຸປກອນ ການກໍ່ສ້າງ ໄປບ່ອນ ກໍ່ສ້າງໄດ້ ເພາະ ຖນົນ ຫົນທາງ ຖືກຕັດຂາດ ຍ້ອນນ້ຳຖ້ວມ ຢ່າງແຮງ ເມື່ອບໍ່ດົນ ຜ່ານມາ.

ໃນເບື້ອງຕົ້ນ ຜແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຊຽງຂວາງ ຣາຍງານວ່າ ຖນົນ 41 ເສັ້ນ ແລະ ຂົວ 19 ແຫ່ງ ໄດ້ຮັບ ຄວາມເສັຍຫາຍ ຈາກ ໄພນ້ຳຖ້ວມ. ປັດຈຸບັນ ທາງການ ກຳລັງ ພຍາຍາມ ສ້ອມແປງ ເສັ້ນທາງ ແລະ ຂົວ ທີ່ສຳຄັນ ໃຫ້ໄວ ເທົ່າທີ່ ຈະໄວໄດ້ ເຖິງວ່າ ຈະຂາດເຂີນ ງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Aug 05, 2012 01:53 AM

ເອ່ຍປານໃດສີປູນທາງເເລ້ເທຶໍ່ອເພາະວ່າ ເວລາທຽ່ວມິນລຳບາກຫລາຍໃດ ໄປຍາມບ້ານເທີໍອໃດ ຖີໍກຍາມຝນນື້ເເມ່ນເເຕ່ຂຶ້ຕ່ມ ຖ້າຫາກເປັນຍາມເລ້ງ ພັດມືຂື້ຝຸ່ນຫລາຍອີໍມ