ນໍ້າມັນແພງ ຄ່າຄອງຊີພຝືດເຄືອງ

ຣາຄານໍ້າມັນ ແພງຂຶ້ນ ສົ່ງຜົລກະທົບ ຕໍ່ການ ຄອງຊີພ ຂອງປະຊາຊົນ ໃນທົ່ວປະເທດ ໃຫ້ລໍາບາກ ຕື່ມອີກ.

ຣົຖເມທີ່ບັນທຸກທັງສິນຄ້າແລະຜູ້ໂດຍສານໃນລາວ
ຣົຖເມທີ່ບັນທຸກທັງສິນຄ້າແລະຜູ້ໂດຍສານໃນລາວ (RFA)

0:00 / 0:00

ກົດຟັງສຽງ

ຣາຄານໍ້າມັນ ທີ່ສູງຂຶ້ນ ຢ່າງວ່ອງໄວ ໃນສປປລາວ ມີຜົນກະທົບ ໂດຍກົງ ຕໍ່ຣາຄາສິນຄ້າ ແລະ ຄ່າບໍຣິການ, ໂດຍສະເພາະ, ຣາຄາສິນຄ້າ ໃນຕລາດ ທີ່ເຫັນວ່າ ມີຣາຄາແພງຂຶ້ນ ຫລາຍຊນິດ. ນອກຈາກສິນຄ້າ ປະເພດອຸປະໂພກ ບໍຣິໂພກ ທີ່ແພງຂຶ້ນແລ້ວ ກໍເຫັນວ່າ ຜັກ, ໝາກໄມ້ ແລະ ຊີ້ນ ກໍມີຣາຄາແພງຂຶ້ນ ຍ້ອນຣາຄາ ຄ່າຂົນສົງແພງຂຶ້ນ ຕາມຣາຄານໍ້າມັນ ແລະ ແກ໊ສ ທີ່ມີຣາຄາສູງຂຶ້ນ.
ຍານາງ ແກ້ວຕາ ສຸວັນນາຄໍາ, ຊາວນະຄອນຫລວງ ວຽງຈັນ ກ່າວກ່ຽວກັບ ເຣື້ອງນີ້ ວ່າ:

“ທົ່ວປະເທດ ແລ້ວກໍທົ່ວ ກໍາແພງນະຄອນຫລວງ ຮັ໋ນແຫລະ ກໍຮ້ອງໂຮກັນ ລະເນາະ ປັ່ນປ່ວນ ຢູ່ພໍສົມຄວນ ເພາະວ່າ ຂະເຈົ້າ ກໍໄປເຮັດນາເນາະ ບໍ່ມີແລ້ວນໍ້າມັນ ທີ່ໄປນາ ກໍບໍ່ມີ ກໍເດືອດຮ້ອນ ໄປໝົດ ແຫລະ.”

ຍານາງ ກ່າວຕື່ມວ່າ ປະຊາຊົນ ກໍໄດ້ຮັບຜົນກະທົບ ຈາກຣາຄາສິນຄ້າ ທີ່ແພງຂຶ້ນ, ໂດຍສະເພາະ ຜັກ, ໝາກໄມ້ ຕ່າງໆ ທີ່ຕ້ອງຂົນສົ່ງ ມາຈາກຕ່າງແຂວງ ເພາະວ່າ ຣາຄາ ນໍ້າມັນແພງຂຶ້ນ ເຮັດໃຫ້ສິນຄ້າ ຕ່າງໆ ກໍແພງຂຶ້ນ ໄປຕາມໆກັນ, ເຮັດໃຫ້ປະຊາຊົນ ຕ້ອງແບກຫາມພາລະ ຣາຄາສິນຄ້າຫລາຍຊນິດ ທີ່ມີຣາຄາແພງຂຶ້ນ. ແຕ່ກໍບໍ່ເຄີຍໄດ້ຮັບ ຄໍາອະທິບາຍ ຫລື ແຈ້ງຕໍ່ ກະຊວງການຄ້າ ແຕ່ຢ່າງໃດ, ແລະ ບໍ່ຮູ້ວ່າ ໃຜຈະເປັນຄົນ ແກ້ໄຂບັນຫາ ດັ່ງກ່າວນີ້. ນອກຈາກນັ້ນ, ຊາວນາ ແລະ ຊາວສວນ ທີ່ຕ້ອງໃຊ້ນໍ້າມັນ ໃສ່ຣົຖໄຖນາເດີນຕາມ ກໍລໍາບາກ ຍ້ອນວ່າ ນໍ້າມັນແພງ ບໍ່ຄຸ້ມຄ່າ ກັບການຊື້ຫາ ນໍ້າມັນມານໍາໃຊ້, ຊຶ່ງກໍຍອມຮັບວ່າ ປະຊາຊົນ ກໍາລັງລໍາບາກ.

ບັນຫາ ສິນຄ້າແພງ ໃນລາວ ເປັນບັນຫາ ທີ່ເກີດຂຶ້ນ ໂດຍຕລອດ ຢ່າງຕໍ່ເນື່ອງ ນັບແຕ່ ຣາຄານໍ້າມັນ ແລະ ແກ໊ສ ມີຣາຄາແພງຂຶ້ນ, ໂດຍສະເພາະ ໃນທ້າຍປີ 2009 ຫາ ປີ 2010, ປະກົດວ່າ ຣາຄານໍ້າມັນແພງຂຶ້ນ ຢ່າງຕໍ່ເນື່ອງ ໂດຍບໍ່ມີແນວໂນ້ມ ວ່າຣາຄາ ຈະຫລຸດລົງ. ສ່ວນສະຖານະການ ໃນປີ 2011 ກໍມີແນວໂນ້ມ ວ່າ ຣາຄານໍ້າມັນ ກໍຍັງຈະຂຶ້ນ ຢ່າງຕໍ່ເນື່ອງ.