ຊາວບ້ານບຶງທາດຫລວງ ບໍ່ຍອມຖີ້ມຖິ່ນຖານ

ຊາວບ້ານ ບຶງທາດຫລວງ ຈະຕໍ່ສູ້ ເຖິງທີ່ສຸດ ເພື່ອປົກປ້ອງ ພື້ນທີ່ດິນ ທີ່ສືບທອດ ມາແຕ່ ປູ່ຍ່າຕາຍາຍ ທີ່ຣັຖບານ ລາວ ໃຫ້ ນັກລົງທຶນ ຈີນ ສັມປະທານ ເພື່ອພັທນາ ເຂດເສຖກິດ ພິເສດ
ຈະເຣີນສຸກ
2012.01.26
F-bung-thatluang ພື້ນທີ່ ໃນເຂດ ບຶງທາຕຫຼວງ ທີ່ຊາວບ້ານ ບໍ່ຍອມໃຫ້ ຈີນເຂົ້າມາຍຶດ ເອົາໄປເປັນເຂດ "ເສຖກິຈສະເພາະຈີນ"
RFA

ກົດຟັງສຽງ

ຊາວບ້ານ ທີ່ອາສັຍ ຢູ່ເຂດ ບຶງທາດຫລວງ ໄດ້ສົ່ງຈົດໝາຍ ຮ້ອງຮຽນ ໄປຍັງ ສະພາ ແຫ່ງຊາຕລາວ ເພື່ອຂໍຄວາມ ເປັນທັມ ແຕ່ກໍບໍ່ມີ ຄໍາຕອບ ແລະ ຄໍາອະທິບາຍ ຊີ້ແຈງ ໃດໆເລີຍ ຈາກພາກສ່ວນ ທີ່ກ່ຽວຂ້ອງ ເນື່ອງຈາກວ່າ ຣັຖບານ ສປປລາວ ຈະເອົາ ພື້ນທີ່ດິນ ຂອງຊາວບ້ານ ທີ່ໄດ້ອາສັຍ ຢູ່ເຂດ ບຶງທາດຫລວງ ມາແຕ່ ປູ່ຍ່າຕາຍາຍນັ້ນ, ໃຫ້ ນັກລົງທຶນຊາວຈີນ ສັມປະທານ ເພື່ອພັທນາ ເຂດເສຖກິດ ພິເສດ. ອີງຕາມຄໍາເວົ້າ ໃນຈົດໝາຍ ຂອງຊາວບ້ານ ບຶງທາດຫລວງ ທີ່ສົ່ງເຖິງ ວິທຍຸ ເອເຊັຍ ໃນມື້ວັນທີ 24 ເດືອນ ມົກຣາ 2012 ນີ້.

ຊາວບ້ານ ທີ່ບໍ່ປະສົງ ອອກຊື່ ທ່ານນີ້ ເວົ້າຕື່ມວ່າ ມີຫລາຍຄອບຄົວ ທີ່ໄດ້ ຕັ້ງຫລັກປັກຖານ ຢູ່ບຶງທາດຫລວງ ມາເປັນ ເວລາຊ້ານານ ກອນປີ 1975, ແລະ ດິນຕອນດັ່ງກ່າວ ເປັນມູນມັງ ທີ່ສືບທອດ ມາແຕ່ ປູ່ຍາຕາຍາຍ ແລະ ພໍ່ແມ່ ຊຶ່ງມີພຽງເທົ່ານັ້ນ. ທ່ານກ່າວ ໃນຈົດໝາຍ ທີ່ມີເນື້ອໃນ ຕອນນຶ່ງ ວ່າ:

”ເພື່ອຄວາມເປັນທັມ ເພື່ອຄວາມສເມີພາບ, ພວກຂະເຈົ້າ ກໍບໍ່ແຄ ຕໍ່ອໍານາດ ຂອງໃຜ ທັງຊິ້ນ ແລະ ຈະບໍ່ຍອມໂຍກຍ້າຍ ເດັດຂາດ, ຖ້າພວກເຮົາ ຍອມປະຕິບັດ, ມັນຈະເຮັດໃຫ້ ອໍານາດເຖື່ອນນີ້ ມີຢູ່ ຕໍ່ໄປ ກັບຄົນອື່ນໆ ໃນອະນາຄົດ, ພວກເຮົາ ຈະຕ້ານ ຄໍາສັ່ງ ອັນໄຮ້ຄວາມ ເປັນທັມນີ້ ຈົນເຖິງ ທີ່ສຸດ”.

ໃນເມື່ອ ທາງການ ສປປລາວ ໄດ້ຕັດສິນໃຈ ມອບໃຫ້ ນັກລົງທຶນ ຈີນ ເພື່ອພັທນາ ເປັນເຂດເສຖກິດ ພິເສດ, ທາງການລາວ ຈຶ່ງໄດ້ສັ່ງໃຫ້ ຊາວບ້ານ ທີ່ບຶງທາດຫລວງ ຍ້າຍອອກຈາກ ພູມລໍາເນົາ ຂອງຂະເຈົ້າ, ໂດຍໃຫ້ຄ່າຕອບແທນ ທີ່ບໍ່ເໝາະສົມ. ຊຶ່ງພວກຂະເຈົ້າ ບອກວ່າ ເປັນການສວຍ ໂອກາດ ໃຊ້ອໍານາດໜ໊າທີ່ ທີ່ຕົນເອງ ມີຢູ່ ເພື່ອບີບບັງຄັບ ເອົາຂອງເພິ່ນ ມາເປັນຂອງໂຕ ທີ່ສະແດງອອກ ເຖິງການໃຊ້ອໍານາດ ປ່າເຖື່ອນ ໂດຍບໍ່ຄໍານຶ່ງເຖິງ ຄວາມຮູ້ສຶກ ຂອງຄົນອື່ນເລີຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 29, 2012 11:55 AM

ການທີ່ທາງການລາວເອົາທີ່ດິນໃຫ້ສຳປະທານແກ້ຄົນຕ່າງຊາດ ແລະຄົນລາວ ໄດ້ເກີດຂື້ນໃນເກືອບທຸກແຂວງ ບາງຄັ້ງກໍ່ມີລັດວິສາຫະກິດຂອງລັດ ສວຍໂອກາດເອົາທີ່ດີນເປັນຈຳນວນຫຼວງຫຼາຍ ເພື່ອຜົນປະໂຫຍດດ້ານທຸລະກິດ ແລະຜົນປະໂຫຍດແກ່ຕົນເອງ ໃນອະນາຄົດ ໂດຍໃຊ້ອຳນາດເຂົ້າບິບບັງຄັບ ແລະບໍ່ມີຄວາມເປັນທຳ ຖ້າຫາກບໍ່ມີການແກ້ໄຂຢ່າງຈີງຈັງ ແລະໃຫ້ຄວາມເປັນທຳແກ່ປະຊາຊົນ ໃນທົ່ວປະເທດ ເຊື່ອແນ່ວ່າມັນຈະເຮັດໃຫ້ ການໃຊ້ສິດໃຊ້ອໍານາດນີ້ ຍັງຈະມີຢູ່ ຕໍ່ໄປ ກັບຄົນອື່ນໆ ໃນອະນາຄົດ,

Anonymous
Jan 27, 2012 02:38 AM

ພີ່ນ້ອງລາວເຮົາທຸກຖ້ວນຫນ້າ ເຮົາພ້ອມກັນອອກມາຕໍ່ສູ້ເພື່ອຄວາມ
ເປັນທັມ ຢ່າໃຫ້ຈັກກະພັດຕ່າງຊາດເຂົ້າມາກົດຂີ້ຂົ້ມເຫັງ
ໄລ່ມັນອອກໄປໃຫ້ພົ້ນຜືນແຜ່ນດິນລາວເຮົາ ອອກໄປ ອອກໄປ

Anonymous
Jan 27, 2012 09:46 AM

It is time for our fellow lao to take action against the lao communist regime who tries to take every things from lao people. These lands belong to their ancestors so they have the right to protect for themselves. Sou! Sou!

Anonymous
Jan 28, 2012 08:28 PM

ພີ່ນ້ອງເອີຍບໍ່ຕ້ອງຄັນຄ້ານກັບພັກ-ລັດເຂົາເດີ້, ທາງນີ້ເພື່ອຫາທາງອອກໃຫ້ລາວເຮົາ ພຸ້ນຈາກຄວາມທຸກຍາກໃນປີ 2020 ຊື່ໆ,ຖ້າພໍ່ແມ່ປະຊາຊົນຄັນຄ້ານຫຼາຍບ້ານເມືອງພວກເຮົານາມຈະ ເລີນ,ຫັວງວ່າທ່ານຈະເຂົ້າໃຈໃນແງນີ້ດີເນາະ

Anonymous
Jan 27, 2012 02:26 PM

ເຫັນໃຈຍາດພີນ້ອງລາວເຮົາ ຜູ້ ຫາເຊົ້າກິນຄ່ຳແທ້ໆ ນີ້ລະຄືລະບອບພະເດັດການ ນາຍທຶນຜູກຂາດ ຄວາມເປັນຈິງແລ້ວ ເລືອດເຂົ້າຕາເຮັດແນວໄດກໍ່ໄດ້ ການຕໍ່ສູ້ມັນມີຫລາຍຮູບແບບ ສະນັ້ນຂໍຈົ່ງຢ່າໃຊ້ ອາລົມຂໍໃຫ້ໃຊ້ ອຸດົມການໃນການຕໍ່ສູ້ ເພາະເຮົາຈະໄດ້ໄຊສະນະທີ່ ຖາວອນ.ຖ້າໃຊ້ອາລົມ ມັນເປັນໄຊສະນະຊົ່ວຄາວເທົ່ານັ້ນ ແລະ ຈະມີການສູນເສຍທັງສອງກ້ຳສອງຝ່າຍຢ່າງແນ່ນອນ.